ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ແລະເມັກຊິໂກ ຈະຮ່ວມມືກັນ ຂະຫຍາຍໂຄງການພັດທະນາ ຢູ່ໃນເຂດສາມຫລ່ຽມພາກເໜືອ


ຮອງປະທານາທິບໍດີສະຫະລັດ, ທ່ານນາງ ຄາມາລາ ແຮຣີສກ່າວຕໍ່ນັກຂ່າວທີ່ໄປຫ້ອມລ້ອມທ່ານຢູ່ກ້ອງປີກຂອງເຮືອບິນປະຈໍາຕໍາແໜ່ງຂອງທ່ານນາງ Air Force Two ຂະນະທີ່ທ່ານນາງຈະອອກເດີນທາງໄປເມັກຊິໂກຈາກກົວເຕມາລາໃນວັນຈັນ ວັນທີ 7 ມິຖຸນາ, 2021 (ພາບຈາກ AP Photo/Jacquelyn Martin)
ຮອງປະທານາທິບໍດີສະຫະລັດ, ທ່ານນາງ ຄາມາລາ ແຮຣີສກ່າວຕໍ່ນັກຂ່າວທີ່ໄປຫ້ອມລ້ອມທ່ານຢູ່ກ້ອງປີກຂອງເຮືອບິນປະຈໍາຕໍາແໜ່ງຂອງທ່ານນາງ Air Force Two ຂະນະທີ່ທ່ານນາງຈະອອກເດີນທາງໄປເມັກຊິໂກຈາກກົວເຕມາລາໃນວັນຈັນ ວັນທີ 7 ມິຖຸນາ, 2021 (ພາບຈາກ AP Photo/Jacquelyn Martin)

ຮອງປະທານາທິບໍດີສະຫະລັດ, ທ່ານນາງ ຄາມາລາ ແຮຣີສ ກ່າວວ່າທ່ານນາງຈະປຶກສາຫາລື ກ່ຽວກັບບົດບາດຂອງປະເທດເມັກຊິໂກຢູ່ໃນຂົງເຂດໃນຂະນະທີ່ທ່ານນາງ ພົບປະກັບປະທານາທິບໍດີ ອັງເດຣ ມານູແອລ ໂລເປສ ໂອບຣາດໍ (Andrés Manuel López Obrador) ໃນນະຄອນຫລວງເມັກຊິໂກຊີຕີ້ ໃນວັນອັງຄານມື້ນີ້ ໂດຍເປັນສ່ວນນຶ່ງຂອງການເດີນທາງຂອງທ່ານນາງໃນການແກ້ໄຂການເພີ້ມຂຶ້ນ ຂອງການຍົກຍ້າຍຖິ່ນຖານ ມາຫາຊາຍແດນພາກໃຕ້ ຂອງສະ ຫະລັດ.

ໃນການກ່າວຕໍ່ບັນດານັກຂ່າວໃນຕອນແລງວັນຈັນວານນີ້, ທ່ານນາງ ແຮຣີສ ໄດ້ເວົ້າເຖິງການຮ່ວມມືທີ່ໃກ້ຊິດລະຫວ່າງປະເທດເພື່ອນບ້ານທີ່ວ່ານີ້ ແລະກ່າວວ່າ ຫົວຂໍ້ກອງປະຊຸມໃນວັນອັງຄານມື້ນີ້ ຍັງຈະລວມເອົາການພົວພັນກັນທາງດ້ານເສດຖະກິດ ແລະການຮ່ວມມືກ່ຽວກັບຢາວັກຊິນກັນໂຄວິດ-19 ອີກດ້ວຍ.

ບັນດາເຈົ້າໜ້າທີ່ສະຫະລັດ ກ່າວວ່າ ທ່ານນາງແຮຣີສ ແລະ ທ່ານ ໂລເປສ ໂອບຣາດໍ (López Obrador) ຈະເປັນສັກຂີພິຍານໃນການເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ໃນໂຄງການພັດທະນາຢູ່ໃນປະເທດເຂດສາມຫລ່ຽມພາກເໜືອ ຂອງກົວເຕມາລາ, ແອລຊາລວາດໍ ແລະຮອນດູຣາສ.

ທ່ານຣີຄາໂດ ຊູຍີກາ (Ricardo Zúñiga), ທູດພິເສດຂອງສະຫະລັດປະຈຳ ເຂດສາມຫລ່ຽມພາກເໜືອ ກ່າວຕໍ່ບັນດານັກຂ່າວ ກ່ອນກອງປະຊຸມໃນວັນອັງ ຄານມື້ນີ້ວ່າ ສະຫະລັດ ແລະເມັກຊິໂກ "ບໍ່ເຄີຍມີການຮ່ວມມືໃນລະດັບນີ້ຢູ່ໃນອາເມຣິກາກາງມາກ່ອນເລີຍ."

ທ່ານຊູຍີກາ (Zúñiga) ກ່າວອີກວ່າ “ຫລັກໆກໍຄື ມັນເປັນເລື້ອງສຳຄັນຫລາຍ ທີ່ຈະສະແດງໃຫ້ເຫັນວ່າສະຫະລັດ ແລະເມັກຊິໂກກໍາລັງຮ່ວມມືກັນ ແລະພະ ຍາຍາມປັບປຸງສະພາບການຕ່າງໆທາງພາກພື້ນດິນ ລະຫວ່າງບັນດາປະເທດເພື່ອນບ້ານຂອງພວກເຮົາ ຍ້ອນຄວາມສຳຄັນທີ່ບັນດາປະເທດໃນອາເມຣິກາກາງເຫັນວ່າ ທັງສອງປະເທດພວກເຮົາມີ.”

ທ່ານ ຊູຍີກາ (Zúñiga) ກ່າວຕໍ່ໄປວ່າ "ພວກເຮົາທັງສອງ ແມ່ນເປັນປະເທດປາຍທາງສຳລັບການຍົກຍ້າຍຖິ່ນຖານມາຈາກຂົງເຂດອາເມຣິກາກາງ, ແລະທັງສອງປະເທດພວກເຮົາມີບັນຫາດຽວກັນຈໍານວນນຶ່ງໃນການພະຍາຍາມຮັບປະກັນ ວ່າ ພວກເຮົາມີເສັ້ນທາງທີ່ຖືກຕ້ອງຕາມກົດໝາຍສຳລັບການຍົກຍ້າຍແລະແຮງງານຊົ່ວຄາວ."

ໃນຂະນະທີ່ຢູ່ນະຄອນຫລວງເມັກຊິໂກຊີຕີ້ນັ້ນ ທ່ານນາງແຮຣີສ ຈະມີການເຈ ລະຈາກັບຜູ້ປະກອບການ ແລະຜູ້ນຳແຮງງານເຊັ່ນກັນ.

ທ່ານນາງໄດ້ປະຕິບັດຕາຕະລາງເວລາທີ່ຄ້າຍຄືກັນກັບຕາຕະລາງເວລາໃນວັນຈັນວານນີ້ ຢູ່ທີ່ກົວເຕມາລາບ່ອນທີ່ທ່ານນາງໄດ້ເນັ້ນໜັກເຖິງ “ອຳນາດແຫ່ງຄວາມຫວັງ” ພ້ອມກັບຄວາມພະຍາຍາມໃໝ່ໃນການຕໍ່ສູ້ກັບການສໍ້ລາດບັງຫຼວງແລະຊັກຊວນຊາວອາເມຣິກາລາຕິນໃຫ້ຢູ່ໃນປະເທດແທນທີ່ຈະພະຍາຍາມ ອົບພະຍົບແບບເປັນອັນຕະລາຍໄປທາງເໜືອເພື່ອໄປຫາສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG