ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາລະກິດ​ຂອງ​ທູດ​ພິ​ເສດ​ສະຫະລັດ ທີ່​ພາກ​ຕາ​ເວັນ​ອອກ​ກາງ


ທ່ານ George Mitchell ທູດພິເສດສະຫະລັດຮັບຜິດຊອບພາກຕາເວັນອອກກາງກ່າວ​ວ່າ ການ​ເຈລະຈາ​ຂອງ​ທ່ານ​ກັບ​ຜູ້ນຳ​ອິສະຣາ​ແອ​ລ​ແລະ​ປາ​ແລສະຕາຍໄ ດ້ເປັນ​ໄປ​ໃນ​ທາງບວກ​ແລະມີໝາກຜົນ ຂະນະທີ່​ທ່ານ​ມ້ວນ​ທ້າ​ຍພາລະກິດ​ທາງ​ການ​ທູດ 3 ວັນ​ຢູ່​ທີ່​ພາກ​ຕາ​ເວັນ​ອອກ​ກາງ. ທ່ານ Mitchell ມີ​ຄວາມ​ເຫັນ​ດັ່ງກ່າວ​ໃນ​ວັນ​ອາທິດ​ມື້​ນີ້ ຫລັງ​ຈາກໄດ້ພົບ​ປະ​ກັບ​ນາຍົກ ລັດຖະມົນຕີ​ອິສະຣາ​ແອ​ລ ທ່ານ Benjamin Netanyahou ​ແລະ​ກ່າວ​ວ່າ ທ່ານ​ຈະ​ກັບ​ຄືນ​ໄປ​ພາກ​ຕາ​ເວັນ​ອອກ​ກາງ​ອີກ ​ໃນ​ອາທິດ​ໜ້າ.

ກ່ອນ​ໜ້ານັ້ນ ໃນ​ມື້​ນີ້ ​ເຈົ້າໜ້າ​ທີ່ປາ​ເເລສຕາຍທ່ານ​ນື່ງກ່າວວ່າ ປະທານາທິບໍດີ Mahmoud Abbas ໄດ້ຖືກເຊື້ອ​ເຊີນໃຫ້​ໄປພົບປະກັບປະທານາບໍດິ ສະຫະລັດ ທ່ານ ບາຣັກ ໂອບາມາ ເວລາໃດ​ເວລານຶ່ງໃນ ເດືອນພືດສະພາ ເດືອນໜ້ານີ້. ​ແຕ່​ທາງ​ສະຫະລັດ​ຍັງ​ບໍ່​ໄດ້​ປະກາດ​ຂ່າວການ​ເຊຶ້ອເຊີນ​ໃດໆ​ ໃຫ້​ຮູ້​ເທື່ອ.

ໜັງສືພິມ Haaretz ຂອງອີສະຣາແອລ ກໍ​ໄດ້ລາຍງານ​ໃນວັນອາທິດມື້ ນີ້ວ່າ ການເຈລະຈາສັນຕິພາບໂດຍທາງອ້ອມ ລະວ່າງອີສຣາແອລກັບ ປາເເລສະຕາຍນັ້ນ ຈະເລີ່ມມີຂຶ້ນຄືນໃໝ່ ບໍ່​ກາຍ​ກາງ​ເດືອນ​ໜ້າ.

ທ່ານ Mitchell ​ໄດ້ພົບປະກັບປະທານາທິບໍດີປາເ​ເລດສ​ະຕາຍ ທ່ານ Abbas ເມື່ອວັນສຸກຜ່ານມາໃນຄວາມຫວັງທີ່ຢາກຈະໃຫ້ອີສະຣາແອລ ແລະປາ​ເເລສະຕາຍ ເລີ່ມທຳການເຈລະຈາສັນຕິພາບກັນຄືນໃໝ່.

XS
SM
MD
LG