ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ບັນລຸ ຂໍ້​ຕົກລົງ ​​ການ​ຄ້າ ສະບັບໃໝ່ ກັບ ​ເມັກ​ຊິ​ໂກ


​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ໂອ້ລົມທາງ
ໂທລະສັບກັບ ​ປະທານາທິບໍດີເມັກຊິໂກ ທ່ານ​ອັງຣິກເກ ເປຍາ ນີ​ເອ​ໂຕ,​ຫ້ອງ​ໂອ​ໂວ​ລ ອອຟຟິສ ​ໃນ​ທຳນຽບຂາວ, 27 ສິຫາ 2018, ທີ່ນຳຄອນຫຼວງວໍຊິງຕັນ.
​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ໂອ້ລົມທາງ ໂທລະສັບກັບ ​ປະທານາທິບໍດີເມັກຊິໂກ ທ່ານ​ອັງຣິກເກ ເປຍາ ນີ​ເອ​ໂຕ,​ຫ້ອງ​ໂອ​ໂວ​ລ ອອຟຟິສ ​ໃນ​ທຳນຽບຂາວ, 27 ສິຫາ 2018, ທີ່ນຳຄອນຫຼວງວໍຊິງຕັນ.

ສະຫະລັດ ​ແລະ​ເມັກ​ຊິ​ໂກ ​ໄດ້ບັນລຸຂໍ້​ຕົກລົງ​ທາງດ້ານການຄ້າລະຫວ່າງ​ກັນ ປ່ອຍ​ໃຫ້
ກາ​ນາ​ດາ​ຢູ່ຢ່າງດຽວ​ດາຍ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະແກ້ໄຂຫຼື​ສັບ​ປ່ຽນຂໍ້​ຕົກລົງການ​ຄ້າ​
ເສລີ​ໃນ​ອາ​ເມີຣິກາ​ເໜືອ ຫຼື NAFTA ອີງ​ຕາມ​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ
ທຣຳ.

ຂໍ້​ຕົກລົງ​ອັນ​ໃໝ່​ນີ້ ຈະ​ເອີ້ນ​ວ່າ ຂໍ້​ຕົກລົງ​ການ​ຄ້າ​ ລະຫວ່າງ​ສະຫະລັດ ກັບ ​ເມັກ​ຊິ​ໂກ,
ຊຶ່ງທ່ານທຣຳ ​ໄດ້​ກ່າວ​ໄວ້ ​ໃນ​ວັນ​ຈັນ​ວານ​ນີ້.

ທ່ານທຣຳ ​ໄດ້​ກ່າວ​ຕື່ມວ່າ “ພວກ​ເຮົາ​ຈະ​ຍົກ​ເລີກ​ຊື່ NAFTA, ຊຶ່ງມັນ​ເປັ​ນຊື່ທີ່ບໍ່ຄ່ອຍດີ
ຍ້ອນ​ວ່າ ສະຫະລັດ ​ແມ່ນ​ຮັບ​ຜົນ​ເສຍຫາຍ​ຢ່າງ​ສາຫັດ​ຍ້ອນຂໍ້​ຕົກລົງ NAFTA
ມາ​ເປັນ​ເວລາ​ຫຼາຍໆ​ປີ​ແລ້ວ.”

“ມັນ​ເປັນ​ມື້ທີ່​ຍິ່ງ​ໃຫຍ່​ສຳລັບ​ການ​ຄ້າ, ມັນ​ເປັນ​ມື້​ທີ່​ຍິ່ງ​ໃຫຍ່ສຳລັບ​ປະ​ເທດ​ຂອງ​ພວກ​
ເຮົາ,”
ນັ້ນຄືຄຳເວົ້າຂອງທ່ານທຣຳ ໄດ້​ກ່າວຊ້ອງ​ໜ້າ​ພວກ​ນັກ​ຂ່າວ, ​ທີ່​ຖືກເອີ້ນ​ເຂົ້າ​ໄປ​
ຍັງ​ຫ້ອງ​ໂອ​ໂວ​ລ ອອຟຟິສ ​ໃນ​ທຳນຽບຂາວ ​ເພື່ອ​ເຂົ້າ​ຊົມ​ການ​ກ່າວ​ຄຳ​ປາ​ໄສ​ຂອງ​ທ່ານ
​ທຣຳທີ່​ໂອ້​ລົມ​ທາງ​ໂທລະສັບ ​ກັບ​ປະທານາທິບໍດີເມັກຊິໂກ ທ່ານ​ອັງຣິກເກ ເປຍາ ນີ​ເອ​ໂຕ.

ປະທານາທິບໍດີເມັກຊິໂກ ທ່ານ​ອັງຣິກເກ ເປຍາ ນີ​ເອ​ໂຕ ກ່າວຖະແຫຼງການ ໃນທຳນຽບປະທານາທິບໍດີ, ເມັກຊິໂກ ຊີຕີ, 21 ພະຈິກ 2017.
ປະທານາທິບໍດີເມັກຊິໂກ ທ່ານ​ອັງຣິກເກ ເປຍາ ນີ​ເອ​ໂຕ ກ່າວຖະແຫຼງການ ໃນທຳນຽບປະທານາທິບໍດີ, ເມັກຊິໂກ ຊີຕີ, 21 ພະຈິກ 2017.

ຜູ້ນຳ​ເມັກ​ຊິ​ໂກ ​ໄດ້ສະ​ແດງ​ອອກ​ຊຶ່ງ​ຄວາມ​ຫວັງ ທີ່​ຈະ “ຟື້ນຟູ, ດັດ​ແກ້ ​ແລະ​ປັບປຸງໃຫ້
ທັນສະໄໝ”
ຂໍ້​ຕົກລົງ​ NAFTA ​ໃນ​ຂະນະ​ທີ່​ຄຳເວົ້າຂອງທ່ານ​ທຣຳ ຊີ້​ໃຫ້​ເຫັນ​ວ່າ ຂໍ້​ຕົກ
ລົງ ທີ່​ມີ​ມາ 24 ປີແລ້ວນັ້ນວ່າ ​ແມ່ນຕາຍໄປແລ້ວ.

“ພວກ​ເຮົາ ຈະ​ມີ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ​ໃນ​ອີກ​ບໍ່ຊ້ານີ້,” ກ່ຽວ​ກັບ​ຂໍ້​ຕົກລົງ​ດັ່ງກ່າວ ນັ້ນຄືຄຳເວົ້າຂອງທ່ານ​ທຣຳ ​ໄດ້​ກ່າວ​ຕໍ່​ທ່ານເປຍາ ນີ​ເອ​ໂຕ.

“ນີ້​ແມ່ນ​ບາງ​ຢ່າງ​ທີ່​ເປັນ​ທາງ​ບວກ​ຫຼາຍ ສຳລັບ​ສະຫະລັດ ກັບ​ເມັກ​ຊິ​ໂກ,” ທ່ານເປຍາ
ນີ​ເອ​ໂຕ ​ໄດ້​ກ່າວ​ຕອບ ​ໂດຍ​ເວົ້າວ່າ ທ່ານ​ພ້ອມແລ້ວ​ທີ່​ຈະ​ຍົກ​ຈອກເຫຼົ້າເຕ​ກີລາ ​
ເພື່ອ​ສະຫຼອງ​ແລະ​ສະ​ແດງ​ອອກຕໍ່​ອາ​ເມຣິກາ ຊຶ່ງເປັນຄູ່​ພາຄີ​ການ​ຄ້າຂອງ​ທ່ານ​ວ່າ
“​ເປັນຄວາມ​ໂຊກ​ດີແລະ​ຍິນ​ດີ ທີ່​ໄດ້​ຮັບ​ຮູ້​ແລະຊາບ​ເຖິງ​ການຕັດສິນໃຈທາງການ​ເມືອງ
ຂອງ​ທ່ານ ທີ່​ຮວມຢູ່​ໃນນີ້ທັງ​ໝົດ​.”

​ເມັກ​ຊິ​ໂກ ​ໄດ້​ຕົກລົງ​ໃນ​ທັນ​ທີ ​ທີ່​ຈະ​ຊື້​ສິນຄ້າ​ກະ​ເສດ​ ຫຼາຍ​ເທົ່າ​ທີ່ຈະ​ຫຼາຍ​ໄດ້ ຈາກ​ສະຫະ
ລັດ ອີງ​ຕາມ​ທ່ານ​ທຣຳ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ໂອ້ລົມກັບທ່ານ ຈອສຕິນ ທຣູໂດ ໃນພິທີເປີດ ກອງປະຊຸມສຸດຍອດ ຂອງບັນດາປະເທດມະຫາອຳນາດ G-7.
​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ໂອ້ລົມກັບທ່ານ ຈອສຕິນ ທຣູໂດ ໃນພິທີເປີດ ກອງປະຊຸມສຸດຍອດ ຂອງບັນດາປະເທດມະຫາອຳນາດ G-7.

XS
SM
MD
LG