ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາແຕ່ງຕັ້ງ ປະທານເສນາທິການຮ່ວມ ກອງທັບຄົນໃໝ່


ປະທານາທິບໍດີບາຣັກໂອບາມາ ຈັບມືກັບນາຍພົນ Martin Dempsey (ຜູ້ທີ 3 ຈາກຂວາ) ຫລັງຈາກທ່ານ ສະເໜີແຕ່ງຕັ້ງທ່ານ
ໃຫ້ເປັນປະທານຫົວໜ້າເສນາທິການຮວມຄົນໃໝ່ຂອງກອງທັບສະຫະລັດ ທີ່ທໍານຽບຂາວ ວັນທີ 30 ພຶດສະພາ 2011.
ປະທານາທິບໍດີບາຣັກໂອບາມາ ຈັບມືກັບນາຍພົນ Martin Dempsey (ຜູ້ທີ 3 ຈາກຂວາ) ຫລັງຈາກທ່ານ ສະເໜີແຕ່ງຕັ້ງທ່ານ ໃຫ້ເປັນປະທານຫົວໜ້າເສນາທິການຮວມຄົນໃໝ່ຂອງກອງທັບສະຫະລັດ ທີ່ທໍານຽບຂາວ ວັນທີ 30 ພຶດສະພາ 2011.

ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ໄດ້​ສະ​ເໜີ​ແຕ່ງ​ຕັ້ງ​ພົນ​ເອກ
ກອງທັບ​ບົກ Martin Dempsey ​ໃຫ້​ຂຶ້ນ​ດໍາລົງ​ຕໍາ​ແໜ່​ງ
ສູງ​ສຸດ​ໃນ​ກອງທັບແຫ່ງ​ຊາດ​ສະຫະລັດ​ຄື​ເປັນ​ປະທານ​ຫົວ
ໜ້າ​ເສນາ​ທິການ​ຮ່ວມ​ນັ້ນ.

ນາຍ​ພົນ Dempsey ຈະ​ຂຶ້ນ​ດໍາລົງ​ຕໍາ​ແຫນ່​ງດັ່ງກ່າວ​ແທນ
ພົນ​ເຮືອ​ເອກ Mike Mullen ຊຶ່ງ​ກໍານົດ​ການ​ດໍາລົງ​
ຕໍາ​ແໜ່​ງຂອງ​ທ່ານ​ຈະໝົດ​ອາຍຸ​ລົງ​ໃນ​ເດືອນ​ກັນຍາ​ປີ​ນີ້.
ການ​ຄັດ​ເລືອກ​ຂອງ​ປະທານາທິບໍດີເອົາ​ປະທານ​ຫົວໜ້າ
​ເສນາ​ທິການ​ຮ່ວມ​ກອງທັບ​ນີ້ ຈະ​ຕ້ອງ​ໄດ້​ຮັບ​ການ​ເຫັນ
​ດີ​ເຫັນ​ພ້ອມ​ນໍາ​ຈາກ​ສະພາ​ສູງ​ສະຫະລັດ ​ແຕ່​ຄາດວ່າ​ ພວກ​ສະມາຊິກ​ສະພາ​ສູງ​ຈະ​ຮັບ​ເອົາ​ການ​ແຕ່ງ​ຕັ້ງ​ນາຍ​ພົນ Dempsey ນີ້.

ພົນ​ເອກ Ray Odierno ນາຍທະຫານທີ່​ເຄີຍ​ໄປ​ສູ້​ລົບ​ໃນ​ອິຣັກມາ 3 ​ເທື່ອ​ແລ້ວ ຈະ​ຂຶ້ນ​ເປັນ​ຫົວໜ້າ​ກອງທັບ​ບົກ​ແທນ​ທ່ານ Dempsey ນັ້ນ.

ທ່ານ​ໂອ​ບາ​ມາ​ໄດ້​ປະກາດ​ສະ​ເໜີ​ແຕ່ງ​ຕັ້ງທ່າ​ນ Dempsey ທີ່​ທໍານຽບຂາວ​ໃນ​ວັນ​ພັກລະ​ລຶກ
ເຖິງ​ດວງ​ວິນຍານ​ຂອງພວກ​ສະລະ​ຊີບ​ໃນ​ປາງ​ສົງຄາມ​ຂອງ​ອະ​ເມ​ລິ​ກາ​ໃນ​ມື້ວານ​ນີ້ ຊຶ່ງ​ເປັນເວ
ລາ​ທີ່​ພວກ​ປະຊາຊົນ​ອະ​ເມ​ລິ​ກັນ​ທົ່ວ​ໄປ​ໄວ້ອາໄລໃຫ້ແກ່​ພວກ​ຄົນ​ອະ​ເມ​ລິ​ກັນ​ທີ່​ໄດ້​ສະລະ​ຊີບ​
ເພື່ອ​ຊາດໃນ​ການ​ສູ້​ລົບໃນ​ສົງຄາມ​ຕ່າງໆ​ນັ້ນ.

ນອກ​ນັ້ນ ປະທານາທິບໍດີ​ຍັງ​ກ່າວ​ໃນ​ພິທີ​ລະ​ລຶກຕ່າງໆ ​ທີ່​ປະຕິບັດ​ມາ​ເປັນ​ປະ​ເພນີ​ເຊ່ນ​ກັນ​ທີ່
ປ່າ​ຊາດ​ແຫ່ງ​ຊາດ Arlington ຢູ່​ນອກ​ກຸງ​ວໍຊິງ​ຕັນ​ນັ້ນ ​ໂດຍ​ກ່າວ​ຊົມ​ເຊີຍ​ພວກ​ນັກ​ລົບ​ເກົ່າ​
ທີ່ໄດ້​ສະລະ​ຊີວິດ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ນາມ​ເປັນ​ພາກສ່ວນ​ອັນທີ່ທ່ານ​ໂອ​ບາ​ມາ​ເອີ້ນ​ວ່າ ສາຍ
ໂສ້ຜູ້​ຮັກ​ຊາດ​ທີ່​ບໍ່​ຂາດໄລຍະຕະຫລອດ​ມາ​ໃນ​ປະວັດ​ສາດ​ຂອງ​ສະຫະລັດ​ນັ້ນ.

XS
SM
MD
LG