ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ແລະ ເມັກຊິໂກ ຈະເພິ້ມ ການປາບປາມ ອາຊະຍະກຳ ແລະ ຄວາມຮຸນແຮງ ຢາເສບຕິດ


ຮອງລັດຖະມົນຕີຕ່າງປະເທດສະຫະລັດ ທ່ານຈອນ ຈີ ຊູລິວັນ ກ່າວຕໍ່ກອງປະຊຸມບັນດານັກຂ່າວ.
ຮອງລັດຖະມົນຕີຕ່າງປະເທດສະຫະລັດ ທ່ານຈອນ ຈີ ຊູລິວັນ ກ່າວຕໍ່ກອງປະຊຸມບັນດານັກຂ່າວ.

ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນສູງຂອງສະຫະລັດ ​ແລະ​ເມັກ​ຊິ​ໂກ ​ໄດ້​ພົບ​ປະກັນ​ຢູ່​ກະຊວງ​ຕ່າງ
ປະ​ເທດ​ສະຫະລັດ ທີ່​ນະຄອນຫລວງ​ວໍຊິ​ງຕັນ​ໃນ​ວັນ​ພະຫັດ​ວານ​ນີ້ ​ແລະ​ຕົກລົງທີ່​ຈະ
​ເພີ້​ມຄວາມ​ພະຍາຍາມ​ ເພື່ອລົບ​ກວນ ​ການປະຕິບັດງານ ຂອງອົງການອາຊະຍາກຳ
ຂ້າມຊາດ ຫລືທີ​ຊີ​ໂອ (TCO)

ຮອງ​ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານຈອນ ຊູ​ລິ​ວັນ ກ່າວວ່າ ການ​ຄ້າ​ຢາ​ເສບ​
ຕິດ​ຜິດ​ກົດໝາຍ ຂອງທີຊີ​ໂອ (TCO) ແມ່ນເຮັດໃຫ້ມີຜູ້ເສຍຊີວິດເປັນ ຈຳນວນຫຼວງ
ຫຼາຍ ຢູ່ທັງສອງຟາກຂອງ​ຊາຍ​ແດນ​ສະຫະລັດ ​ແລະເມັກ​ຊິ​ໂກ ທີ່​ມີ​ຊາວ​ອາ​ເມຣິກາ
​ຫລາຍ​ກວ່າ 64,000 ຄົນ​ເສຍ​ຊີວິດ​ຈາກ​ການ​ໃຊ້​ຢາ​ເກີນ​ຂອບ​ເຂດ​ໃນ​ປີແລ້ວນີ້.

US, Mexico Step Up Fight Against Illegal Drug Crime, Violence
please wait

No media source currently available

0:00 0:02:00 0:00

ທ່ານ​ຊູ​ລິວັນ ກ່າວ​ວ່າ ຈຳນວນ​ການ​ເສຍ​ຊີວິດ ​ຈາກ​ຢາສັງເຄາະໂອປີອ່ອຍພຽງຢ່າງ
ດຽວເທົ່າ​ນັ້ນ ກໍ​ໄດ້ເອົາ​ຊີວິດຂອງຜູ້ຄົນ ​ຫລາຍ​ກວ່າ​ທັງ​ສອງເຮ​ໂຣອິນແລະ​ຢາ​ແກ້​ປວດ
​ທີ່ແພດສັ່ງຮວມກັນ ​ແລະ​ກ່າວ​ວ່າ ການ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ເປັນ​ພຽງ​ທາງ​ດຽວທີ່​ຈະແກ້
ໄຂບັນຫາ ທີ່​ບໍ່​ຖືສຳຄັນກ່ຽວ​ກັບ​ຊາຍ​ແດນ​ສາກົນນັ້ນ.

ລັດຖະມົນຕີຕ່າງປະເທດ ເມັກຊິໂກ ທ່ານຫລຸຍ ວີເດີກາເຣ.
ລັດຖະມົນຕີຕ່າງປະເທດ ເມັກຊິໂກ ທ່ານຫລຸຍ ວີເດີກາເຣ.

ທ່ານຊູ​ລິ​ວັນ​ກ່າວ​ວ່າ “ລັດຖະບານ​ຊຸດ​ນີ້​ປະ​ຕິ​ເສດ​ທີ່​ຈະ​ບໍ່​ຫົວຊາ​ຕໍ່ບັນຫາ. ສະຫະລັດ​
ຈະ​ບໍ່​ຫລຽວໄປ​ທາງ​ອື່ນ​ອີກຫລື​ເຊື່ອງບັນຫາ​ເຫລົ່າ​ນີ້​ໄວ້​ກ້ອງ​ຜ້າ​ພົມ. ​ເພາະສະນັ້ນ
ປະທາ​ທານ​ທິບໍດີ ດໍ​ໂນ​ລ ທຣໍາ ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ຕໍ່ສູ້​ກັບ ການລະບາດ ​ຂອງໂອປີ
​ອ່ອຍ ທີ່​ໄດ້​ທຳລາຍ​ຊີວິດ ຂອງ​ຫລາຍໆສ່ວນ​ບຸກຄົນ ​ແລະ​ຄອບຄົວ​ຢູ່​ໃນທົ່ວ​ປະ​ເທດ.”

ລັດຖະມົນຕີກະຊວງຮັກສາຄວາມປອດໄພ ພາຍໃນຂອງສະຫະລັດ ທ່ານນາງ ເຄີເຈີນ ນີວສັນ ກ່າວຢູ່ກອງປະຊຸມນັກຂ່າວ.
ລັດຖະມົນຕີກະຊວງຮັກສາຄວາມປອດໄພ ພາຍໃນຂອງສະຫະລັດ ທ່ານນາງ ເຄີເຈີນ ນີວສັນ ກ່າວຢູ່ກອງປະຊຸມນັກຂ່າວ.

ລັດຖະມົນຕີ​ຕ່າງປະ​ເທດ​ເມັກ​ຊິ​ໂກ ທ່ານ ຫລຸຍ ວິ​ເດີ​ກາ​ເຣ ກ່າວ​ວ່າ ຂອບເຂດ​ຂອງບັນ
ຫາ​ໃນເລື່ອງ​ຢາ ໄດ້​ຮຽກຮ້ອງ​ໃຫ້ສະຫະລັດ​ແລະເມັກ​ຊິ​ໂກ​ປະ​ຕິບັດງານ ​ຢ່າ​ງໃກ້​ຊິດ​
ຮ່ວມກັນ ​ແບ່ງປັນ​ຂໍ້​ມູນ​ເພື່ອ​ ລົບ​ກວນ ອົງການທີ​ຊີ​ໂອ ​ແລະ​ກິດຈະ ການ​ທີ່​ຮ້າຍ​ແຮງ​ຂອງພວກເຂົາ​.

ລັດຖະມັນຕີກະຊວງພາຍໃນສະຫະລັດ ທ່ານມີແກນ ໂອໂຊຣິໂອ ຈົງ ກ່າວຕໍ່ກອງປະຊຸມນັກຂ່າວ.
ລັດຖະມັນຕີກະຊວງພາຍໃນສະຫະລັດ ທ່ານມີແກນ ໂອໂຊຣິໂອ ຈົງ ກ່າວຕໍ່ກອງປະຊຸມນັກຂ່າວ.

ທ່ານ​ວີ​ເດີ​ກາ​ເຣ ກ່າວ​ວ່າ "ຊາວ​ອາ​ເມຣິກາ​ຫລາຍໆ​ພັນ​ຄົນ​ ໄດ້​ເສຍ​ຊີວິດຈາກ​ການ​ໃຊ້
ຢາ​ເກີ​ນກຳ​ນົດ. ຫລາຍໆ​ພັນ​ຄົນ​ທີ່ເປັນ​ຊາວ​ເມັກ​ຊິ​ໂກ ​ກໍເສ​ຍຊີວິດ​ຈາກ​ຄວາມຮຸນ​ແຮງ
ທີ່​ເກີດ​ຈາກ​ກາ​ນຄ້າ​ຢາ​ເສບ​ຕິດ. ​ແລະ​ພວກ​ເຮົາ​ຈະສາມາດ​ແກ້​ໄຂ​ບັນຫາ​ນີ້ ​ໂດຍ​ການ
​ເຮັດ​ວຽກຮ່ວມກັນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG