ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອີກສອງຄົນ ເສຍຊີວິດ ຍ້ອນເຍື່ອຫຸ້ມ ສະໝອງອັກເສບ ໃນສະຫະລັດ


ພາບການຕິດພະຍາດເນື້ອເຍື່ອຫຸ້ມສະໝອງອັກເສບ ທີ່ສະແດງໃຫ້ເຫັນ ໃນຫ້ອງທົດລອງ
ພາບການຕິດພະຍາດເນື້ອເຍື່ອຫຸ້ມສະໝອງອັກເສບ ທີ່ສະແດງໃຫ້ເຫັນ ໃນຫ້ອງທົດລອງ
ຄົນເຈັບອີກສອງຄົນໄດ້ເສຍຊີວິດໄປຍ້ອນພະຍາດເນື້ອເຍື່ອ
ຫຸ້ມສະໝອງອັກເສບທີ່ມີເຊື້ອຣາ ຊຶ່ງເປັນພະຍາດທີ່ບໍ່ຄ່ອຍ
ເຫັນກັນ ໂດຍເຮັດໃຫ້ຈໍານວນຜູ້ເສຍຊີວິດ ຈາກການລະບາດ
ຢູ່ໃນຫຼາຍໆລັດ ເພີ້ມຂຶ້ນເປັນ 23 ຄົນ ໃນວັນເສົາວານນີ້.

ພວກເຈົ້າໜ້າທີ່ສາທາລະນະສຸກຂອງລັດຖະບານກາງເວົ້າວ່າ ໂຕເລກທີ່ໄດ້ຮັບການຢືນຢັນ ວ່າຕິດພະຍາດດັ່ງກ່າວຢູ່ໃນ 16
ລັດ ໄດ້ເພີ້ມຂຶ້ນເປັນຢ່າງໜ້ອຍ 281 ລາຍ ແລະລັດ
Tennessee ທີ່ມີຄົນເຈັບ 69 ຄົນນັ້ນ ເປັນລັດນໍາໜ້າໝູ່.

ເຖິງຢ່າງໃດກໍຕາມ ພວກເຈົ້າໜ້າທີ່ດັ່ງກ່າວກໍເຊື່ອວ່າ ມີຄົນຫລາຍ
ເຖິງ 14 ພັນຄົນ ໃນ 23 ລັດ ໄດ້ສັກຢາ steroid ທີ່ຕິດເຊື້ອເຂົ້າໄປ ເພື່ອປົວອາການປວດຫລັງ ຫລືປວດຂໍ້.

ສູນກາງການຜະລິດເຂດ New England ຊຶ່ງປັດຈຸບັນນີ້ຖືກປິດແລ້ວນັ້ນ ໄດ້ຜະລິດຢາ ທີ່ຕິດເຊື້ອຣາອອກມາຂາຍ. ພວກເຈົ້າໜ້າທີ່ຂອງລັດຖະບານກາງ ກໍາລັງດໍາເນີນການສືບ ສວນສອບສວນສູນດັ່ງກ່າວ ໃນຂໍ້ຫາຜະລິດຢາຊະນິດນີ້ໃນປະລິມານຫລວງຫລາຍ. ສູນ ຜະລິດຢາດັ່ງກ່າວແມ່ນໄດ້ຮັບອະນຸຍາດໃຫ້ຜະລິດຢາຕາມໃບສັ່ງເປັນງວດເທື່ອລະໜ້ອຍໆ ເທົ່ານັ້ນ.

ພວກໄດ້ຮັບເຄາະຮ້າຍຈໍານວນນຶ່ງ ແລະຄອບຄົວຂອງພວກເຂົາເຈົ້າ ໄດ້ທຳການຟ້ອງ ຮ້ອງສູນຜະລິດຢາດັ່ງກ່າວ.

ພະຍາດເນື້ອເຍື່ອຫຸ້ມສະໝອງອັກເສບ ເປັນພະຍາດຊະນິດນຶ່ງທີ່ເຮັດໃຫ້ເນື້ອເຍື່ອທີ່ປ້ອງ ກັນສະໝອງ ແລະເສັ້ນປະສາດໄຂສັນຫລັງ ເກີດອາການອັກເສບ. ພະຍາດເນື້ອເຍື່ອຫຸ້ມ ສະໝອງອັກເສບທີ່ມີເຊື້ອຣາ ເປັນປະເພດພະຍາດທີ່ມີໂອກາດນ້ອຍທີ່ສຸດທີ່ຈະເກີດການ ລະບາດ. ພະຍາດເນື້ອເຍື່ອຫຸ້ມສະໝອງອັກເສບປະເພດອື່ນໆນັ້ນ ແມ່ນເກີດຂຶ້ນຍ້ອນເຊື້ອ ແບັກທີເຣຍ, ເຊື້ອໄວຣັສ ຫລືເຊື້ອກາຝາກ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG