ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການເຈລະຈາໂດຍກົງ ໃນ ພາກຕາເວັນອອກກາງ


ການເຈລະຈາໂດຍກົງ ໃນ ພາກຕາເວັນອອກກາງ
ການເຈລະຈາໂດຍກົງ ໃນ ພາກຕາເວັນອອກກາງ

ອົງການຂ່າວຕ່າງໆລາຍງານວ່າ ເປັນທີ່ຄາດກັນວ່າ ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton ຈະປະກາດ ໃນວັນສຸກມື້ນີ້ວ່າ ອິສຣາແອລ ແລະປາແລສໄຕນ໌ ໄດ້ຕົກລົງກັນ ທີ່ຈະເປີດ ການເຈລະຈາສັນຕິພາບໂດຍກົງ ຄືນໃໝ່.

ອີງຕາມລາຍງານຂ່າວແລ້ວ ຄາດກັນວ່າ ປະທານາທິບໍດີ ບາຣັກ ໂອບາມາ ຈະເຊື້ອເຊີນ ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ແລະປະທານາທິບໍດີ ປາແລສໄຕນ໌ ທ່ານ Mahmoud Abbas ມາຍັງກຸງວໍຊິງຕັນ ໃນຕົ້ນເດືອນກັນຍາ ເພື່ອເລີ້ມການເຈລະຈາ ຫາລືກັນ.

ການເຄື່ອນໄຫວທີ່ວ່ານີ້ ຈະເປັນຂີດໝາຍ ອັນທຳອິດ ໃນການເຈລະຈາໂດຍກົງ ລະຫວ່າງ ທັງສອງຝ່າຍ ນັບແຕ່ທ້າຍປີ 2008 ເປັນຕົ້ນມາ.

ໃນມື້ວັນພະຫັດວານນີ້ ທ່ານ Philip Crowley ໂຄສົກ ກະຊວງການຕ່າງປະເທດ ສະຫະລັດ ກ່າວວ່າ ການຕົກລົງກັນ ແມ່ນເກືອບຈະບັນລຸຢູ່ແລ້ວ. ທ່ານເວົ້າວ່າ ທ່ານນາງ Clinton ໄດ້ທຳການເຈລະຈາຫາລື ກັບພວກເຈົ້າໜ້າທີ່ອະວຸໂສ ໂດຍທາງໂທລະສັບ ເພື່ອໃຫ້ບັນລຸການຕົກລົງ ທີ່ວ່ານີ້.

ໜັງສືພິມ New York Times ລາຍງານວ່າ ທ່ານເນຕັນຢາຮູ ແລະທ່ານ Abbas ໄດ້ຕົກລົງ ທີ່ຈະເຈລະຈາຫາລືກັນ ພາຍໃນກຳນົດເວລານຶ່ງປີ. ເມື່ອໄວໆມານີ້ ປະທານາ ທິບໍດີ Abbas ກ່າວວ່າ ທ່ານບໍ່ເຕັມໃຈ ທີ່ຈະເປີດການເຈລະຈາໂດຍກົງ ກັບອິສຣາແອລ ນອກຈາກວ່າ ເງື່ອນໄຂບາງຢ່າງ ໄດ້ມີການປະຕິບັດຕາມ.

XS
SM
MD
LG