ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດສະຫະລັດ ພົບປະ ນາຍົກອິສຣາແອລ


ທ່ານ GEORGE MITCHELL ທູດພິເສດຂອງສະຫະລັດ ຮັບຜິດຊອບກ່ຽວກັບ ພາກຕາເວັນອອກກາງ ມີແຜນການ ທີ່ຈະພົບປະກັບ ນາຍົກລັດຖະມົນຕີ ອິສຣາແອລ ທ່ານ BENJAMIN NETANYAHU ໃນວັນພຸດມື້ນີ້ ໃນການດຳ ເນີນຄວາມພະຍາຍາມ ເທື່ອລ່າສຸດຂອງທ່ານ ເພື່ອລິເລີ້ມ ການເຈລະຈາໂດຍກົງ ລະຫວ່າງອິສຣາແອລແລະປາແລສ ໄຕນ໌.

ທ່ານ NETANYAHU ​ໄດ້ກ່າວວ່າ ການເຈລະຈາໂດຍກົງ ຄວນຈະເລີ້ມຂຶ້ນໃນທັນທີ ໂດຍປາສະຈາກ ເງື່ອນໄຂໃດໆ ທັງສິ້ນ. ແຕ່ໃນມື້ວານນີ້ ທ່ານ MITCHELL ບໍ່ສາມາດຊັກຊວນໃຫ້ ປະທານາທິບໍດີ ປາແລສໄຕນ໌ ທ່ານ MAHMOUD ABBAS ເປີດການເຈລະຈາໂດຍກົງ ກັບອິສຣາ ແອລໄດ້.

ທ່ານ ABBAS ຢາກໃຫ້ມີ ການຕົກລົງກັນກ່ອນ ກ່ຽວກັບ​ໂຄງ​ຮ່າງ ຫົວຂໍ້ ແລະກຳນົດ ເວລາ ໃນການເຈລະຈາກັນ. ນອກນັ້ນ ຝ່າຍປາແລສໄຕນ໌ ຍັງຮຽກຮ້ອງໃຫ້ ອິສຣາແອລ ຢຸດເຊົາການກໍ່ສ້າງບ້ານ​ໃໝ່ ໃສ່ທີ່ດິນ ບ່ອນທີ່ຊາວປາແລສໄຕນ໌ ຕ້ອງການຈະຕັ້ງ ເປັນ ປະເທດໃນອະນາຄົດນັ້ນ.

ທ່ານ P.J. CROWLEY ໂຄສົກກະຊວງ ການຕ່າງປະເທດ ສະຫະລັດ ກ່າວໃນມື້ວານ ນີ້ວ່າ ກຸ່ມ 4 ຝ່າຍ ທີ່ພົວພັນ ໃນການໄກ່ເກ່ຍສັນຕິພາບ ໃນພາກຕາເວັນອອກກາງ ຫລື ກຸ່ມ QUARTET ສາມາດອອກຖະແຫຼງຂ່າວ​ໄດ້ ໃນວັນພຸດມື້ນີ້ ຮຽກຮ້ອງໃຫ້ອິສຣາ ແອລ ແລະປາແລສໄຕນ໌ ເລີ້ມການເຈລາຈາໂດຍກົງ.

ກຸ່ມ QUARTET ປະກອບດ້ວຍ ສະຫະລັດ ສະຫະພາບຢູໂຣບ ຣັດເຊຍ ແລະອົງການ ສະຫະປະຊາຊາດ.

XS
SM
MD
LG