ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດໃຫ້ຄວາມໝັ້ນໝາຍ ຕໍ່ຄວາມປອດໄພຂອງ ພັນທະມິດອາຣັບ


ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ ທີ່ກອງປະຊຸມກອງປະຊຸມ GCC ທີ່ນະຄອນ Riyadh , Saudi Arabia.
ວັນທີ 1 ເມສາ 2012.
ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ ທີ່ກອງປະຊຸມກອງປະຊຸມ GCC ທີ່ນະຄອນ Riyadh , Saudi Arabia. ວັນທີ 1 ເມສາ 2012.

ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ກຸງ​ວໍ​ຊິງ​ຕັນ​ມີ​ຄາມ​ໝັ້ນໝາຍຕໍ່​ການ​ຊ່ວຍ​ເສີມ​ສ້າງຄວາມ​ເຂ້​ມ​ແຂງ​ໃຫ້​ແກ່​ສະມັດຖະພາບ​ດ້ານປ້ອງ​ກັນ​ຂອງ​ບັນດາ​ພັນທະ​ມິດ​ອາຣັບ​ໃນ​ເຂດ​ອ່າວເປີ​ເຊຍ ຕໍ່ໜ້າ​ໄພ​ຂົ່ມຂູ່​ຂອງ​ອີຣ່ານທີ່​ກໍາລັງ​ເພີ່ມ​ຂຶ້ນ​ນັບ​ມື້​ນັ້ນ.

ໃນ​ການ​ຖະ​ແຫຼ​ງທີ່​ນະຄອນຫຼວງ Riyadh ຂອງ Saudi Arabia​ເວລາ​ໄຂ​ກອງປະຊຸມ forum ຍຸດ​ທະ​ສາດ​ລະຫວ່າງ​ກຸງ​ວໍ​ຊິງ​ຕັນ​ແລະ​ສະພາ​ຮ່ວມ​ມື 6 ປະ​ເທດ​ໃນ​ເຂດ​ອ່າວ​ເປີ​ເຊຍຫຼື GCC ທ່ານ​ນາງຄລິນ​ຕັນ ກ່າວ​ວ່າຄວາມ​ໝັ້ນໝາຍ​ຂອງ​ອາ​ເມຣິກາ​ຕໍ່​ກຸ່ມ​ດັ່ງກ່າວ ​ແມ່ນ​ໝັ້ນ​ແກ່ນ ​ໝັ້ນຄົງ​ແລະບໍ່​ມີ​ວັນ​ປ່ຽນ​ແປງ.

ຫົວໜ້າ​ນັກ​ການ​ທູດ​ສະຫະລັດ​ ​ໄດ້ຮຽກຮ້ອງ​ໃຫ້​ມີ​ການ​ປັບ​ປຸງຍຸດ​ທະ​ສາດ​ທາງດ້ານ​ທະ​ເລ​ໃຫ້ດີ​ຂຶ້ນ​ ລະຫວ່າງ​ສະຫະລັດແລະ​ພວກ​ປະ​ເທດ​ສະມາຊິກຂອງ​ສະພາ GCC ຕະຫຼອດ​ທັງ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ທີ່​ມີ​ການ​ປະສານ​ງານກັນ​ສໍາລັບ​ກຸ່ມ​ດັ່ງກ່າວ ຊຶ່ງ​ປະກອບ​ດ້ວຍ​ປະ​ເທດ ບາ​ເຣນ ຄູ​ເວດ ​ໂອ​ມານ ກາ​ຕາຣ໌ ຊາ​ອູ​ດີ ອາຣາ​ເບຍ ​ແລະ​ສະຫະລັດ​ອາຣັບ​ເອ​ມີ​ເຣສ.

ສະຫະລັດແລະກຸ່ມ GCC ໄດ້ສະແດງຄວາມເປັນຫ່ວງກ່ຽວກັບຄວາມທະ​ເຍີ​ທະຍານ
ດ້ານນີວເຄລຍຂອງອີຣ່ານ ເຖິງແມ່ນໄດ້ຮັບຄວາມໝັ້ນ ໃຈຈາກກຸງເຕຫະຣ່ານວ່າໂຄງ
ການນີວເຄລຍຂອງຕົນມີວັດຖຸປະສົງໃນທາງສັນຕິກໍຕາມ. ທ່ານນາງຄລິນຕັນກ່າວຕໍ່
ກອງປະຊຸມນັກຂ່າວ ທີ່ກຸງ Riyadh ວ່າ ອີຣ່ານຈະຕ້ອງແກ້ໄຂບັນຫາຄວາມເປັນຫ່ວງ
ຂອງນາໆຊາດກ່ຽວກັບໂຄງການນີວເຄລຍຂອງຕົນ ໃຫ້ໄວທີ່​ສຸດເທ່ົາທີ່ຈະໄວໄດ້.

ກອງປະຊຸມຍັງໄດ້ທໍາການໂອ້ລົມສົນທະນາກັນເລື້ອງຊ່ອງທາງຕ່າງໆ ເພື່ອທໍາຄວາມ
ກົດດັນໃຫ້ປະທານາທິບໍດີ Bashar al-Assad ແຫ່ງ ຊີເຣຍ ຍຸດຕິການປາບປາມ
ພວກຕໍ່ຕ້ານລັດຖະບານ ທີ່ພວມດໍາເນີນໄປຢູ່ນັ້ນ ນໍາ.

XS
SM
MD
LG