ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີການຄົ້ນພົບ ອຸໂມງ ອີກແຫ່ງນຶ່ງ ໃນບໍລິເວນຊາຍແດນ ສຫລ ແລະເມັກຊິໂກ


ແຜນທີ່ເມັກຊິໂກ
ແຜນທີ່ເມັກຊິໂກ

ລັດຖະບານ​ເມັກ​ຊິ​ໂກ​ກ່າວ​ວ່າ ທະຫານ​ໄດ້​ຄົ້ນພົບ​ອຸ​ໂມງ​ລັກລອບ​ຂົນ​ຢາ​ເສບ​ຕິດອີກ​ແຫ່ງ​ນຶ່ງ
ຢູ່​ກ້ອງ​ບໍລິ​ເວນຊາຍ​ແດນ​ສະຫະລັດ​ຕິດ​ກັບ​ເມັກ​ຊິ​ໂກ​ແລະ​ຢຶດ​ໄດ້ກັນຊາ​ຫຼາຍກວ່າ 40 ​ໂຕນ.

ອຸ​ໂມງ​ ທີ່ຢູ່​ກ້ອງຊາຍ​ແດນ ​ລະຫວ່າງ​ເມືອງ Tijuanna ຂອງ​ເມັກ​ຊິ​ໂກ ແລະ​ນະຄອນ San
Diego ຂອງ​ສະຫະລັດນີ້ ​ແມ່ນ​ອຸ​ໂມງ​ອັນ​ທີສີ່ ທີ່​ໄດ້​ມີ​ການຄົ້ນພົບ ​ໃນ​ຮອບ​ສັບປະດາ​ຜ່ານ
​ມາ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ອຸ​ໂມງ​ສາມ​ແຫ່ງຂອງ​ຈຳນວນ​ທັງ​ໝົດ​ ​ແມ່ນ​ພວມ​ຢູ່​ໃນ​ລະ ຫວ່າງ​ການ​ກໍ່
ສ້າງ ຮວມທັງ​ອຸ​ໂມງ​ຍາວ 365 ​ແມັດທີ່​ເລີ້ມຈາກ​ກຸດັງ​ຫຼືສາງເກັບເຄື່ອງໃນ​ເມືອງ Tijuanna
ບ່ອນ​ທີ່​ເຈົ້າໜ້າ​ທີ່ຢຶດກັນ​ຊາ​ໄດ້ ​ແລະຂ້າມ​ເຂົ້າມາ​ໃນ​ເຂດ​ແດນ​ຂອງ​ສະຫະລັດ 100 ​ແມັດ.

ອົງການ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ສະຫະລັດ​ກ່າວ​ວ່າ ​ອຸ​ໂມງ​ແຫ່ງ​ທີສີ່ ​ຄືອຸ​ໂມງ San Luis
ນັ້ນ​ເປັນ​ອຸ​ໂມງ​ພຽງ​ແຫ່ງ​ດຽວທີ່​ໄດ້​ສ້າງ​ສຳ​ເລັດ​ແລະ​ເລີ່ມ​ໃຊ້​ງານ​ໄດ້​ຢ່າງ​ເຕັມທີ່ແລ້ວໃນ​ການ​
ລັກລອບ​ຢາ​ເສບ​ຕິດ ​ເທົ່າ​ທີ່​ເຄີຍຄົ້ນພົບ​ມາ​ໃນ​ເຂດ​ເມືອງ Yuma ຂອງ​ລັດ​ອາຣີ​ໂຊ​ນາ.

XS
SM
MD
LG