ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ເຈົ້າ​ໜ້າ​ທີ່​ເມັກ​ຊິ​ກໂກກັບ​​ສະ​ຫະ​ລັດ ປະ​ຕິ​ຍານ​ວ່າ ​ຈະ​ດຳ​ເນີນ​ການຮ້ອງຟ້ອງ ພວກທີ່​ເຂົ້າ​ໄປ​ພົວ​ພັນ​ກັບ​ຄວາມ​ຮຸນ​ແຮງໃນ​ຊາຍ​ແດນ


ພວກທີ່ໜີເຂົ້າເມືອງ ພາກັນແລ່ນໄປຍັງສະຫະລັດ ຫຼັງຈາກ
ທີ່ໄດ້ຜ່າດ່ານ ເຂດກວດກາຂອງຕຳຫຼວດເມັກຊິໂກ ໃນເຂດ
ຊາຍແດນຊັບປາໂຣລ ໃນເມືອງທີຮົວນາ, ເມັກຊິກໂກ, 25 ພະຈິກ 2018 ທີ່ໃກ້ໆ ກັບເຂດກວດກາ ຂອງເມືອງແຊນ ຢີຊີ
ໂດຣ, ຄາລີຟໍເນຍ
ພວກທີ່ໜີເຂົ້າເມືອງ ພາກັນແລ່ນໄປຍັງສະຫະລັດ ຫຼັງຈາກ ທີ່ໄດ້ຜ່າດ່ານ ເຂດກວດກາຂອງຕຳຫຼວດເມັກຊິໂກ ໃນເຂດ ຊາຍແດນຊັບປາໂຣລ ໃນເມືອງທີຮົວນາ, ເມັກຊິກໂກ, 25 ພະຈິກ 2018 ທີ່ໃກ້ໆ ກັບເຂດກວດກາ ຂອງເມືອງແຊນ ຢີຊີ ໂດຣ, ຄາລີຟໍເນຍ

​ບັນ​ດາ​ເຈົ້າ​ໜ້າ​ທີ່​ເມັກ​ຊິ​ກກັບສະ​ຫະ​ລັດ ປະ​ຕິ​ຍານ​ວ່າ ​ຈະ​ດຳ​ເນີນ​ຂັ້ນ​ຮ້ອງຟ້ອງ
ພວກທີ່​ເຂົ້າ​ໄປ​ພົວ​ພັນ​ກັບ​ຄວາມ​ຮຸນ​ແຮງໃນ​ຊາຍ​ແດນ ຫຼັງ​ຈາກ​ທີ່ໄດ້​ມີ​ການ
​ເດີນ​ຂະ​ບວນ​ປະ​ທ້ວງ​ຢ່າງ​ສັນ​ຕິ ຕໍ່​ຕ້ານຂັ້ນ​ຕອນ​ການ​ດຳ​ເນີນ​ງານ​ທີ່​ໃຊ້​ເວ​ລາ​
ດົນ​ນານ ໃນ​ວັນ​ອາ​ທິດ​ວານ​ນີ້ ທີ່​ຈົບ​ລົງດ້ວຍ​ການທັບມ້າງກຸ່ມຄົນ​ເຂົ້າ​ເມືອງ
ທີ່​ພະ​ຍາ​ຍາມ​ຂ້າມເຂົ້າ​ມາ​ຍັງ​ສະ​ຫະ​ລັດ ແລະ​ເຈົ້າ​ໜ້າ​ທີ່ລາດ​ຕະ​ເວນ​ຊາຍ​ແດນ
ສະ​ຫະ​ລັດ ໄດ້​ຮັບ​ມື​ດ້ວຍ​ແກ໊ສ​ນ້ຳ​ຕາ.

ລັ​ດ​ຖະ​ມົນ​ຕີກະ​ຊວງ​ຮັກສາຄວາມ​ປອດ​ໄພ​ພາຍ​ໃນ​ສະ​ຫະ​ລັດ ທ່ານ​ນາງ​ຄ​ຣິ​ສ​ຕ໌​ເຈັນ
ນຽ​ລ​ເຊັນ ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ພາ​ສີ​ອາ​ກອນ​ແລະ​ກວດ​ກາ​ຊາຍ​ແດນ ໄດ້ຖືກຂັດຂວາງ
ໂດຍ “ພວກຈະຫຼວດມາຈາກ​ກອງຄາ​ຣາ​ວານ,” ແລະທາງ​ອົງ​ການ​ດັ່ງ​ກ່າວກ່າວ​ວ່າ
ເປັນເຫດ​ຜົນ​ທີ່​ພາ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່ ​ເປີດ​ສາກ​ຍິງແກ໊ສ​ນ້ຳ​ຕາໃສ່​ “ຍ້ອນ​ຄວາມ​
ສ່ຽງຕໍ່​ຄວາມ​ປອດ​ໄພ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່.”

ພວກທີ່ໜີເຂົ້າເມືອງ ພາກັນແລ່ນໄປຍັງສະຫະລັດ ຫຼັງຈາກທີ່ໄດ້ຜ່າດ່ານ ເຂດກວດກາຂອງຕຳຫຼວດເມັກຊິໂກ ໃນເຂດຊາຍແດນຊັບປາໂຣລ ໃນເມອງທີຮົວນາ, ເມັກຊິໂກ, 25 ພະຈິກ 2018 ທີ່ໃກ້ໆ ກັບເຂດກວດກາ ຂອງເມືອງແຊນ ຢີຊີໂດຣ, ຄາລີຟໍເນຍ
ພວກທີ່ໜີເຂົ້າເມືອງ ພາກັນແລ່ນໄປຍັງສະຫະລັດ ຫຼັງຈາກທີ່ໄດ້ຜ່າດ່ານ ເຂດກວດກາຂອງຕຳຫຼວດເມັກຊິໂກ ໃນເຂດຊາຍແດນຊັບປາໂຣລ ໃນເມອງທີຮົວນາ, ເມັກຊິໂກ, 25 ພະຈິກ 2018 ທີ່ໃກ້ໆ ກັບເຂດກວດກາ ຂອງເມືອງແຊນ ຢີຊີໂດຣ, ຄາລີຟໍເນຍ

​ກະ​ຊວງພາຍ​ໃນ​ຂອງ​ເມັກ​ຊິ​ໂກ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ບັນ​ດາ​ເຈົ້າ​
ໜ້າ​ທີ່​ ສາ​ມາດ​ຄວບ​ຄຸມ​ກຸ່ມ​ທີ່​ໜີ​ເຂົ້າ​ເມືອງ ທີ່​ມີ​ປະ​ມານ 500 ຄົນ “ທີ່ກໍ່​ຄວາມ​ຮຸນ​ແຮງ”
ຊຶ່ງ​ພະ​ຍາ​ຍາມ ​ຂ້າມ​ຊາຍ​ແດນເຂົ້າມາ​ຍັງ​ສະ​ຫະ​ລັດ ໃນ​ເຂດ​ເມືອງ ແຊນ ຢີ​ຊີ​ໂດ​ຣ
ແລະ​ພວກ​ທີ່​ຖືກ​ລະ​ບຸ​ວ່າ ເປັນ​ພວກ​ທີ່​ເຂົ້າ​ປະ​ກອບ​ການ​ດັ່ງ​ກ່າວ​ ແລະ​ຈະ​ຖືກເນ​ລະ​ເທດ
ໃນ​ທັນ​ທີ.

ຖະ​ແຫຼງ​ການດັ່ງກ່າວ​ຍັງ​ໄດ້​ລະ​ບຸອີກ​ວ່າ ອີງ​ຕາມນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ເມັກ
​ຊິ​ໂກທີ່​ນັບ​ຖື​ເລື້ອງ​ສິດ​ທິ​ມະ​ນຸດແລະ​ການ​ບໍ່​ເອົາ​ບາດ​ກ້າວ​ທາງ​ອາ​ຊະ​ຍາ​ກຳ​ຕໍ່ພວກ​ໜີ
​ເຂົ້າ​ເມືອງ ແລ້ວແມ່ນວ່າຕົນ ຈະ​ບໍ່​ສົ່ງ​ກອງ​ກຳ​ລັງ​ທະ​ຫານ​ອອກ​ໄປ​ປະ​ຈຳ​ການເພື່ອ
​ຄວບ​ຄຸມ​ພວກ​ໜີ​ເຂົ້າ​ເມືອງ, ແຕ່​ວ່າຕົນ​ຈະ​ເສີມກຳ​ລັງ​ຕາມ​ຈຸດ​ປ້ອມຍາມ​ຊາຍ​ແດນ
​ຕ່າງໆ ບ່ອນ​ທີ່​ພວກ​ຜູ້​ຄົນ​ພະ​ຍາ​ຍາມທີ່​ຈະ​ທັບ​ມ້າງ​ເຂົ້ານັ້ນ.

​ລັດ​ຖະ​ບານ​ທ້ອງ​ຖິ່ນ​ໃນ​ເຂດ​ທີ​ຮົວ​ນາ ​ກ່າວ​ວ່າ ພ​ວກ​ເຈົ້າ​ໜ້າ​ທີ່​ໄດ້​ຈັບ​ກຸ​ມ
39 ຄົນ.

ມີຜູ້​ຄົນປະ​ມານ 5,000 ຄົນ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ມາ​ຈາກ​ປະ​ເທດ​ຮອນ​ດູ​ຣັ​ສ ກົວເຕ
ມາລາແລະ​ແອ​ລ​ ຊາວາ​ດໍ ແມ່ນ​ໄດ້​ຮວມ​ຕົວ​ກັນ ຢູ່ໃນ​ເຂດ ​ທີ​ຮົວ​ນາ ຫຼັງ​ຈາກ​ທີ່​ໄດ້
​ເດີນ​ທາງ​ເປັນຂະບວນເຂົ້າ​ມາ​ຂໍ​ລີ້​ໄພ​ເປັນ​ກຸ່ມ​ຄາ​ຣາ​ວານ ພ່າຍ​ໜີ​ຈາກ​ຄວາມ​ທຸກ​
ຍາກ​ລຳ​ບາກ​ແລະ​ຄວາມ​ຮຸນ​ແຮງ​ໃນ​ແຜ່ນ​ດິນ​ແມ່​ຂ​ອງ​ພວກ​ເຂົາ​ເຈົ້າ ແລະ​ມີ​ຫຼາຍໆ
​ຄົນ ໄດ້ສະ​ແດງ​ອອກ ​ຊຶ່ງ​ຄວາມ​ອຶດ​ອັດ​ບໍ່​ພໍ​ໃຈ ທີ່​ລໍ​ຖ້າ​ການ

​ດຳ​ເນີນ​ງານ ​ທີ່ເຊື່ອງ​ຊ້າໃນ​ການ​ທີ່​ຈະ​ໄດ້​ຮັບ​ຟັງຄຳຕອບໃຫ້​ພວກ​ເຂົາ​ເຈົ້າ. ເມືອງ
ແຊນ ຢີ​ຊີ​ໂດ​ຣ ແມ່ນເຂດຊາຍ​ແດນ​ທີ່​ມີ​ຜູ້​ຄົນ​ເຂົ້າ​ອອກ​ຫຼາຍ​ທີ່​ສຸດ​ຂອງ​ຊາຍ​ແດນ​
ທາງ​ພາກ​ພື້ນ​ດິນ​ຂອງ​ສະ​ຫະ​ລັດ ແລະ​ບັນ​ດາ​ເຈົ້າ​ໜ້າ​ທີ່ໃນ​ທີ່​ນັ້ນ ແມ່ນ​ປະ​ກອບ
​ໃບ​ສະໝັກ ປະ​ມານ 100 ກໍ​ລະ​ນີ ສຳລັບ​ພວກ​ຂໍ​ລີ້​ໄພ ໃນ​ແຕ່​ລະ​ວັນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ພວກທະຫານອາເມຣິກັນ ແລະເຈົ້າໜ້າທີ່ພາສີອາກອນແລະປ້ອງກັນຊາຍແດນ ພາກັນຮວມຕົວກັນ ຕາມເວັ້ນທາງລົງທາງໃຕ້ ຂອງຊາຍແດນເມືອງແຊນ ຢີຊີໂດຣ, 25 ພະຈິກ 2018, ຄາລີຟໍເນຍ ໃນຊາຍແດນ ກັບ ເມັກຊິໂກ.
ພວກທະຫານອາເມຣິກັນ ແລະເຈົ້າໜ້າທີ່ພາສີອາກອນແລະປ້ອງກັນຊາຍແດນ ພາກັນຮວມຕົວກັນ ຕາມເວັ້ນທາງລົງທາງໃຕ້ ຂອງຊາຍແດນເມືອງແຊນ ຢີຊີໂດຣ, 25 ພະຈິກ 2018, ຄາລີຟໍເນຍ ໃນຊາຍແດນ ກັບ ເມັກຊິໂກ.

XS
SM
MD
LG