ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດເປັນຫ່ວງນໍາ ຜົນກະທົບ ຈາກການສ້າງເຂື່ອນ ໃສ່ແມ່ນໍ້າຂອງຕື່ມອີກ


ຕະຫລາດນໍ້າ ຢູ່ແມ່ນໍ້າຂອງ ໃນແຂວງ Kien Giang ຢູ່ເຂດປາກແມ່ນໍ້າຂອງ ທີ່ເປັນແຫລ່ງປູກເຂົ້າຂອງຫວຽດ ນາມ. ທາງການຫວຽດນາມຄັດຄ້ານ ຕໍ່ການທີ່ລາວຈະສ້າງເຂື່ອນໄຊຍະບູລີ ເພາະຢ້ານຜົນກະທົບຕໍ່ການທໍານາຫາຢູ່ ຫາກິນຂອງຊາວບ້ານເຫລົ່ານີ້. (AP Photo/Tran Van Minh)
ຕະຫລາດນໍ້າ ຢູ່ແມ່ນໍ້າຂອງ ໃນແຂວງ Kien Giang ຢູ່ເຂດປາກແມ່ນໍ້າຂອງ ທີ່ເປັນແຫລ່ງປູກເຂົ້າຂອງຫວຽດ ນາມ. ທາງການຫວຽດນາມຄັດຄ້ານ ຕໍ່ການທີ່ລາວຈະສ້າງເຂື່ອນໄຊຍະບູລີ ເພາະຢ້ານຜົນກະທົບຕໍ່ການທໍານາຫາຢູ່ ຫາກິນຂອງຊາວບ້ານເຫລົ່ານີ້. (AP Photo/Tran Van Minh)

ເຖິງແມ່ນເລື້ອງການຂັດແຍ້ງກັນກ່ຽວກັບການຍາດກັນອ້າງເອົາກໍາມະສິດໃນດິນດອນໃນເຂດທະເລຈີນໃຕ້ ໄດ້ກາຍເປັນຫົວຂໍ້ທີ່ສໍາຄັນກ່ວາໝູ່ ຢູ່ທີ່ກອງປະຊຸມເລື້ອງຄວາມໝັ້ນຄົງຂອງ ສະມາຄົມອາຊ່ຽນເມື່ອໄວໆມານີ້ກໍຕາມ ແຕ່ພວກເຈົ້າໜ້າທີ່ສະຫະລັດກໍຍັງໄດ້ເພ່ງເລັງໃສ່ ການຫາທາງແກ້ໄຂບັນຫາຂັດແຍ້ງນຶ່ງອີກ ທີ່ ອາດສາມາດສ້າງຄວາມບາດໝາງຂຶ້ນໄດ້ ທີ່ ກ່ຽວພັນກັບຄວາມຕ້ອງການດ້ານພະລັງງານ ທີ່ກໍາລັງເຕີບໃຫຍ່ຂະຫຍາຍຕົວຂຶ້ນນັບມື້ຂອງ ຂົງເຂດເອເຊຍ. ແມ່ນໍ້າຂອງແລະສາຂາຂອງມັນແມ່ນເປັນແຫລ່ງນໍ້າທີ່ຄໍ້າຈຸນ ຫລໍ່ລ້ຽງປະຊາ ຊົນຫລາຍສິບລ້ານຄົນໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ແຕ່ວ່ານອກນັ້ນແລ້ວ ແມ່ນໍ້າ ຂອງກໍຍັງເປັນບ່ອນທີ່ຈະມີການກໍ່ສ້າງເຂຶ່ອນໄຟຟ້າຫລາຍໂຄງການ ທີ່ເປັນຂໍ້ໂຕ້ແຍ້ງກັນ ໃນລະຫວ່າງບັນດາປະເທດເພື່ອນບ້ານໃນຂົງເຂດ. ວັນນະສອນມີເລຶ່ອງນີ້ ມາສະເໜີທ່ານ.

ທ່ານ​ນາງ ຮິ​ລ​ແລຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທ​ດສະຫະລັດ ​ໄດ້​ໄປຮ່ວມ​ກອງ​ປະຊຸມ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງແຫ່ງ​ພາກ​ພື້ນ ຂອງ​ສະມາຄົມ​ອາ​ຊ່ຽນ​ທີ່​ເກາະ​ບາ​ຫລີ ປະ​ເທດ​ອິນ​ໂດ​ເນ​ເຊຍ​ ເມື່ອ​ໝໍ່ໆ​ມາ​ນີ້ ​ເພື່ອ​ຈະ​ບອກວ່າ ສະຫະລັດແມ່ນ​ຍັງ​ມີ​ເຈດ​ຕະນາ​ທີ່​ຈະ​ເຂົ້າ​ພົວ​ພັນ​ໃນ​ການ ພັດທະ​ນາທາງ​ການ​ເມືອງ​ແລະເສດຖະກິດ​ຂອງ​ຂົງ​ເຂດ​ນັ້ນ​ຢູ່ຕໍ່​ໄປ. ​ແລະ ໃນ​ອັນ​ທີ່​ເປັນພາກ​ສ່ວນ​ນຶ່ງຂອງ​ຄວາມ​ພະຍາຍ​າມດັ່ງກ່າວ​ນີ້ ທ່ານ​ນາງ ຄລິນ​ຕັນ​ໄດ້ເວົ້າ​ສູ່​ກອງ​ປະຊຸມ​ຟັງ ກ່ຽວ​ກັບວ່າວໍ​ຊິງ​ຕັນຈະສົ່ງ​ເສີມຊຸກຍູ້ ການພັດທະ​ນາແບບ​ມີຄວາມ​ຮັບຜິດຊອບ​ແນວ​ໃດ ຜ່ານໂຄງການ​ຊ່ວຍ​ເຫລື​ອທີ່ມີມູນ​ຄ່າ 221 ລ້ານ​ໂດ​ລາ ​ໃນ​ຂົງ​ເຂດ​ລຸ່ມ​ແມ່​ນໍ້າຂອງນັ້ນ.

ເງິນຊ່ວຍ​ເຫລືອໃນໂຄງການດັ່ງກ່າວ​ນີ້ ຈະ​ໃຊ້​ເປັນ​ງົບປະມານສໍາລັບ​ໂຄງ​ການ​ສຶກສາ ໂຄງ
ການສະພາບ​ແວດ​ລ້ອມ ສຸຂະພາບ ​ແລະ​ໂຄງ​ລ່າງ​ພື້ນຖານ ​ໃນ​ຂົງ​ເຂດ​ທີ່ດ້ອຍ​ພັທະນາ​ໃນ
ກໍາປູ​ເຈຍ ລາວ ​ໄທ ​ແລະ​ຫວຽດນາມ.

ທ່ານ ​ເດ​ວິດ ຄາ​ເດິ​ນ(David Carden) ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ສະມາຄົມ​ອາ​ຊ່ຽນ ກ່າວ​ວ່າ ສະຫະລັດ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຜົນ​ກະທົບ​ຂອງໂຄງການ​ເຂຶ່ອນ​ໄຟຟ້າ​ນໍ້າຕົກ​ໃຫຍ່ໆ​ຫລາຍໂຄງການທີ່​ຈະສ້າງ​ ຂຶ້ນ​ຢູ່​ຕາມ​ລໍາ​ແມ່​ນໍ້າຂອງ ທີ່​ກຸ່ມ​ສະພາບ​ແວດ​ລ້ອມ​ບາງ​ກຸ່ມ​ໄດ້ເຕືອນວ່າ ອາດສາມາດສົ່ງຜົນ​ກະທົບຢ່າງ​ຮ້າຍ​ແຮງ​ ຕໍ່​ທາງນໍ້າທີ່​ສໍາຄັນ​ຕ່າງໆ​ໃນ​ຂົງ​ເຂດ​ໄດ້​ນັ້ນ.

“The dams that are being proposed...

ທ່ານ ຄາ​ເດິ​ນ ກ່າວ​ວ່າ: “ພວກ​ເຂຶ່ອນຕ່າງໆທີ່​ຖືກ​ສະ​ເໜີ​ຂຶ້ນມາ​ ​ແລະ​ບາງ​ແຫ່ງ​ກໍ​ໄດ້​ສ້າງໄປແລ້ວນັ້ນ ມາ​ຮອດຈຸດນີ້ ກໍ​ຍັງ​ບໍ່​ໄດ້​ມີ​ການກວດສອບທົບ ທວນ​ເບິ່ງຢ່າງເຕັມສ່ວນ ກ່ຽວ​ກັບຜົນກະທົບດ້ານວິທະຍາສາດຂອງເຂື່ອນ​ ເຫລົ່ານັ້ນ ​ແລະ​ມັນ​ບໍ່ໄດ້​ນອນ​ຢູ່​ໃນ​ຜົນ​ປະ​ໂຫຍ​ດຂອງຂົງ​ເຂດ​ນີ້​ເທົ່າ​ນັ້ນ ​ແຕ່​ຈິງໆ​ແລ້ວ ນອນ​ຢູ່​ໃນຜົນ​ປະ​ໂຫຍດ​ຂອງ​ໂລກທັງ​ໝົດ ​ເພື່ອ​ວັດຖຸ​ປະສົງ ດ້ານຄວາມ​ໝັ້ນຄົງ​ຂອງສະ​ບຽງອາຫານ ວັດຖຸ​ປະສົງ​ດ້ານສະພາບ​ແວດ​ລ້ອມ ວັດ​ຖຸປະສົງ​ດ້ານສັນຕິ​ພາບແລະ​ຄວາມ​ໝັ້ນຄົງ ທີ່​ວ່າການພັດທະນາເຂດ​ລຸ່ມ​ແມ່​ນໍ້າຂອງ ຄວນ​ຈະ​ເປັນ​ໄປຢ່າງ​ສະຫລາດ​ຮອບ​ຄອບ ​ແລະ​ສອດ ຄ່ອງ​ກັບ​ວິ​ທະຍາ​ສາດ​ທີ່​ວ່າ​ດີທີ່​ສຸດ​ ທີ່​ສາມາດ​ຖືກນໍາ​ມາ​ໃຊ້​ໄດ້​ນັ້ນ.”

ຊາວປະມົງຂະເໝນ ຫາປາ ຢູ່ໃນແມ່ນໍ້າຂອງ
ຊາວປະມົງຂະເໝນ ຫາປາ ຢູ່ໃນແມ່ນໍ້າຂອງ

ມີ​ປະຊາຊົນ​ຫລາຍ​ກວ່າ 60 ລ້ານ​ຄົນ​ທີ່​ອາ​ໃສ​ຢູ່​ຕາມ​ລໍາ​ແມ່​ນໍ້າຂອງ ຊຶ່ງ​ມີ ​ເນື້ອ​ທີ່​ຫລາຍ​ກວ່າ 600,000 ກິ​ໂລ​ແມດ​ມົນທົນ ​ເປັນ​ເຂດ​ປະມົງ​ພາຍ​ໃນ ດິນ​ແດນ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ. ນອກ​ນີ້​ແລ້ວ ພວກ​ຊາວນາ​ຍັງ​ໄດ້​ອາ​ໃສ​ເພິ່ງ​ພາ​ນໍ້າ​ແລະຕະກອນຈາກ​ແມ່​ນໍ້າຂອງນີ້ ​ເພື່ອຫົດ​ນາແລະໃຊ້​ເປັນປຸ໋ຍ​ໃສ່​ເຂົ້າ​ທີ່​ເຂົາ​ເຈົ້າ​ປູກ.

ແຕ່ກໍ​ເກີດ​ມີ​ຄວາມ​ເປັນ​ຫ່ວງ​ເພີ່ມ​ຂຶ້ນນັບ​ມື້ວ່າ ການ​ສ້າງ​ເຂື່ອນ​ໄຟຟ້າ​ນໍ້າຕົກໃນປະ​ເທດ​ຈີນ
ແລະແຜນການ​ທີ່​ຈະ​ສ້າງ​ເຂື່ອນ​ເພີ່ມ​ຕື່ມ​ອີກ
ໃນ​ລາວ​ແລະ​ກໍາປູ​ເຈຍ​ນັ້ນ​ ອາດສາມາດສ້າງ​
ຄວາມ​ເສຍ​ຫາຍ​ຢ່າງ​ສໍາຄັນ ໃຫ້​ແກ່​ສະພາບ​ແວດ​ລ້ອມ​ແລະເສດຖະກິດຢູ່​ໃນ​ພວກ​ປະ​ເທດ
ທີ່ຢູ່ໃນລຸ່ມ​ແມ່​ນໍ້າຂອງລົງ​ໄປອີກ ​ເຊັ່ນ​ຫວຽດນາມ​ນັ້ນ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຄາ​ເດິ​ນ ກ່າວ​ວ່າ ການ​ຊ່ວຍ​ເຫລືອ​ຂອງ​ສະຫະລັດ​ແມ່ນ​ມີ​ເປົ້າ​ໝາຍ​ຢ່າງ​ກວ້າງຂວາງ​ ທີ່​ແນ​ໃສ່​ເພື່ອສະໜອງ​ການ​ຊ່ວຍ​ເຫລືອ​ເພື່ອ​ຊ່ວຍ​ຮັກສາຄຸ້ມ​ຄອງ ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຢູ່ໃນຂົງ​ເຂດ​ນຶ່ງ ​ທີ່​ມີຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ຈະ​ເກີດຂໍ້​ຂັດ ​ແຍ້​ງຜິດ​ຖຽງ​ກັນ​ຂ້າມ​ຊາຍ​ແດນ​ໄດ້.

“I think that the simple truth is, whatever....

ທ່ານ​ຄາ​ເດິ​ນ​ເວົ້າ​ວ່າ: “ຂ້າພະ​ເຈົ້າຄິດ​ວ່າ ຄວາມ​ຈິງ​ທີ່​ງ່າຍໆ​ນັ້ນ ກໍ​ແມ່ນ​ວ່າ ບໍ່​ວ່າ​ບຸກຄົນ​ໃດຢາກ​ຈະ​ນໍາເອົາສິ່ງດົນ​ໃຈ​ໃດໆ​ກໍ​ຕາມ​ ມາ​ອ້າງ​ເປັນເຫດຜົນ​ ໃນ​ການ​ດໍາ​ເນີນຄວາມ​ພະຍາຍາມ​ເຫລົ່າ​ນີ້​ກໍ​ຕາມ ​ຂ້າພະເຈົ້າກໍຄິດ​ວ່າ ​ມັນ​ເປັນ​ທີ່​ແຈ້ງ​ຂາວວ່າ​ ​ເລື້ອງ​ນີ້​ແມ່ນ​ກໍລະນີ​ທີ່​ວ່າ ໂລກທັງ​ໝົດ ບໍ່​ແມ່ນ​ພຽງ​ແຕ່​ຂົງ​ເຂດນີ້ ​ທີ່ຮັບ​ຮູ້ໃນ​ຄວາ​ມຈໍາ​ເປັນ ສໍາລັບ​ພວກ​ເຮົາ​ໝົດ​ທຸກ​ຄົນ​ ທີ່​ຈະ​ຕ້ອງປະຕິບັດ​ງານ​ຮ່ວມ​ກັນ​ ເພື່ອ​ແກ້​ໄຂ​ພວກບັນຫາ​ທີ່ໄຮ້​ຊາຍ​ແດນ ​ເຫລົ່າ​ນີ້.”

ແຕ່ທ່ານ ມິລ​ເຕິ​ນ ອອສ​ບອນ(Milton Osborne) ນັກວິ​ເຄາະ​ຂ່າ​ວກ່ຽວ​ກັບຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ ປະ​ຈໍາ​ສະ​ຖາ​ບັນນະ​ໂຍບາຍ​ນາໆ ຊາດ Lowy ຂອງ​ອອສ​ເຕຣເລຍ ກ່າວ​ວ່າ ການ​ເຂົ້າ​ພົວພັນ​ຂອງສະຫະລັດ​ໃນ​ຂົງ​ເຂດ​ເອ​ເຊຍ​ນັ້ນ ​ແມ່ນ​ຖືກດົນໃຈໂດຍ​ ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ອິດ​ທິພົນ​ທີ່​ກໍາລັງ​ເຕີບໃຫຍ່​ຂຶ້ນນັບ​ມື້​ຂອງ​ຈີນ​ນັ້ນ ເປັນສ່ວນ​ໃຫຍ່. ຊຶ່ງທ່ານ ອອສ​ບອນ ກ່າວ​ວ່າ:

“The continuing rise of China in economic...

ທ່ານ ອອສ​ບອນ ​ເວົ້າ​ວ່າ: “​ເປັນ​ທີ່​ແລະ​ເຫັນ​ໄດ້​ຢ່າງແຈ້ງ​ຂາວ​ວ່າ ການເຕີບໃຫຍ່​ຂຶ້ນ​ເລື້ອຍໆຂອງ​ຈີນ ​ໃນ​ແງ່​ຂອງເສດຖະກິດ ​ແມ່ນ​ເປັນ​ເລື້ອງ​ທີ່​ໜ້າ​ວິຕົກ​ກັງວົນ ສໍາລັບ​ສະຫະລັດ ​ແລະ​ໂຄງການ​ລິ​ເລີ່​ມໃນ​ເຂດແມ່​ນໍ້າຂອງ​ນັ້ນ​ ກໍຖື​ວ່າ​ເປັນ​ນຶ່ງ​ໃນ​ຫລາຍໆ​ວິທີ​ທາງ​ ທີ່ສະຫະລັດ​ກໍາລັງ​ເຮັດ​ໃຫ້​ເປັນ​ທີ່​ແຈ້ງ​ຂາວ​ວ່າ ສະຫະລັດ​ຍັງ​ສືບ​ຕໍ່​ມີ​ຄວາມ​ສົນ​ໃຈ
ອັນ​ກວ້າງ​ໄກ​ໃນ​ພາ​ກສ່ວນ​ນີ້​ຂອງ​ໂລກ”

ຢ່າງ​ໃດ​ກໍ​ຕາມ ທ່ານ ອອສບອນ ກ່າວ​ວ່າ ​ເງິ​ນຊ່ວຍ​ເຫລືອ​ດັ່ງກ່າວ​ບໍ່​ອໍານວຍ​ໃຫ້​ພວກ​ເຈົ້າ
ໜ້າ​ທີ່​ສະຫະລັດ​ ມີ​ສິດ​ເຂົ້າ​ຮ່ວມ​ໃນ​ການ​ເຈລະຈາ​ ​ເພື່ອຕໍ່​ຮອງ​ກ່ຽວ​ກັບ​ເລື້ອງການພັດທະນາ
ໃດໆ​ໃນ​ເຂດປາກ​ແມ່​ນໍ້າຂອງນັ້ນ ​ແຕ່​ມັນກໍສະ​ແດງ​ໃຫ້​ເຫັນ​ວ່າ ສະຫະລັດ​ແມ່ນ​ມີ​ຄວາມ​ໝັ້ນ
ໝາຍ​ທີ່​ຈະ​ເອົາ​ບົດບາດ​ໃນ​ທາງ​ສ້າງສັນ​ ໃນການ​ຫລໍ່​ຫລອມອະນາຄົດ​ຂອງ​ຂົງ​ເຂດ​ເອ​ເຊຍ.

XS
SM
MD
LG