ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະລັດ ແລະ ເມັກຊິໂກ ຈະຈັດກອງປະຊຸມ ເຈລະຈາ ການຄ້າ ກ່ຽວກັບ ໝາກໄມ້ ແລະ ຜັກ


ທຸງຊາດຂະໜາດນ້ອຍ ຂອງເມັກຊິໂກ ແລະ ສະຫະລັດ ຕັ້ງຢູ່ໂຕະຂອງແຕ່ລະຝ່າຍ ໃນລະຫວ່າງ ການປຶກສາຫາລືດ້ານການຄ້າ ຢູ່ໃນນະຄອນຫລວງ ເມັກຊິໂກ ຊີຕີ, ວັນທີ 29 ກໍລະກົດ 2014.
ທຸງຊາດຂະໜາດນ້ອຍ ຂອງເມັກຊິໂກ ແລະ ສະຫະລັດ ຕັ້ງຢູ່ໂຕະຂອງແຕ່ລະຝ່າຍ ໃນລະຫວ່າງ ການປຶກສາຫາລືດ້ານການຄ້າ ຢູ່ໃນນະຄອນຫລວງ ເມັກຊິໂກ ຊີຕີ, ວັນທີ 29 ກໍລະກົດ 2014.

ສະຫະລັດ ແລະເມັກຊິໂກ ວາງແຜນທີ່ຈະຈັດການເຈລະຈາ ພາຍໃນ 90 ວັນ ເພື່ອປຶກສາຫາລື ຄວາມເປັນຫ່ວງຕ່າງໆຂອງສະຫະລັດ ທີ່ວ່າ ພວກໝາກໄມ້ແລະຜັກ ທີ່ນຳເຂົ້າຈາກເມັກຊິໂກ ອາດເປັນຜົນເສຍຫາຍແກ່ພວກຊາວກະສິກອນສະຫະລັດ.

ຫ້ອງການຂອງທ່ານໂຣເບີດ ໄລທາຍເຊີ, ຜູ້ຕາງໜ້າທາງການຄ້າຂອງສະຫະລັດ ໄດ້ປະກາດໃນວັນອັງຄານວານນີ້ວ່າ ສະຫະລັດຢາກຈະກວດເບິ່ງ ພວກໝາກສະຕໍແບຣີ ໝາກເຜັດໃຫຍ່ ແລະສິນຄ້າຕາມລະດູການທີ່ສາມາດເສຍຄຸນໄດ້ງ່າຍຕ່າງ ເປັນການສະເພາະ ທີ່ນຳເຂົ້າມາໃນປະເທດ ແລະວ່າ ການທົບທວນຄືນນີ້ ອາດຈະນຳໄປສູ່ການວາງພາສີອາກອນອອກມາ ກໍເປັນໄດ້.

ທ່ານ ໄລທາຍເຊີ ໄດ້ກ່າວຢູ່ໃນຖະແຫລງການວ່າ “ປະທານາທິບໍດີ ທຣຳ ຮັບຊາບເຖິງຄວາມທ້າ ທາຍຕ່າງໆທີ່ພວກກະສິກອນຊາວອາເມຣິກັນ ໄດ້ປະເຊີນ ແລະທ່ານໄດ້ໃຫ້ຄວາມໝັ້ນໝາຍທີ່ຈະສົ່ງເສີມ ແລະຮັບປະກັນການຄ້າທີ່ເປັນທຳ ແລະໃຫ້ມີສະພາບການຄ້າທີ່ເທົ່າທຽມກັນ ສຳລັບພວກຜູ້ຜະລິດສິນຄ້າຊາວອາເມຣິກັນທັງໝົດ.”

ກະຊວງເສດຖະກິດຂອງເມັກຊິໂກ ໄດ້ໃຫ້ຄໍາໝັ້ນໝາຍທີ່ຈະເຂົ້າຮ່ວມໃນການເຈລະຈາ ແລະ ຢູ່ໃນຖະແຫລງການສະບັບນຶ່ງ ກໍໄດ້ກ່າວວ່າ ຕົນຢາກຈະ “ຊອກຫາວິທີແກ້ໄຂຢ່າງເປັນທີ່ເພິ່ງພໍໃຈນໍາກັນ ຕໍ່ຄວາມເປັນຫ່ວງຕ່າງໆ ທີ່ໄດ້ຖືກຍົກຂຶ້ນມາໂດຍຂະແໜງອຸດສາຫະກຳດ້ານກະສິກຳຂອງທັງສອງປະເທດ.”

ເມັກຊິໂກ ຍັງໄດ້ກ່າວອີກວ່າ ຕົນຈະຫາທາງທີ່ຈະ “ປົກປ້ອງຖານະພິເສດໃນການສົ່ງອອກສິນຄ້າກະສິກຳຂອງເມັກຊິໂກ ໄປຍັງສະຫະລັດ.”

ທັງສອງປະເທດ ພ້ອມກັບການາດາ ເລີ້ມຕົ້ນປະຕິບັດຕາມຂໍ້ຕົກລົງດ້ານການຄ້າ ສະບັບໃໝ່ ທີ່ເອີ້ນວ່າ ຂໍ້ຕົກລົງ ລະຫວ່າງ U.S.-Mexico-Canada ເມື່ອສອງເດືອນກ່ອນ ຊຶ່ງເປັນການປ່ຽນແທນຂໍ້ຕົກລົງການຄ້າເສລີເຂດອາເມຣິກາເໜືອ ຫຼື ທີ່ເອີ້ນຫຍໍ້ວ່າ NAFTA ທີ່ໄດ້ຄຸ້ມຄອງການຄ້າຢູ່ໃນພາກພື້ນມາໄດ້ 26 ປີແລ້ວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG