ເບິ່ງວີດີໂອ ພາສາລາວ:
ທ່ານ Gene Aitken ຄູສອນດົນຕີແຈ໊ສ ທີ່ເຄີຍຖືກສະເໜີຊື່ເຂົ້າຮັບລາງວັນ Grammy ຊຶ່ງເປັນລາງວັນອັນຍິ່ງໃຫຍ່ຂອງວົງການອຸດສາຫະກໍາດົນຕີ ຂອງອາເມຣິກາ ເຄີຍເປັນຫົວໜ້າວົງດົນຕີທະຫານທີ່ີມີຊື່ສຽງມາແລ້ວຫລາຍວົງ ໃນຂົງເຂດເອເຊຍ ແລະພາກຕາເວັນອອກກາງ.
ຈາກປະເທດໄທ ທ່ານຈະເດີນທາງໄປຍັງຫລາຍໆປະເທດທີ່ກໍາລັງໂຜ່ໂຕຂຶ້ນມາຈາກຂໍ້ຂັດແຍ້ງແລະການຢູ່ໂດດດ່ຽວ ເພື່ອນໍາເອົາພວກເຍົາວະຊົນຈາກຂົງເຂດແລະວັດທະນະທໍາຕ່າງໆ ມາຮ່ວມກັນ.
“ມັນມີພາສານຶ່ງທີ່ເປັນພາສາຮ່ວມກັນ ແລະນັ້ນກໍຄືສິນລະປະ. ທົ່ວປະເທດ ຈີນ ທົ່ວພາກຕາເວັນອອກກາງ ແລະທຸກຫົນແຫ່ງ ທຸກໆຄົນແມ່ນເຂົ້າໃຈ ສິນລະປະ. ທຸກໆຄົນຢາກມີສ່ວນພົວພັນນໍາ ບໍ່ວ່າໃນຖານະເປັນຜູ້ປະກອບສ່ວນ ຫລືເປັນພຽງຜູ້ຢາກເບິ່ງຢາກຟັງ. ເພາະວ່າ ເວລາພວກເຮົາໄປອີຣັກ ຊຶ່ງບາງທີ ພວກເຮົາອາດໄດ້ຮັບແຈ້ງລ່ວງໜ້າພຽງມື້ດຽວ ກ່ອນຈະມີການ ສະແດງດົນຕີກັນນັ້ນ ຫ້ອງໂຖງບ່ອນສະແດງດົນຕີ ກໍແມ່ນອັ່ງອໍໄປດ້ວຍຜູ້ຊົມ.”
Rang Kawa ນັກດົນຕີແຈ໊ສ ຈາກເຂດ Kurdistan ຂອງອີຣັກ ໄດ້ເດີນ ທາງໄປຍັງປະເທດໄທ ເພື່ອຮຽນດົນຕີກັບທ່ານ Aitken. ລາວເວົ້າວ່າ:
“ເພງແຈ໊ສ ເພງຣ໊ອກ ແລະເພງພ໊ອບສາກົນ ແມ່ນເປັນນຶ່ງໃນຫລາຍສິ່ງໆທີ່ແປກໃໝ່ຢູ່ໃນປະເທດຂອງຂ້ອຍ. ແຕ່ເວລາໂຄງການ YES Academy ຂອງສະມາຄົມ American Voices ເຂົ້າໄປອີຣັກ ປາກົດວ່າ ມັນຄຶກຄັກ ແລະດີຂຶ້ນກວ່າເກົ່າ”.
ຫ້ອງສອນເພງແຈ໊ສຂອງທ່ານ Aitken ແມ່ນເປັນສ່ວນນຶ່ງຂອງໂຄງການ YES Academy ຊຶ່ງຄໍາວ່າ YES ແມ່ນຫຍໍ້ມາຈາກ Youth Excellence on Stage ທີ່ແປວ່າ ຄວາມດີເດ່ນຂອງເຍົາວະຊົນເທິງເວທີສະແດງ.
