ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຊາຍ ທີ່ຖືກກ່າວຫາວ່າ ສ້າງຮູບເງົາ ເຍາະເຍີ້ຍ ຜູ້ກໍ່ຕັ້ງ ສາສະໜາອິສລາມ ຖືກສອບ ປາກຄໍາ (ວີດິໂອ)


ນາຍ Nakoula Basseley Nakoula (ເຄິ່ງກາງ) ຖືກນໍາເອົາຕົວອອກຈາກເຮືອນຂອງຜູ້ກ່ຽວ ຢູ່ລັດຄາລິຟໍເນຍ ໃນນະຄອນ Los Angelesໂດຍເຈົ້າໜ້າທີ່ ຕໍາຫລວດຢູ່ເມືອງ Cerritos ລັດ California ໃນວັນທີ 15 ກັນຍາ, 2012.
ນາຍ Nakoula Basseley Nakoula (ເຄິ່ງກາງ) ຖືກນໍາເອົາຕົວອອກຈາກເຮືອນຂອງຜູ້ກ່ຽວ ຢູ່ລັດຄາລິຟໍເນຍ ໃນນະຄອນ Los Angelesໂດຍເຈົ້າໜ້າທີ່ ຕໍາຫລວດຢູ່ເມືອງ Cerritos ລັດ California ໃນວັນທີ 15 ກັນຍາ, 2012.
ຊາຍຜູ້ນຶ່ງທີ່ຖືກກ່າວຫາວ່າ ຢູ່ເບື້ອງຫລັງຮູບເງົາເອກະຊົນ ທີ່
ພາໃຫ້ມີການເດີນຂະບວນປະທ້ວງ ຢູ່ໃນປະເທດຕ່າງໆ ທີ່ນັບ
ຖືສາສະໜາອິສລາມນັ້ນ ໄດ້ຖືກນໍາເອົາຕົວອອກຈາກເຮືອນ
ຂອງຜູ້ກ່ຽວຢູ່ລັດຄາລິຟໍເນຍ ໃນຕອນເຊົ້າມືດວັນເສົາມື້ນີ້ ໂດຍ
ເຈົ້າໜ້າທີ່ໃນນະຄອນ Los Angeles ຢູ່ທາງຝັ່ງທະເລພາກຕາ
ເວັນຕົກຂອງສະຫະລັດ.

ຕໍາຫລວດເວົ້າວ່າ ນາຍ Nakoula Basseley Nakoula ໄດ້
ສະມັກໃຈ ອອກຈາກເຮືອນຂອງຕົນດ້ວຍດີ ເພື່ອໄປໃຫ້ການສໍາ
ພາດກັບເຈົ້າໜ້າທີ່ ລັດຖະບານກາງ.

ອົງການຂ່າວ Reuters ລາຍງານວ່າ ນາຍ Nakoula ທີ່ໄດ້
ຖືກຕັດສິນໂທດຖານສໍ້ໂກງເງິນທະນາຄານ ກໍາລັງຖືກສອບ
ປາກຄໍາ ກ່ຽວກັບຄວາມເປັນໄປໄດ້ທີ່ວ່າ ຜູ້ກ່ຽວອາດລະເມີດກົດໃນການຝາກໂທດ ຍ້ອນ ໄດ້ສ້າງຮູບເງົາ ທີ່ເປັນບັນຫາໂຕ້ແຍ້ງກັນຢູ່ໃນເວລານີ້.

ໃນວັນສຸກວານນີ້ ນາຍ Nakoula ໄດ້ຕໍາໜິພວກປະທ້ວງ. ໃນການໃຫ້ສໍາພາດຕໍ່ສະຖານີ ວິທະຍຸ Sawa ທີ່ໄດ້ຮັບທຶນຈາກລັດຖະບານອາເມຣິການັ້ນ ຜູ້ອໍານວຍການສ້າງໜັງຜູ້ນີ້ ເວົ້າວ່າ ເພື່ອນອາຣັບຂອງລາວທັງຫລາຍ “ຄວນຈະຮຽນຮູ້ການເດີນຂະບວນແບບສັນຕິ ວິທີ.” ລາວເວົ້າວ່າ ການກ່າວຫາ ໃດໆກໍຕາມທີ່ວ່າ ລັດຖະບານອາເມຣິກາໄປມີສ່ວນກ່ຽວ ຂ້ອງກັບການສ້າງຮູບເງົານັ້ນ ແມ່ນ “ເປັນເລື້ອງຕະລົກໜ້າຢາກຫົວ” ແລະວ່າ “ອາເມຣິກາ ບໍ່ມີສ່ວນກ່ຽວຂ້ອງຫຍັງເລີຍກັບຊີເນເລື້ອງນີ້.”

ເບິ່ງວີດິໂອກ່ຽວກັບການປະທ້ວງຕໍ່ຕ້ານຮູບເງົາເຍາະເຍີ້ຍພະສາສະດາ Muhammad

XS
SM
MD
LG