ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Mitchell ເດີນທາງກັບຄືນສະຫະລັດ


ທ່ານ George Mitchell ທູດພິເສດຂອງສະຫະລັດ ຮັບຜິດຊອບ ກ່ຽວກັບພາກຕາເວັນອອກກາງ ໄດ້ເດີນທາງ ກັບຄືນມາຍັງສະຫະລັດ ໃນວັນພຸດວານນີ້ ຫຼັງຈາກໄດ້ ດຳເນີນ ຄວາມພະຍາຍາມເທື່ອລ່າສຸດ ເພື່ອຫາທາງລິເລີ້ມ ການເຈລະຈາໂດຍກົງ ລະຫວ່າງອິສຣາແອລ ແລະປາແລສ ໄຕນ໌ ແຕ່ບໍ່ປະສົບຜົນສຳເລັດ.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ກ່າວຕໍ່ທ່ານ Mitchell ໃນມື້ວານນີ້ ລະຫວ່າງການພົບປະ ທີ່ນະຄອນເຈຣູຊາແລັມວ່າ ອິສຣາແອລພ້ອມແລ້ວ ທີ່ຈະເປີດ ການເຈລະຈາສັນຕິພາບໂດຍກົງ ກັບຝ່າຍປາແລສໄຕນ໌. ທ່ານ Netanyahu ຮຽກຮ້ອງໃຫ້ເປີດການເຈລະຈາກັນ ໂດຍບໍ່ມີການຕັ້ງເງື່ອນໄຂລ່ວງ ໜ້າ.

ສ່ວນທ່ານ Mitchell ​ໄດ້ບອກ ນາຍົກລັດຖະມົນຕີອິສຣາແອລວ່າ ສະຫະລັດມີຈຸດປະສົງ ອັນດຽວກັນກັບອິສຣາແອລ ແລະຈະສືບຕໍ່ດຳເນີນງານ ກັບພວກຜູ້ນໍາຂອງອິສຣາແອລ ຕະຫຼອດທັງ ປະທານາທິບໍດີ ຂອງປາແລສໄຕນ໌ ທ່ານ Mahmoud Abbas.

ແຕ່ໃນມື້ວັນອັງຄານຜ່ານມາ ທ່ານ Mitchell ບໍ່ສາມາດຊັກຊວນ ໃຫ້ທ່ານ Abbas ເປີດການເຈລະຈາໂດຍກົງ ກັບອິສຣແອລໄດ້. ຜູ້ນຳຂອງປາແລສໄຕນ໌ ຢາກໃຫ້ມີການ ຕົກລົງກັນກ່ອນ ກ່ຽວກັບຫົວຂໍ້ ແລະກຳນົດເວລາ ໃນການເຈລະຈາຫາລືກັນ.

XS
SM
MD
LG