ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ, ເມັກ​ຊິ​ໂກ ບັນ​ລຸ​ຂໍ້​ຕົກ​ລົງ ກ່ຽວ​ກັບ ການ​ຍົກ​ຍ້າຍ​ຖິ່ນ​ຖານ, ຫຼີກ​ລ່ຽງ​ການ​ເກັບ​ພາ​ສີ


ລົດ​ບັນ​ທຸກ​ຄັນ​ນຶ່ງ​ຂອງ​ບໍ​ລິ​ສັດ ໂອ​ລິມ​ປິກ ຂອງ​ເມັກ​ຊິ​ໂກ ເດີນ​ທາງ​ຂ້າມຂົວ​ສາ​ກົນ ການ​ຄ້າ​ໂລກ, ໃນ​ຂະ​ນະ​ທີ່​ກຳ​ລັງ​ຈະ​ຂ້າມ​ຊາຍ​ແດນ​ເຂົ້າສູ່ ສະ​ຫະ​ລັດ.
ລົດ​ບັນ​ທຸກ​ຄັນ​ນຶ່ງ​ຂອງ​ບໍ​ລິ​ສັດ ໂອ​ລິມ​ປິກ ຂອງ​ເມັກ​ຊິ​ໂກ ເດີນ​ທາງ​ຂ້າມຂົວ​ສາ​ກົນ ການ​ຄ້າ​ໂລກ, ໃນ​ຂະ​ນະ​ທີ່​ກຳ​ລັງ​ຈະ​ຂ້າມ​ຊາຍ​ແດນ​ເຂົ້າສູ່ ສະ​ຫະ​ລັດ.

ສະ​ຫະ​ລັດ ແລະ ເມັກ​ຊິ​ໂກ ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ ກ່ຽວ​ກັບ ການ​ຍົກ​ຍ້າຍ​ຖິ່ນ​ຖານ ເພື່ອຫຼີກ​
ລ່ຽງການເກັບພາສີ, ແຕ່ບັນດາເຈົ້າໜ້າທີ່ ສະຫະລັດ ເວົ້າວ່າ ປະທານາທິບໍດີ ດໍໂນລ
ທຣຳ ຍັງຈະຮັກສາອຳນາດເພື່ອເກັບພາສີດັ່ງກ່າວນັ້ນໄວ້ຢູ່ ຖ້າ ເມັກຊິໂກ ບໍ່ສາມາດ
ທີ່ຈະປະຕິບັດຕາມຂໍ້ຕົກລົງ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ຢູ່​ທວິດ​ເຕີ​ ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ “ຂ້າ​ພະ​ເຈົ້າ​
ຍິນດີທີ່ຈະແຈ້ງໃຫ້ບັນດາທ່ານຊາບວ່າ ສະຫະລັດ ອາເມຣິກາ ໄດ້ບັນລຸຂໍ້ຕົກລົງທີ່ໄດ້
ເຊັນນຳກັນກັບ ເມັກຊິໂກ ແລ້ວ. ການເກັບພາສີຕໍ່ ເມັກຊິໂກ ທີ່ມີກຳນົດປະຕິບັດຂຶ້ນ
ໂດຍ ສະຫະລັດ ໃນວັນຈັນມື້ອື່ນ, ແມ່ນໄດ້ຖືກຍົກເລີກຊົ່ວຄາວຢ່າງບໍ່ມີກຳນົດ.”

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ໃນ​ການ​ຕອບ​ແທນ​ນັ້ນ, ເມັກ​ຊິ​ໂກ ໄດ້​ຕົກ​ລົງ​ທີ່​ຈະ​ເອົາ​ມາດ​ຕະ
ການທີ່ເຂັ້ມແຂງ ເພື່ອກີດກັ້ນພວກຜູ້ຍົກຍ້າຍຖິ່ນຖານ ຈາກການເດີນທາງຜ່ານ ເມັກຊິ
ໂກ ແລະ ເຂົ້າສູ່ເຂດຊາຍແດນພາກໃຕ້ຂອງພວກເຮົາ. ມັນຈະໄດ້ດຳເນີນຂຶ້ນເພື່ອຫຼຸດ
ຜ່ອນຢ່າງຫຼວງຫຼາຍ ຫຼື ລົບລ້າງຄົນເຂົ້າເມືອງຜິດກົດໝາຍ ທີ່ເດີນທາງເຂົ້າມາ ສະຫະ
ລັດ ຈາກເມັກຊິໂກ.”

ໃນ​ການ​ໃຫ້​ຄຳ​ເຫັນ ​ນອກກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ G20 ໃນ​ປະ​ເທດ ຍີ່​ປຸ່ນ
ນັ້ນ, ລັດຖະມົນຕີກະຊວງການເງິນ ທ່ານ ສຕີເວັນ ມະນູຊິນ ໄດ້ກ່າວຕໍ່ອົງການຂ່າວ
ຣອຍເຕີ ໃນວັນເສົາວານນີ້ວ່າ ຂໍ້ຕົກລົງດັ່ງກ່າວໄດ້ບັນລຸເປົ້າໝາຍຂອງທ່ານ ທຣຳ
ກ່ຽວກັບ ການແກ້ໄຂບັນຫາຄົນເຂົ້າເມືອງຢູ່ເຂດຊາຍແດນພາກໃຕ້ຂອງ ສະຫະລັດ
ແຕ່ວ່າການເກັບພາສີອາດຖືກນຳມາໃຊ້ ຖ້າ ເມັກຊິໂກ ບໍ່ບັນລຸຕາມການຄາດຫວັງ
ຂອງ ສະຫະລັດ.

ທ່ານ​ ມະ​ນູ​ຊິນ ໄດ້​ກ່າວ​ວ່າ “ຄວາມ​ຄາດ​ຫວັງ​ຂອງ​ພວກ​ເຮົາ​ກໍ​ແມ່ນ​ວ່າ ເມັກ​ຊິ​ໂກ ຈະ​
ເຮັດສິ່ງທີ່ເຂົາເຈົ້າໄດ້ສັນຍາທີ່ຈະເຮັດ ແລະ ຄວາມຄາດຫວັງຂອງພວກເຮົາກໍແມ່ນວ່າ
ພວກເຮົາຈະບໍ່ດຳເນີນການເກັບພາສີ, ແຕ່ເຫັນໄດ້ຊັດວ່າ ຖ້າມັນບໍ່ແມ່ນແທ້, ທ່ານ
ປະທານາທິບໍດີຍັງຈະຮັກສາອຳນາດດັ່ງກ່າວນັ້ນໄວ້ຄືເກົ່າ.”

ຫຼັງ​ຈາກ​ການ​ກ່າວ​ເຕືອນ​ຂອງ​ທ່ານ ມະ​ນູ​ຊິນ ນັ້ນ, ທ່ານ ທ​ຣຳ ໄດ້​ຂຽນ​ຄຳ​ເວົ້າ​ທີ່​ເປັນ
ແງ່ບວກຢູ່ທວິດເຕີ ໃນຕອນເຊົ້າຂອງວັນເສົາວານນີ້ວ່າ “ເມັກຊິໂກ ຈະພະຍາຍາມຢ່າງ
ໜັກ, ແລະ ຖ້າເຂົາເຈົ້າເຮັດແນວນັ້ນ, ຂໍ້ຕົກລົງນີ້ກໍຈະປະສົບຄວາມສຳເລັດຫຼາຍ
ສຳລັບ ສະຫະລັດ ແລະ ເມັກຊິໂກ.”

ປະ​ທາ​ນາ​ທິ​ບໍ​ດີ ເມັກ​ຊິ​ໂກ ທ່ານ ແອນ​ເດ​ຣ​ສ ມາ​ນູ​ແອ​ລ ໂລ​ເປ​ສ ໂອບ​ຣາ​ດໍ ໄດ້​ກ່າວ​
ໃນວັນເສົາວານນີ້ວ່າ ທ່ານໄດ້ລົມກັບທ່ານ ທຣຳ, ສະເໜີສາຍພົວເປັນທີ່ເປັນມິດກັບ
ທ່ານ ແລະ ຄຳໝັ້ນສັນຍາທີ່ຈະປຶກສາຫາລືກັນ.

ທ່ານໄດ້​ກ່າວ​ໃນ​ທວິດ​ເຕີວ່າ “ຂໍ້​ພະ​ເຈົ້າ​ໄດ້​ກ່າວ​ຕໍ່​ທ່ານ ທ​ຣຳ ໃນ​ເມືອງ ທິ​ຮ​ວາ​ນາ ວ່າ​
ຂ້າພະເຈົ້າຈະບໍ່ຍົກກຳປັ້ນຂຶ້ນ, ແຕ່ຈະເປີດມືອອກຢ່າງຈິງໃຈ.”

ອ່ານ​ຂ່າ​ວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG