ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດລະນຶກເຖິງທະຫານຫານ ທີ່ສະລະຊີບເພື່ອຊາດ


ໃນວັນອາທິດ ທີ 29 ພຶດສະພາ ວານນີ້, ພວກຂີ່ລົດຈັກ “Rolling Thunder” ຫລື “ຟ້າຮ້ອງລັ່ນ” ຫລາຍພັນຄົນ ເລີ້ມພາກັນແລ່ນລົດເປັນຂະບວນ ອອກຈາກທໍານຽບຫ້າແຈ ເຂົ້າສູ່ກຸງວໍຊິງຕັນ ເປັນຂີດໝາຍ ວັນລະລຶກເຖິງດວງວິນຍານ
ຂອງຜູ້ສະລະຊີບເພື່ອຊາດ, ວັນຈັນສຸດທ້າຍຂອງເດືອນພຶດສະພາ.
ໃນວັນອາທິດ ທີ 29 ພຶດສະພາ ວານນີ້, ພວກຂີ່ລົດຈັກ “Rolling Thunder” ຫລື “ຟ້າຮ້ອງລັ່ນ” ຫລາຍພັນຄົນ ເລີ້ມພາກັນແລ່ນລົດເປັນຂະບວນ ອອກຈາກທໍານຽບຫ້າແຈ ເຂົ້າສູ່ກຸງວໍຊິງຕັນ ເປັນຂີດໝາຍ ວັນລະລຶກເຖິງດວງວິນຍານ ຂອງຜູ້ສະລະຊີບເພື່ອຊາດ, ວັນຈັນສຸດທ້າຍຂອງເດືອນພຶດສະພາ.

ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ຈະໃຫ້​ກຽດແກ່ດວງ​ວິນ​ຍານ​ຂອງ​ພວກ​ທີ່​ເສຍ​ຊີວິດ​ໄປ​ໃນ​ປາງ​ສົງຄາມ​ບັ້ນຕ່າງໆ​ຂອງອະ​ເມ​ຣິ​ກາ​ໃນ​ວັນ​ຈັນ​ມື້​ນີ້​ ໃນພິທີ​ວາງ​ພວງມາລາ​ທີ່​ປ່າຊ້າ​ແຫ່ງ​ຊາດ Arlington ນອກ​ກຸງ​ວໍ​ຊິງ​ຕັນ.

ວັນ​ຈັນ​ສຸດ​ທ້າຍ​ຂອງ​ເດືອນ​ພຶດສະພາ​ເປັນ​ວັນ Memorial Day ຫລື​ວັນ​ລະນຶກ​ເຖິງ​ຜູ້​ເສຍ​ຊີວິດ​ ອັນເປັນ​ມື້ພັກ​ທາງ​ການ​ສໍາລັບ​ຊາວອະ​ເມ​ຣິ​ກັນ​ທັງ​ປວງ ເພື່ອ​ໃຫ້​ກຽດ​ແກ່​ພວກ​ທີ່​ໄດ້​ສະລະ​ຊີບ​ເພື່ອ​ຊາດ​ຂອງເຂົາ​ເຈົ້າ​ນັ້ນ.

ຈະ​ມີ​ການຈັດ​ພິທີ​ວາງ​ພວງມາລາ ຢູ່​ທີ່​ອະນຸສາວະລີ​ຕ່າງໆ​ໃນ​ກຸງ​ວໍ​ຊິງ​ຕັນ​ ​ເຊ່ນ​ອະນຸສາວະລີ​ສົງຄາມ​ໂລກ​ຄັ້ງ​ທີສອງ ​ອະນະ​ສາ​ວະລີ​ນັກ​ລົບ​ເກົ່າ​ຫວຽດນາມ ອະນຸສາວະລີກອງທັບ​ເຮືອ ແລະ​ກອງທັບ​ອາກາດ.

ນອກ​ນີ້ ກໍມີການ​ເດີນ​ສວນສະໜາມ​ແລະ​ພິທີ​ລະ​ລຶກ​ໄວ້ອາ​ໄລ​ຕ່າງໆ​ເຊ່ນ​ກັນ​ ໃນ​ຫົວ​ເມືອງ​ໃຫຍ່​ແລະ​ຫົວ​ເມືອງ​ນ້ອຍ​ຕ່າງໆ​ໃນ​ທົ່ວ​ປະເທດອະ​ເມ​ຣິ​ກາ.

ໃນ​ວັນ​ອາທິດ​ວານ​ນີ້ ພວກ​ອາສາ​ສະມັກ​ໄດ້​ພາກັນ​ວາງ​ທຸງຊາດ​ອະ​ເມ​ລິ​ກັນ​ນ້ອຍໆ​ໃສ່ຕາມ​ຂຸມ​ຝັງ​ສົບ​ທີ່​ປ່າຊ້າ​ແຫ່ງ​ຊາດ Arlington ​ໃນ​ຂະ ນະທີ່ ພວກ​ລູກ​ເສືອ ຫລື Boy Scouts ​ກໍໄດ້​ພາກັນ​ໄປ​ວາງ​ທຸງຊາດ ນ້ອຍໆ​ໃນ​ປ່າຊ້າ​ພວກ​ນັກ​ລົບ​ເກົ່າ​ແຫ່ງ​ຕ່າງໆໃນ​ທົວປະ​ເທດ​.

ໃນ​ວັນ​ອາທິດ​ວານ​ນີ້ເຊ່ນ​ກັນ ພວກ​ຂີ່​ລົດຈັກ​ຫລາຍ​ພັນ​ຄົນ​ມາ​ຈາກ​ທົ່ວ​ສະຫະລັດ ທີ່​ເອີ້ນ​ວ່າ ພວກ “Rolling Thunder” ​ໄດ້​ພາກັນ​ຂີ່​ລົດ ຈັກ​ເປັນ​ຂະ​ບວນ​ເຂົ້າ​ສູ່​ກຸງ​ວໍ​ຊິງ​ຕັນ ນະ​ຄອນຫລວງ​ຂອງ​ສະຫະລັດ ​ເພື່ອຮຽກຮ້ອງ​ຄວາມ​ສົນ​ໃຈໃຫ້​ແກ່ພວກ​ນັກ​ລັບ​ເກົ່າ​ທີ​ຍັງ​ຢູ່​ໃນ​ບັນຊີ​ລາຍຊື່​ພວກ​ທີ່​ຫາຍ​ສາບ​ສູນ​ໄປ​ໃນ​ປາງ​ສົງຄາມ​ນັ້ນ.

ພວກ​ຄົນ​ອະ​ເມ​ຣິ​ກັນ​ຫລາຍ​ຄົນ​ພາກັນ​ຖື​ວັນ Memorial Day ນີ້​ເປັນ ການ​ເລີ້ມ​ຕົ້ນ​ຂອງ​ວັນພັກ​ໃນ​ລະດູ​ຮ້ອນ ຊຶ່ງ​ພວກ​ເຂົາ​ເຈົ້າ​ພາກັນ​ສະເຫລີ​ມສະຫລອງ​ກັນ​ດ້ວຍ​ການ​ຊຸມ​ເຂົ້າ​ປິກ​ນິກ ຫລື​ເດີນທາງ​ໄປ​ຫລິ້ນແຄມ​ທະ​ເລ​ ຫລື​ໄປ​ພັກ​ແຮມ​ຄືນ​ໃນ​ປ່າ. ຄົນ​ອະ​ເມ​ຣິກັນ​ບາງ​ຄົນ​ກ່າວ​ວ່າ ເຂົາ​ເຈົ້າ​ມີ​ຄວາມ​ເປັນ​ຫ່ວງ​ວ່າ ວັນ Memorial Day ໄດ້​ກາຍ​ມາເປັນ​ ວັນພັກ​ຜ່ອນ​ຫລາຍ​ຂຶ້ນ ​ແທນ​ທີ່​ຈະ​ເປັນ​ເວລາ​ສໍາລັບ​ລະນຶກ​ເຖິງ​ຫລື​ໃຫ້​ກຽດ​ແກ່​ພວກ​ທີ່ເສຍ​ຊີວິດ​ໄປໃນປາງສົງຄາມ​ຂອງ​ປະ​ເທດ​.

XS
SM
MD
LG