ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ການເຈລະຈາໂດຍກົງ ໃນພາກຕາເວັນອອກາງ


ພວກຜູ້ນຳຂອງອິສຣາແອລ ແລະປາແລສໄຕນ໌ ໄດ້ຕົກລົງ ທີ່ຈະເປີດ ການເຈລະຈາສັນຕິພາບໂດຍກົງ ໃນເດືອນໜ້ານີ້ ຊຶ່ງເປັນການເຈລະຈາ ແບບເຊິ່ງໜ້າ ເທື່ອທຳອິດ ໃນຮອບ ເກືອບສອງປີ.

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton ກ່າວວ່າ ຂັ້ນຕອນຈະເລີ້ມຂຶ້ນ ໃນວັນທີ 1 ກັນຍາ ດ້ວຍການພົບປະ ຢູ່ທຳນຽບຂາວ ທີ່ຮວມທັງ ພວກຜູ້ນຳ ຂອງອິສຣາແອລ ປາແລສໄຕນ໌ ອີຈິບ ແລະ ຈໍແດັນ.

ມື້ຕໍ່ໄປ ທ່ານນາງ Clinton ຈະພົບປະ ກັບນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈະ ມິນ ເນຕັນຢາຮູ ແລະ ປະທານາທິບໍດີ ປາແລສໄຕນ໌ ທ່ານ Mahmoud Abbas ເພື່ອເລີ້ມ ການເຈລະຈາຫາລືກັນ. ທ່ານນາງເວົ້າວ່າ ການເຈລະຈາ ອາດຈະສາມາດອັດລົງ ພາຍໃນເວລານຶ່ງປີ ໂດຍມີຈຸດປະສົງແນໃສ່ ເພື່ອສ້າງຕັ້ງ ປະເທດປາແລສໄຕນ໌.

ການສົນທະນາຫາລື ທີ່ວ່ານີ້ ຈະເປັນຂີດໝາຍ ເທື່ອທຳອິດ ໃນການເຈລະຈາໂດຍກົງ ລະຫວ່າງສອງຝ່າຍ ນັບແຕ່ປີ 2008 ເປັນຕົ້ນມາ.

ແຕ່ແນວໃດກໍຕາມ ຫົວໜ້າເຈລະຈາ ຂອງຝ່າຍປາແລສໄຕນ໌ ທ່ານ Saeb Erekat ກ່າວໃນມື້ວັນສຸກ ວານນີ້ວ່າ ຝ່າຍປາແລສໄຕນ໌ ຈະບໍ່ເຈລາຈາຕໍ່ ຖ້າອິສຣາແອລ ຫາກບໍ່ຕໍ່ອາຍຸ ການຫ້າມກ່ຽວກັບ ການກໍ່ສ້າງຕັ້ງບ້ານໃໝ່ ຢູ່ໃນເຂດ ຝັ່ງຕາເວັນຕົກ ຂອງແມ່ນໍ້າຈໍແດັນ. ການຫ້າມນີ້ ຈະໝົດອາຍຸລົງ ໃນວັນທີ 26 ກັນຍາຈະມາ.

XS
SM
MD
LG