ຈະສືບຕໍ່ດຳເນີນງານ ກັບບັນດາຜູ້ນຳ ອິສຣາແອລ ແລະ
ປາແລສໄຕນ໌ໃນອີກບໍ່ເທົ່າໃດມື້ຕໍ່ໜ້ານີ້ ໃນຂະນະທີ່ທ່ານ
ພະຍາຍາມຊຸກຍູ້ ໃຫ້ການເຈລະຈາສັນຕິພາບຂອງພວກ
ເຂົາເຈົ້າມີຄວາມຄືບໜ້າ ໂດຍແກ້ໄຂບັນຫາທ້າທາຍ ຈຳ
ນວນນຶ່ງທີ່ເປັນໄພຂົ່ມຂູ່ຕໍ່ການດຳເນີນຂັ້ນຕອນໃຫ້ອອກ
ນອກທິດທາງໄປນັ້ນ.
ທ່ານ Kerry ໄດ້ທຳການໂອ້ລົມສົນທະນາທີ່ກະຊວງການ
ຕ່າງປະເທດສະຫະລັດ ເອີ້ນວ່າ “ໃຫ້ດອກອອກຜົນ" ໃນ
ວັນພຸດວານນີ້ ກັບປະທານາທິບໍດີ Mah-moud Abbas
ແຫ່ງປາແລສໄຕນ໌ໃນກຸງ Amman ແລະໃນຂະນະດຽວກັນ ທ່ານກໍໄດ້ໂອ້ລົມກັນທາງ ໂທລະສັບກັບນາຍົກລັດຖະມົນຕີ Benjamin Netanyahu ແຫ່ງອິສຣາແອລເຊັ່ນກັນ
ທັງສອງຝ່າຍ ໄດ້ທຳການພົບປະເຈລະຈາກັນມາ ເປັນເວລາ 8 ເດືອນແລ້ວ ໃນອັນທີ່ ພວກຜູ້ນຳທັງສອງໄດ້ຕົກລົງກັນກ່ຽວກັບການເຈລະຈາທີ່ຈະໃຊ້ເວລາເກົ້າເດືອນນັ້ນ.
ຂໍ້ຕົກລົງທີ່ພວກຜູ້ນຳທັງສອງໄດ້ບັນລຸໃນປີແລ້ວນີ້ ເພື່ອຟື້ນການເຈລະຈາກັນຄືນໃໝ່
ຍັງໄດ້ຮຽກຮ້ອງເຊັ່ນກັນໃຫ້ອິສຣາແອລປ່ອຍໂຕພວກນັກໂທດປາແລສໄຕນ໌ເປັນອິດ ສະລະໃນຈຳນວນຫຼາຍໆຮອບ ຊຶ່ງຮອບທີສີ່ກຳນົດຈະມີຂຶ້ນໃນວັນເສົາສັບປະດານີ້.
ແຕ່ຝ່າຍອິສຣາແອລ ຢາກໃຫ້ ຝ່າຍປາແລສໄຕນ໌ ຕົກລົງຕໍ່ເວລາ ການເຈລະຈາກັນ
ອອກໄປອີກກາຍເດືອນໜ້າ ກ່ອນອີສຣາແອລ ຈະປ່ອຍໂຕພວກນັກໂທດຈຸສຸດທ້າຍ
ນັ້ນ. ບັນດາເຈົ້າໜ້າທີ່ປາແລສໄຕນ໌ກ່າວວ່າ ພວກຕົນຈະເຊົາການເຈລະຈາຖ້າພວກ
ນັກໂທດເຫຼົ່ານີ້ບໍ່ຖືກປ່ອຍໂຕ ຕາມທີ່ໄດ້ໃຫ້ຄຳໝັ້ນສັນຍາໄວ້ກ່ອນໜ້ານັ້ນ.