ໂຄງການບໍ່ຫວັງຜົນກໍາໄລທີ່ໄດ້ທຶນຈາກສະຫະລັດໂຄງການນີ້ ແມ່ນສະໜອງການອົບລົມສິດສອນແບບມືອາຊີບໃຫ້ ໂດຍບໍ່ຄິດຄ່າ ໃນດ້ານສິນລະປະການສະແດງ ທີ່ເປັນເອກະລັກຂອງອາເມຣິກາ ເຊັ່ນດົນຕີ Hip Hop ແລະລະຄອນເພງຕ່າງໆ ທີ່ສະແດງຢູ່ Broadway.
ນອກນີ້ແລ້ວ ໂຄງການ YES Academy ຍັງໄປສອນຢູ່ໃນອັຟການີສ ຖານ ອີຈິບ ຈໍແດນ ເລບານອນ ມາເລເຊຍ ປາກີສຖານ ແລະຊີເຣຍ ແຕ່ ທ່ານ Aitken ກ່າວວ່າ ສ່ວນໃຫຍ່ແມ່ນຈະເຮັດຢູ່ໃນອີຣັກ.
ເບິ່ງວີດີໂອ ພາສາອັງກິດ:
ທ່ານ John Ferguson ຜູ້ອໍານວຍການໂຄງການ Yes Academy ກ່າວວ່າ ອີຣັກມີວົງດົນຕີ Orchestra ທີ່ຍິ່ງໃຫຍ່ຫຼາຍວົງ ມີໂຮງຮຽນສອນດົນຕີແລະລະຄອນທີ່ດີໆ ພ້ອມດ້ວຍພວກນັກຮຽນທີ່ສົນໃຈຢາກຮຽນແທ້ໆ ແຕ່ໄລຍະເວລາຫລາຍສິບປີຂອງການຂັດແຍ້ງສູ້ລົບກັນ ເຮັດໃຫ້ຄູສອນບໍ່ມີໄດ້ຮັບການອົບລົມທີ່ດີໆ. ທ່ານອະທິບາຍວ່າ:
“ດັ່ງນັ້ນ ພວກເຮົາຈຶ່ງກໍາລັງພະຍາຍາມສ້າງໂຄງລ່າງພື້ນຖານດ້ານວັດທະ ນະທໍາຄືນໃໝ່ ຢູ່ທີ່ນັ້ນ ຄືຊ່ວຍເຝິກແອບບັນດາຄູສອນ ຊ່ວຍເຝິກແອບຄູສອນລຸ້ນຕໍ່ໄປ ແລະໃຫ້ກໍາລັງໃຈແກ່ພວກນັກຮຽນ ເພື່ອໃຫ້ພວກເຂົາເຈົ້າ ບຸກບືນຕໍ່ໄປໃນຄວາມມັກຄວາມສົນໃຈດ້ານດົນຕີ ການເຕັ້ນການຟ້ອນ ແລະການສະແດງລະຄອນ ຂອງພວກເຂົາເຈົ້າ.”
ທ່ານ ເຟີກູສັນ ກ່າວອີກວ່າ ພວກເຂົາເຈົ້າບໍ່ໄດ້ອະນຸຍາດໃຫ້ແຕ່ດົນຕີ ບໍ່ ໃຫ້ສອນເຕັ້ນລໍາ ຢູ່ໃນປະເທດອະນຸລັກນິຍົມ ອັຟການີສຖານນັ້ ນ.
ແຕ່ຢູ່ແຫ່ງອື່ນໆ ໃນທົ່ວຂົງເຂດພາກຕາເວັນອອກກາງນັ້ນ ສິນລະປະດ້ານການສະແດງຂອງຕາເວັນຕົກແມ່ນໄດ້ຮັບຄວາມນິຍົມຫລາຍສົມຄວນ ເພາະວ່າອິດທິພົນຈາກຮູບເງົາ Hollywood ແລະການຂາດເຂີນໂຮງຮຽນ ແລະຄູສອນ ມືອາຊີບ.