ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນ​ແມ​ມໂມ​ຮຽ​ລ ແມ່ນ​ຈັດ​ຂຶ້ນ​ເພື່ອ​ເປັນ​ກຽດ​ໃຫ້​ແກ່​ພວກ​ທີ່​ເສຍ​ຊີ​ວິດ ໃນ​ລະ​ຫວ່າງ​ຮັບ​ໃຊ້​ຊາດ ຢູ່​ໃນ​ກອງ​ທັບ​ສະ​ຫະ​ລັດ


​ສິບ​ເອກ​ທະ​ຫານ​ມາ​ຣີນ ທິມ ແຊມ​ເບີ​ຣ​ສ໌ ທຳ​ກ​ານ​ຄຳ​ນັບ ຂະ​ນະ​ທີ່ຜູ້​ເຂົ້າ​ຮ່ວມ​ ໃນ​ຂະ​ບວນ​ລົດ​ຈັກ "Rolling to Remember" ເມື່ອວ​ັນ​ທີ 29 ພຶດ​ສະ​ພາ 2022 ຜ່ານ​ໄປ ​ທີ່​ນະ​ຄອນ​ຫຼວງວໍ​ຊິ​ງ​ຕັນ.
​ສິບ​ເອກ​ທະ​ຫານ​ມາ​ຣີນ ທິມ ແຊມ​ເບີ​ຣ​ສ໌ ທຳ​ກ​ານ​ຄຳ​ນັບ ຂະ​ນະ​ທີ່ຜູ້​ເຂົ້າ​ຮ່ວມ​ ໃນ​ຂະ​ບວນ​ລົດ​ຈັກ "Rolling to Remember" ເມື່ອວ​ັນ​ທີ 29 ພຶດ​ສະ​ພາ 2022 ຜ່ານ​ໄປ ​ທີ່​ນະ​ຄອນ​ຫຼວງວໍ​ຊິ​ງ​ຕັນ.

ວັນ​ຈັນອາ​ທິດ​ສຸດ​ທ້າຍ​ຂອງ​ເດືອນ​ພຶດ​ສະ​ພາ ແມ່ນ​ເປັນ​ວັນ Memorial Day ​ຊຶ່ງ​ເປັນ​ວັນ​ທີ່​ໃຫ້​ກຽດ​ແກ່​ພວກ​ຜູ້​ຊາຍ​ແລະ​ແມ່​ຍິງ​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ລະ​ຫວ່າງ​ຮັບ​ໃຊ້​ຢູ່​ໃນ​ກອງ​ທັບ​ຂອງ​ສະ​ຫະ​ລັດ.

ວັນ Memorial Day ໃນ​ປີນີ້ ຊຶ່ງ​ເປັນວັນ​ພັກ​ຂອງລັດ​ຖະ​ບານ​ກາງ ຕົກ​ໃສ່​ວັນ​ຈັນ​ທີ 30 ພຶ​ດ​ສະ​ພາ.

ຕະ​ຫຼາດ​ການ​ເງິນ​ກໍ​ເປັນ​ກິດ​ຈະ​ການ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ຈະ​ໄປ​ຮ່ວມ​ພິ​ທີ​ລະ​ນຶກ​ເຖິງ​ທີ່​ສຸ​ສານ​ແຫ່ງ​ຊາດ​ອາ​ລິງ​ຕັນ.

ການ​ເດີນ​ສວນ​ສະ​ໜາມ​ພາ​ເຣດ​ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ຈະ​ກັບ​ຄືນ​ມາ​ຢູ່​ຖະ​ໜົນ​ຄອນ​ສ​ຕີ​ຕຸຍ​ເຊິນ (Constitution Ave) ໃນ​ວັນ​ຈັນ​ມື້ນີ້ ​ຫຼັງ​ຈາກ​ໄດ້​ມີ​ການ​ຢຸດ​ເຊົາ​ມາ​ເປັນ​ເວ​ລາ 2 ປີ​ຍ້ອ​ນ​ໂຣກ​ລະ​ບາດ​ໄວ​ຣັ​ສ​ໂຄ​ໂຣ​ນາ.

ຊາວ​ອາ​ເມ​ຣິກນ​ຈຳ​ນວນ​ນຶ່ງ ລະ​ນຶກ​ເຖິງວັນ​ດັ່ງ​ກ່າວ​ດ້ວຍ​ການ​ໄປ​ຢ້ຽມ​ອະ​ນຸ​ສອນ​ສະ​ຖານ​ລະ​ນຶກ​ເຖິງ​ສົງ​ຄາມ​ປາງ​ຕ່າງໆ ຫຼື​ບໍ່​ກໍ​ໄປ​ຢ້ຽມ​ສຸ​ສານ ແລະ​ວາງ​ພວງ​ມາ​ລາ​ໃສ່​ຂຸມ​ຝັງ​ສົບ.

ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ຈະ​ເຫັນຂະ​ບວນ​ລົດ​ຈັດ​ທີ່​ຈັດ​ຂຶ້ນ​ເປັນ​ປະ​ຈຳ​ໃນ​ການ​ລະ​ນຶກ​ເຖິງ​ ເນື່ອງ​ໃນ​ໂອ​ກາດວັນ Memorial Day. ປີນີ້ ຂະ​ບວນ​ລົດ​ຈັກແມ່ນ​ເອີ້ນ​ວ່າ Rolling to Remember ແລະ​ໄດ້​ຂະ​ຫຍາຍ​ໃຫ້​ຮວມ​ທັງ​ການ​ສ້າງ​ຄວາມ​ຕື່ນ​ຕົວ​ເພີ້ມ​ຂຶ້ນ​ໃຫ້​ແກ່​ວິກິດ​ການ​ຂ້າ​ໂຕ​ຕາຍ​ໃນ​ໝູ່​ພວກ​ນັກ​ລົບ​ເກົ່າ.

Rolling to Remember ກ່າ​ວຢູ່​ໃນ​ເວັບ​ໄຊ​ຂອງ​ຕົນ​ວ່າ “ການ​ຂີ່​ລົດ​ຈັກ” ຂອງ​ພວກ​ຕົນ​ໃນ​ວັນ​ເສົາ ຢູ່​ໃນ​ບໍ​ລິ​ເວນ​ອ້ອມ​ແອ້ມ​ນະ​ຄອນ​ຫຼວງວໍ​ຊິ​ງຕັນ​ຈັດ​ຂຶ້ນ​ເພື່ອ

“ສ້າງ​ຄວາມ​ຕື່ນ​ຕົວ​ໃຫ້​ແກ່​ບັນ​ຫາ​ທີ່​ສຳ​ຄັນ​ຕ່າງໆ​ ທີ່​ພວມ​ປະ​ເຊີ​ນ​ໜ້າ​ກັບ​ພວກ​ນັກ​ລົບ​ເກົ່າ​ຂອງ​ປະ​ເທດ ແລະ​ທວງ​ໃຫ້​ມີ​ການ​ເອົາ​ມາດ​ຕະ​ການ ​ສຳ​ລັບ​ສະ​ມາ​ຊິກ​ທີ່​ຫາຍ​ສາບ​ສູນ​ຂອງກອງ​ທັບ 82,000 ຄົນ ຕະ​ຫຼອດ​ເຖິງ​ການ​ສ້າງ​ຄວາມ​ຕືນ​ຕົວ​ໃຫ້​ແກ່​ພວກ​ນັກ​ລົບ​ເກົ່າ 22 ຄົນ​ທີ່​ໄດ້​ເສຍ​ຊີ​ວິດ​ຍ້ອນ​ການ​ຂ້າ​ໂຕ​ຕາຍ​ໃນ​ແຕ່​ລະ​ມື້.”

ນອກນັ້ນ​ ຍັງ​ມີ​ຫຼາຍໆ​ຄອບ​ຄົວ​ໄປ​ເຕົ້າ​ໂຮມ​ກັນ ​ເພື່ອ​ກິນ​ເຂົ້າ​ປ່າ​ຫຼື​ປິກ​ນິກ​ໃນ​ວັນ Memorial Day ໃນ​ຂະ​ນະ​ທີ່​ມີ​ການ​ຮັບ​ຮູ້​ກັນ​ຢ່າງກວ້າງ​ຂວາງວ່າ ເປັນ​ການ​ເລີ້ມ​ຕົ້ນ​ຂອງ​ລະ​ດູ​ຮ້ອນ ​ຢູ່​ໃນ​ສະ​ຫະ​ລັດ.

XS
SM
MD
LG