ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມຊ່ອຍເຫຼືອຕ່າງໆ ຮຽກຮ້ອງ ໃຫ້ມີຄວາມ ເມດຕາ ແລະ ພິຈາລະນາ ການຂໍລີ້ໄພ ໃຫ້ໄວຂຶ້ນ

ເດັກນ້ອຍອົບພະຍົບ ຖືທຸງຊາດຂອງສະຫະລັດ ໃນຂະນະ ນັ່ງຢູ່ເທິງບ່າໄຫລ່ ຂອງຊາຍຄົນນຶ່ງ ກຳລັງເດີນຂະບວນ ກັບພວກອົບພະຍົບຄົນອື່ນໆ ທີ່ດ່ານຂ້າມຊາຍແດນ ຈາປາຣໂຣລ (Chaparral) ໃນເມືອງທີຮວນນາ ຂອງເມັກຊິໂກ, ວັນອາທິດ ທີ 25 ພະຈິກ 2018, ໃນຂະນະທີ່ພວກເຂົາເຈົ້າ ພະຍາຍາມເຂົ້າໄປໃນ ສະຫະລັດ ໃຫ້ໄດ້.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວບອກ ພວກຜູ້ສະໜັບສະໜຸນ ຢູ່
ທີ່ການໂຮມຊຸມນຸມດ້ານການເມືອງ ເມື່ອຕອນແລງວັນຈັນວານນີ້ ວ່າ ຄະນະລັດຖະບານ
ຂອງທ່ານ ບໍ່ມີເຈດຕະນາທີ່ຈະອະນຸຍາດ ໃຫ້ພວກອົບພະຍົບ ຈາກອາເມຣິກາກາງ ຜູ້ທີ່
ໄດ້ເດີນທາງມາຍັງເຂດຊາຍແດນ ລະຫວ່າງ ສະຫະ ລັດ ແລະເມັກຊິໂກ ເພື່ອທີ່ຈະເຂົ້າ
ມາໃນ ສະຫະລັດ.

“ພວກເຮົາກຳລັງສົ່ງສານແບບງ່າຍໆ ເຖິງພວກຂະບວນຄາຣາວານ ທີ່ບໍ່ເຄົາລົບ
ກົດໝາຍ ແລະເຖິງພວກລ່ວງລ້ຳເຂົ້າມາຢ່າງຜິດກົດໝາຍ ທີ່ກຳລັງເດີຂະບວນ
ມຸ້ງໜ້າມາຊາຍແດນ ຂອງພວກເຮົາ”
ທ່ານທຣຳ ໄດ້ກ່າວໄປຢູ່ທີ່ການໂຮມຊຸມນຸມ
ໃນລັດມິສຊິສສິບປີ ທາງພາກໃຕ້ຂອງປະເທດ. ທ່ານກ່າວຕື່ມວ່າ “ມັນເປັນທີ່ງ່າຍດາຍ
ແທ້ໆເລີຍ ຫັນກັບຄືນດຽວນີ້ ກັບຄືນໄປບ້ານເກີດສະ ພວກເຮົາຈະບໍ່ໃຫ້ ພວກເຈົ້າ
ເຂົ້າມາ.”

ພວກອົບພະຍົບ ຊຸກ ຕຳຫຼວດຂອງເມັກຊິໂກ ຢູ່ດ່ານຂ້າມຊາຍແດນ ຈາປາຣໂຣລ ໃນເມືອງ ທີຮວນນາ ຂອງເມັກຊິໂກ, ວັນອາທິດ ທີ 25 ພະຈິກ 2018, ໃນຂະນະທີ່ ພວກເຂົາເຈົ້າ ພະຍາຍາມ ເຂົ້າໄປໃນ ສະຫະລັດ ໃຫ້ໄດ້.
ພວກອົບພະຍົບ ຊຸກ ຕຳຫຼວດຂອງເມັກຊິໂກ ຢູ່ດ່ານຂ້າມຊາຍແດນ ຈາປາຣໂຣລ ໃນເມືອງ ທີຮວນນາ ຂອງເມັກຊິໂກ, ວັນອາທິດ ທີ 25 ພະຈິກ 2018, ໃນຂະນະທີ່ ພວກເຂົາເຈົ້າ ພະຍາຍາມ ເຂົ້າໄປໃນ ສະຫະລັດ ໃຫ້ໄດ້.

ຄຳເຫັນຂອງທ່ານ ໄດ້ມີຂຶ້ນນຶ່ງວັນຫຼັງຈາກເກີດການປະທະກັນ ຢູ່ໃນພື້ນທີ່ອ້ອມແອ້ມ
ເມືອງຂ້າມຊາຍແດນ ແຊນ ອີຊີໂດຣ ທີ່ແບ່ງແຍກ ເມືອງແຊນ ດີເອໂກ ຂອງສະຫະລັດ
ຈາກເມືອງ ທີຮວນນາ ຂອງເມັກຊິິໂກ. ພວກອົບພະຍົບກຸ່ມນຶ່ງ ໄດ້ພາກັນປະທ້ວງຢ່າງ
ສັນຕິ ຕໍ່ການລໍຖ້າອັນຍາວນານ ສຳລັບການພິຈາລະນາ ຂໍ້ອ້າງຂອງພວກເຂົາເຈົ້າ ໃນ
ການຂໍລີ້ໄພ ໃນເວລາ ພວກອົບພະຍົບບາງສ່ວນ ໄດ້ພາກກັນແຍກໂຕອອກໄປ ແລະ
ໄດ້ພະຍາຍາມທັບມ້າງສິ່ງກີດຂວາງ ຢູ່ຊາຍແດນ. ສ່ວນພວກເຈົ້າໜ້າທີ່ ລາດຕະເວນ
ຊາຍແດນ ຂອງສະຫະລັດ ຈຶ່ງໄດ້ຕອບໂຕ້ຄືນ ດ້ວຍແກັສນ້ຳຕາ ເພື່ອສະກັດກັ້ນກຸ່ມ
ພວກອົບພະຍົບດັ່ງກ່າວ ໃຫ້ຖອຍກັບຄືນໄປ.

Trump Defends Tear Gassing Migrants
please wait

No media source currently available

0:00 0:01:52 0:00

ທ່ານ ທຣຳ ໄດ້ຍົກຍ້ອງການທຳງານຂອງພວກເຈົ້າໜ້າທີ່ລາດຕະເວນຊາຍແດນ ແລະ
ບັນດາສະມາຊິກຂອງກຳລັງທະຫານສະຫະລັດ ທີ່ທ່ານໄດ້ສົ່ງໄປປະຈຳ ການ ຢູ່ເຂດ
ຊາຍແດນ ເມື່ອເດືອນແລ້ວນີ້ ໃນຂະນະດຽວກັນ ເຮັດໃຫ້ເລື້ອງ ການນຳໃຊ້ແກັສນ້ຳຕາ
ທີ່ເປັນເລື້ອງຮ້າຍແຮງນັ້ນ ກາຍເປັນເລື້ອງທີ່ບໍ່ສຳຄັນ.

ທ່ານໄດ້ກ່າວບອກບັນດານັກຂ່າວໃນວັນຈັນວານນີ້ວ່າ “ອັນທີນຶ່ງ ແກັສນ້ຳຕາ ເປັນ
ແບບ ຂອງແກັສນ້ຳຕາ ທີ່ບໍ່ຮ້າຍແຮງແທ້ໆເລີຍ. ມັນປອດໄພແທ້ໆ.”

ພວກອົບພະຍົບ ພາກັນ ແລ່ນໜີຈາກແກັສນ້ຳຕາທີ່ຍິງມາໂດຍ ພວກເຈົ້າໜ້າທີ່ຂອງສະຫະລັດ, ທ່າມກາງ ພວກນັກຂ່າວ ທີ່ກຳລັງລາຍງານ ຈາກ ຊາຍແດນ ເມັກຊິໂກ ແລະ ສະຫະລັດ ຫຼັງຈາກທີ່ ພວກອົບພະຍົບກຸ່ມນຶ່ງ ສາມາດຜ່ານຜ່າຕຳຫຼວດຂອງເມັກຊິໂກ ໄປໄດ້ ຢູ່ດ່ານຂ້າມຊາຍແດນ ຈາປາຣໂຣລ (Chaparral) ໃນເມືອງທີຮວນນາ ຂອງເມັກຊິໂກ, ວັນອາທິດ ທີ 25 ພະຈິກ 2018.

ທ່ານທຣຳ ຍັງໄດ້ອ້າງວ່າ ເຈົ້າໜ້າທີ່ລາດຕະເວນຊາຍແດນ 3 ຄົນ “ໄດ້ຮັບບາດເຈັບ
ໜັກ ຍ້ອນຖືກກ້ອນຫີນ ແລະ​ກ້ອນ​ດິນ.”

ມີຖະແຫລງການ ທີ່ຂັດແຍ້ງກັນ ​ກ່ອນ​ໜ້ານັ້ນ ເມື່ອຕອນເຊົ້າຂອງວັນຈັນ​ ເຊັ່ນດຽວກັນ
ໂດຍຫົວໜ້າກຳມາທິການ ​ພາ​ສີ ​ແລະ ປົກປ້ອງຊາຍແດນ ທ່ານເຄວິນ ເມັກອາລີແນນ
ຜູ້ທີ່ໄດ້ກ່າວໄປວ່າ “ເຈົ້າໜ້າທີ່ 4 ຄົນ ໄດ້ຖືກກ້ອນຫີນ ແຕ່ໄດ້ ໃສ່ເຄື່ອງປ້ອງກັນ ແລະ
ບໍ່ໄດ້ຮັບບາດເຈັບຮ້າຍແຮງແຕ່ຢ່າງໃດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG