ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາສັນຕິພາບ ພາກຕາເວັນອອກກາງ


ປະທານາທິບໍດີ Abbas ແຫ່ງປາແລສໄຕນ໌ , ນາຍົກລັດຖະມຸນຕີ ເນທັນຢາຮູ ແຫ່ງອີສຣາແອນ, ລັດຖະມຸນຕີການຕ່າງປະເທດສະຫະລັດ ທ່ານນາງຄລິນຕັນ
ປະທານາທິບໍດີ Abbas ແຫ່ງປາແລສໄຕນ໌ , ນາຍົກລັດຖະມຸນຕີ ເນທັນຢາຮູ ແຫ່ງອີສຣາແອນ, ລັດຖະມຸນຕີການຕ່າງປະເທດສະຫະລັດ ທ່ານນາງຄລິນຕັນ

ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ກ່າວ​ວ່າ ການ​ເຈລະຈາ​ທີ່​ຈະ​ມີ​ຂຶ້ນ​ໃນ​ກຸງ​ວໍ​ຊິງ​ຕັນ​ ລະຫວ່າງ​ອິສຣາ​ແອລແລະ​ປາ​ເ​ເລ​ສ​ໄຕ​ນ໌ ​ເປັນ​ໂອກາດ​ສໍາລັບ​ສັນຕິ ພາບ​ ທີ່ຕ້ອງ​ບໍ່​ເຮັດ​ໃຫ້​ສູນເສຍ​ໄປ​ຊື່ໆ.

ໃນເຈລະຈາກັນໂດຍ​ກົງເປັນຄັ້ງ​ທໍາ​ອິດ​ໃນ​ຮອບ 20 ​ເດືອນ​ຜ່ານ​ມາ ທ່ານ Benjamin Netanyahu ນາຍົກລັດຖະ ມຸນຕີອິສຣາ​ແອລ ​ແລະ​ປະທານາ​ທິບໍດີ Mahmoud Abbas ​ແຫ່ງ​ປາເເລ​ສ​ໄຕ​ນ໌ ຈະ​ພົບ​ປະກັນ​ຊຶ່ງໆໜ້າ​ ​ທີ່​ກຸງ​ວໍ​ຊິງ​ຕັນ ພ້ອມ​ກັບ​ບັນດາ​ຜູ້​ນໍາ​ຈາກ​ອີຈິບ ແລະ​ຈໍ​ແດນ​ ໃນຕົ້ນ​ເດືອນ​ໜ້າ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ປາເເລ​ສ​ໄຕ​ນ໌ ກ່າວ​ວ່າ ​ເຂົາ​ເຈົ້າ​ຈະຖອນ​ໂຕ​ອອກ​ຈາກການ​ເຈລະຈາ​ ຖ້າ​ອິສຣາ​ແອລຫາກຍັງ​ສືບ​ຕໍ່​ສ້າງ​ບ້ານ​ເຮືອນ​ໃນ​ເຂດ​ຂອງ​ປາ​ແລ​ສໄຕ​ນ໌ ​ຢູ່​ຕໍ່​ໄປ.

ຝ່າຍທ່ານ​ເນ​ຕັນ​ຢາ​ຮູ ​ກ່າວ​ວ່າ ອິສຣາ​ແອ​ລກັບປາ​ແລ​ສ​ໄຕ​ນ໌ ສາມາດ​ເຮັດ​ໃຫ້​ພວກທີ່​ບໍ່​ແນ່​ໃຈນັ້ນ ປະຫລາດ​ໃຈ​ໄດ້​ແລະ​ບັນລຸ​ໃນ​ອັນ​ທີ່​ທ່ານ ​ເອີ້ນ​ວ່າ “ຂໍ້​ຕົກລົງ​ຄັ້ງ​ປະວັດ​ສາດ.” ທ່ານ​ເນ​ຕັນ​ຢາ​ຮູ ​ໄດ້​ກ່າວ​ເຊ່ນ​ນັ້ນ ​ໃນ​ວັນ​ອາທິ​ດມື້​ນີ້ ​ໃນ​ລະຫວ່າງ​ກອງ​ປະຊຸມ​ຂອງຄະນະ​ລັດຖະ ບານ​ອິສຣາ​ແອ​ລ ຊຶ່ງ​ເປັນ​ການສະ​ແດງ​ຄວາມ​ເຫັນ​ເທື່ອ​ທໍາ​ອິດ​ຂອງ​ທ່ານ ກ່ຽວ​ກັບ​ການ​ເຈລະຈາ​ໂດຍ​ກົງກັບ​ຝ່າຍ​ປາ​ແລ​ສໄຕ​ນ໌ ທີ່​ຈະ​ມີ​ຂຶ້ນ​ຢູ່ ວໍ​ຊິງ​ຕັນ​ນັ້ນ ນັບ​ຕັ້ງ​ແຕ່​ລັດຖະມົນຕີ​ຕ່າງ​ປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ​ໄດ້​ປະກາດ​ຂ່າວ​ນີ້​ໃຫ້​ຮູ້ ​ໃນ​ວັນ​ສຸກ​ຜ່ານ​ມາ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ກ່າວ​ວ່າ ​ເປົ້າ​ໝາຍ​ບັ້ນ​ປາຍ​ກໍ​ແມ່ນ​ການ​ສ້າງ​ຕັ້ງ​ປະ​ເທດ​ປາ​ເ​ເລ​ສ​ໄຕ​ນ໌ຂຶ້ນ​ຕ່າງຫາກ ​ແລະ​ຫວັງ​ວ່າ ການ​ເຈລະຈາ​ກັນ​ນີ້ ຈະສາມາດ​ບັນລຸ​ຂໍ້​ຕົກລົງ​ກັນ​ໄດ້​ພາຍ​ໃນ 1 ປີ.

XS
SM
MD
LG