ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ກ່າວ​ຫາ ອີ​ຣ່ານ ໂຈມ​ຕີ ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ


ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ ທຳ​ນຽບ​ຂາວ ທ່ານ ຈອນ ໂບ​ລ​ຕັນ ໃຫ້​ຄຳ​ເຫັນ​ຕໍ່​ນັກ​ຂ່າວ ກ່ຽວ​ກັບ ເວ​ເນ​ຊູ​ເອ​ລາ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 1 ພຶດ​ສະ​ພາ, 2019.
ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ ທຳ​ນຽບ​ຂາວ ທ່ານ ຈອນ ໂບ​ລ​ຕັນ ໃຫ້​ຄຳ​ເຫັນ​ຕໍ່​ນັກ​ຂ່າວ ກ່ຽວ​ກັບ ເວ​ເນ​ຊູ​ເອ​ລາ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 1 ພຶດ​ສະ​ພາ, 2019.

ທີ່​ປຶ​ກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດຂອງ ສະ​ຫະ​ລັດ ທ່ານ ຈອນ ໂບ​ລ​ຕັນ ໄດ້​ກ່າວ ​
ໃນວັນອັງຄານວານນີ້ວ່າ ອີຣ່ານ “ເກືອບວ່າເປັນຜູ້ຮັບຜິດຊອບຢ່າງແນ່ນອນ ສຳລັບ
ການໂຈມຕີໃສ່ກຳປັ່ນບັນທຸກນ້ຳມັນໃນຕົ້ນເດືອນນີ້ ຢູ່ນອກຊາຍຝັ່ງຂອງປະເທດ ສະ
ຫະລັດ ອາຣັບ ເອມີເຣັສ.

ໃນ​ການ​ໃຫ້​ຄຳ​ເຫັນ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນລະຫວ່າງ ​ການ​ຢ້ຽມ​ຢາມ​ນະ​ຄອນຫຼວງ ອາ​ບູ
ດາບີ ສຳລັບສິ່ງທີ່ທ່ານເອີ້ນວ່າ ເປັນການເຈລະຈາ ກ່ຽວກັບ “ບັນຫາ ຄວາມປອດໄພ
ໃນພາກພື້ນ ທີ່ສຳຄັນ ແລະ ໃນເວລາທີ່ເໝາະສົມນັ້ນ,” ທ່ານ ໂບລຕັນ ບໍ່ໄດ້ໃຫ້ຫຼັກ
ຖານໃດໆ ເພື່ອສະໜັບສະໜູນ ການກ່າວຫາຂອງທ່ານ, ແຕ່ໄດ້ເວົ້າວ່າ ກຳປັ່ນບັນທຸກ
ນ້ຳມັນດັ່ງກ່າວໄດ້ຕຳໃສ່ລະເບີດໃຕ້ທະເລ.

ອີ​ຣ່ານ ກ່ອນ​ໜ້ານີ້ໄດ້​ປະ​ຕິ​ເສດ ຕໍ່ຄວາມ​ຮັບ​ຜິດ​ຊອບ ​ໃນ​ການ​ໂຈມ​ຕີ​ ແລະ​ໃນ​ວັນ​ພຸດ
ມື້ນີ້ ໂຄສົກກະຊວງຕ່າງປະເທດອີຣ່ານ ທ່ານອັບບາສ ມູຊາວີ ໄດ້ປະຕິເສດ​ຕໍ່​ການ​ກ່າວ
ຫາຂອງທ່ານໂບລຕັນນັ້ນວ່າ ເປັນເລື່ອງທີ່ໜ້າຢາກຫົວ.

ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ອີ​ຣ່ານ ກັບ ສະ​ຫະ​ລັດ ໄດ້​ຮຸນ​ແຮງ​ຂຶ້ນ​ໃນ​ບໍ່​ເທົ່າ​ໃດ​ອາ​ທິດ​ທີ່
ຜ່ານມາ ນັບຕັ້ງແຕ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ປະກາດການຕັດສິນໃຈຂອງທ່ານ
ທີ່ຈະຕັດການສົ່ງອອກນ້ຳມັນຂອງ ອີຣ່ານ ລົງເປັນສູນ ເພື່ອກົດດັນລັດຖະບານ ອີຣ່ານ
ໃຫ້ປ່ຽນແປງພຶດຕິກຳຂອງເຂົາເຈົ້າໃນເຂດຕາເວັນອອກກາງ, ແລະ ການເຄື່ອນໄຫວ
ຂອງທ່ານ ເພື່ອຂະຫຍາຍການມີໜ້າຂອງກອງທັບ ສະຫະລັດ ຢູ່ອ່າວ ເປີເຊຍ, ເປັນ
ການຕອບໂຕ້ຕໍ່ສິ່ງທີ່ທ່ານໄດ້ກ່າວວ່າ ເປັນໄພຂົ່ມຂູ່ຂອງ ອີຣ່ານ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ ອີ​ຣ່ານ ທ່ານ ໂມ​ຮຳ​ມັດ ຈາ​ວາດ ຊາ​ຣິ​ຟ ໄດ້​ກ່າວ​
ຫາທ່ານ ໂບລຕັນ ແລະ ຄົນອື່ນໆ ກ່ຽວກັບ “ຄວາມຕ້ອງການຢາກໃຫ້ເກີດສົງຄາມ”
ແລະ ໄດ້ເວົ້າວ່າລັດຖະບານທ່ານ ທຣຳ ພ້ອມກັບການວາງມາດຕະການລົງໂທດຄືນ
ໃໝ່ຕໍ່ ອີຣ່ານ ນັ້ນ ແມ່ນກຳລັງດຳເນີນ “ການກໍ່ການຮ້າຍທາງເສດຖະກິດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG