ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ, ເມັກ​ຊິ​ໂກ ຈະ​ປະ​ຊຸມ​ກັນ ກ່ຽວ​ກັບ ຄົນ​ເຂົ້າ​ເມືອງ ແລະ ການ​ຂົ່ມ​ຂູ່​ເກັບ​ພາ​ສີ


​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ຂອງ ເມັກ​ຊິ​ໂກ ທ່ານ​ນາງ ກ​ຣາ​ຊຽ​ລ​ລາ ມາ​ເກ​ສ ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຫຼັງ​ຈາກ​ເຂົ້າ​ຮ່ວມ​ການ​ປະ​ຊຸມ ໃນ​ນະ​ຄອນຫຼວງ​ເມັກ​ຊິ​ໂກ ຊີ​ຕີ້, 10 ພຶດ​ສະ​ພາ, 2019.
​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ຂອງ ເມັກ​ຊິ​ໂກ ທ່ານ​ນາງ ກ​ຣາ​ຊຽ​ລ​ລາ ມາ​ເກ​ສ ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຫຼັງ​ຈາກ​ເຂົ້າ​ຮ່ວມ​ການ​ປະ​ຊຸມ ໃນ​ນະ​ຄອນຫຼວງ​ເມັກ​ຊິ​ໂກ ຊີ​ຕີ້, 10 ພຶດ​ສະ​ພາ, 2019.

ໃນ​ຂະ​ນະ​ທີ່​ທີມ​ງານ ສະ​ຫະ​ລັດ ແລະ ເມັກ​ຊິ​ໂກ ເລີ່ມ​ການ​ເຈ​ລ​ະ​ຈາ​ໃນ​ທິດນີ້​ຢູ່​ນະ​ຄອນ
ຫຼວງ ວໍຊິງຕັນ, ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວວ່າ ທ່ານ “ພໍໃຈ
ແທ້ໆ” ໃນການດຳເນີນການຂົ່ມຂູ່ຂອງທ່ານ ທີ່ຈະເກັບພາສີສິນຄ້າ ເມັກຊິໂກ ນອກ
ຈາກວ່າ ເມັກຊິໂກ ຈະໃຊ້ຄວາມພະຍາຍາມຕື່ມ ໃນການຕັດຈຳນວນຜູ້ຍົກຍ້າຍຖິ່ນ
ຖານ ອາເມຣິກາກາງ ຈາກການມາເຖິງເຂດຊາຍແດນ.

ທ່ານ ທ​ຣຳ ໄດ້​ບອກ​ບັນ​ດາ​ນັກ​ຂ່າວ​ໃນ​ຕອນ​ແລງວັນ​ອາ​ທິດ​ວານນີ້​ວ່າ “ທຸກ​ຄົນ​ແມ່ນ​
ກຳລັງເຂົ້າມາຜ່ານທາງ ເມັກຊິໂກ ລວມທັງ ຢາເສບຕິດ, ລວມທັງການຄ້າມະນຸດ ແລະ
ພວກເຮົາຈະຢຸດມັນ ຫຼື ພວກເຮົາຈະບໍ່ເຮັດທຸລະກິດ ແລະ ມັນກໍຈະເປັນແນວນັ້ນ. ມັນ
ງ່າຍແນວນັ້ນ. ພວກເຮົາເຫັນສິ່ງທີ່ສາມາດເຮັດໄດ້. ແຕ່ຖ້າມັນເຮັດບໍ່ໄດ້, ທ່ານກໍຮູ້ວ່າ
ພວກເຮົາຈະເຮັດຫຍັງ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ສະ​ຫະ​ລັດ ທ່​ານ ວິ​ລ​ເບີ ຣອ​ສ ແລະ ລັດ​ຖະ​ມົນ​ຕີ​ເສດ​ຖະ
ກິດ ເມັກຊິໂກ ທ່ານນາງ ກຣາຊຽລລາ ມາເກສ ໄດ້ນຳໜ້າໃນການເຈລະຈາວັນຈັນມື້ນີ້,
ແລະ ກໍມີກຳນົດການປະຊຸມໃນວັນພຸດນີ້ ລະຫວ່າງລັດຖະມົນຕີການຕ່າງປະເທດ ສະ
ຫະລັດ ທ່ານ ໄມຄ໌ ພອມພຽວ ກັບ ລັດຖະມົນຕີພົວພັນຕ່າງປະເທດ ເມັກຊິໂກ ທ່ານ
ມາແຊລໂລ ເອບຣາດ.

ທ່ານ ເອບ​ຣາດ ໄດ້​ກ່າວ​ວ່າ ທ່ານ​ຈະ “ເຂັ້ມ​ແຂງ ແລະ ປົກ​ປ້ອງ​ກຽດ​ສັກ​ສີ​ຂອງ ເມັກ​ຊິ​
ໂກ.”

ຄະ​ນະ​ຜູ້​ແທນ ເມັກ​ຊິ​ໂກ ມີ​ກຳ​ນົດ​ທີ່​ຈະສະ​ເໜີ​ຄວາມ​ເຫັນ​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ການ​ເຈ​
ລະຈາໃນຕອນເຊົ້າວັນຈັນມື້ນີ້ ໃນກອງປະຊຸມຖະແຫຼງຂ່າວ.

ແຕ່​ໃນ​ຂະ​ນະ​ທີ່​ທ່ານ ທ​ຣຳ ໄດ້​ກ່າວ​ຢ້ຳ​ຄວາມ​ເຈ​ຕະ​ນາ​ຂອງ​ທ່ານ ທີ່​ຈະ​ດຳ​ເນີນ​ແຜນ​
ການເກັບພາສີຂອງທ່ານນັ້ນ, ປະທານາທິບໍດີ ເມັກຊິໂກ ທ່ານ ແອນເດຣສ໌ ມານູແອລ
ໂອບຣາດໍ ໄດ້ກ່າວວ່າ ລັດຖະບານຂອງທ່ານ ແມ່ນໝູ່ຂອງລັດຖະບານ ສະຫະລັດ,
ວ່າທ່ານຢາກເປັນໝູ່ກັບທ່ານ ທຣຳ ຄືເກົ່າ ແລະ ວ່າປະຊາຊົນ ເມັກຊິໂກ ເປັນໝູ່ກັບ
ປະຊາຊົນຂອງ ສະຫະລັດ.

ທ່ານ ໂລ​ເປ​ສ ໂອບ​ຣາ​ດໍ ໄດ້​ຂຽນ​ໃນ ທວິດ​ເຕີ​ວ່າ “ໃຫ້​ພວກ​ເຮົາ​ສາ​ບານ​ວ່າ ມັນ​ຈະ​ບໍ່​
ມີຫຍັງ ແລະ ບໍ່ມີໃຜທີ່ຈະມາເຮັດໃຫ້ຄວາມເປັນມິດທີ່ສວຍງາມ ແລະ ສັກສິດຂອງ
ພວກເຮົາແຕກແຍກໄດ້.”

ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ຈັດ​ການ​ສົນ​ທະ​ນາ ເພື່ອ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ ແທນ​ທີ່​ຈະ​ເອົາ
“ມາດຕະການບີບບັງຄັບ."

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG