ໃນວັນຈັນວານນີ້ ເມັກຊິໂກໄດ້ເຕືອນວ່າ ການຂົ່ມຂູ່ຂອງປະທານາທິບໍດີດໍໂນລ ທຣຳ
ດ້ວຍການເກັບພາສີໃໝ່ ຕໍ່ສິນຄ້າສົ່ງອອກມາຍັງສະຫະລັດຂອງຕົນນັ້ນ ຈະເຮັດໃຫ້
ເສດຖະກິດຂອງທັງສອງປະເທດເສຍຫາຍ ແລະຈະກໍ່ໃຫ້ເກີດມີຄົນເຂົ້າເມືອງຈາກ
ອາເມຣິກາກາງ ເດີນທາງຜ່ານເມັກຊິໂກຫຼາຍຂຶ້ນຕື່ມອີກ ເພື່ອ ທີ່ຈະມາຮອດສະຫະລັດ
ໃຫ້ໄດ້.
ໃນເວລາເລີ້ມຕົ້ນການເຈລະຈາ ຢູ່ໃນນະຄອນຫຼວງວໍຊິງຕັນ ບັນດາເຈົ້າໜ້າທີ່ ຂອງ
ເມັກຊິໂກ ໄດ້ກ່າວວ່າ ພວກເພິ່ນອາດເຮັດໄດ້ເທົ່າທີ່ຕົນສາມາດເຮັດເພື່ອທີ່ຈະປະຕິບັດ
ຕາມການຮຽກຮ້ອງຂອງທ່ານທຣຳ ໃຫ້ກີດກັນການເດີນທາງຂອງພວກຄົນເຂົ້າເມືອງ ເຂົ້າມາໃນເມັກຊິໂກ ເພື່ອຫລີກເວັ້ນການວາງມາດຕະການຂຶ້ນພາສີ 5 ເປີເຊັນ ໃນ
ສັບປະດາໜ້ານີ້. ບັນດາເຈົ້າໜ້າທີ່ນີ້ ໄດ້ລະບຸຢ່າງຊັດເຈນການບໍ່ ເຫັນດີໃນຂໍ້ຕົກລົງ
ທີ່ວ່າ ໃຫ້ມີ “ປະເທດທີສາມທີ່ປອດໄພ” ເພື່ອກຳນົດໃຫ້ພວກ ທີ່ສະແຫວງຂໍລີ້ໄພໃນ
ສະຫະລັດ ຍື່ນຄຳຮ້ອງຂໍຢູ່ໃນເມັກຊິໂກເສຍກ່ອນ.
ທ່ານນາງ ມາຣຕາ ບາຣເຊນາ ເອກອັກຄະລັດຖະທູດ ສະຫະລັດປະຈຳເມັກຊິໂກ ໄດ້
ກ່າວວ່າ “ມັນເປັນທີ່ຈະແຈ້ງແລ້ວວ່າ ຂີດຈຳກັດ ໃນສິ່ງທີ່ພວກເຮົາສາ ມາດເຈລະຈາ
ແລະຂີດຈຳກັດນັ້ນ ແມ່ນກຽດສັກສີຂອງຊາວເມັກຊິໂກ.”
ທ່ານນາງ ບາຣເຊນາ ໄດ້ກ່າວຕື່ມວ່າ ການເກັບພາສີຂອງສະຫະລັດ “ອາດກໍ່ໃຫ້ເກີດ
ຄວາມບໍ່ທຸ່ນທ່ຽງໃນດ້ານການເງິນ ແລະເສດຖະກິດ” ກໍຈະຫລຸດຜ່ອນ ໃນຄວາມ
ອາດສາມາດ ຂອງເມັກຊິໂກຕໍ່ການຮັບມືກັບການຫລັ່ງໄຫລຂອງພວກ ອົບພະຍົບ ແລະ
“ສະເໜີໃຫ້ທາງເລືອກອື່ນໆ” ແກ່ພວກຄົນທີ່ຫລົບໜີຈາກ ກົວເຕມາລາ ຮອນດູຣາສ
ແລະແອລຊາລວາດໍ.
ບັນດາເຈົ້າໜ້າທີ່ຂອງເມັກຊິໂກ ໄດ້ໂຕ້ຕອບວ່າ ພວກຍົກຍ້າຍຖິ່ນຖານອີກ 250,000
ຄົນ ອາດພະຍາຍາມໄປຮອດສະຫະລັດ ຖ້າຫາກການເກັບພາສີ ໄດ້ຖືກວາງອອກ ຕື່ມ
ໃສ່ກັບ ຫຼາຍສິບພັນຄົນທີ່ໄດ້ໄປຮອດເຂດຊາຍແດນ ທາງພາກໃຕ້ຂອງສະຫະລັດ ໃນ
ແຕ່ລະເດືອນ.
ທ່ານທຣຳ ບໍ່ສະແດງທ່າທີ ອ່ອນຂໍ້ລົງຕໍ່ການຮຽກຮ້ອງຂອງທ່ານແຕ່ຢ່າງໃດ ໃນຂະນະທີ່
ທ່ານໄດ້ຂຽນລົງທວີດເຕີ້ ໃນລະຫວ່າງຢ້ຽມຢາມລອນດອນ.
ທ່ານໄດ້ຂຽນວ່າ “ເພື່ອເປັນສັນຍານຂອງຄວາມເຊື່ອໝັ້ນ ເມັກຊິໂກຄວນຍຸຕິ ການລັ່ງ
ໄຫລເຂົ້າມາຂອງພວກຄົນແລະຢາເສບຕິດຜ່ານປະເທດຂອງພວກເຂົາ ເຈົ້າໃນທັນທີ
ແລະຜ່ານເຂົ້າມາທາງຊາຍແດນພາກໃຕ້ຂອງພວກເຮົາ.” ທ່ານຂຽນອີກວ່າ “ພວກ
ເຂົາເຈົ້າ ສາມາດເຮັດໄດ້ ຖ້າພວກເຂົາເຈົ້າຢາກເຮັດ!”
ປະທານາທິບໍດີ ເມັກຊິໂກ ທ່ານ ອານເດຣສ໌ ແມນູແອລ ໂລເປັສ ໂອບຣາດໍ ຍັງຄົງໝັ້ນ
ໃຈວ່າ ທັງສອງຝ່າຍ ຈະບັນລຸຂໍ້ຕົກລົງກັນໄດ້ ໂດຍກ່າວບອກບັນ ດານັກຂ່າວໃນວັນຈັນ
ວານນີ້ ວ່າ ທ່ານມີຄວາມຫວັງໃນແງ່ດີ.