ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທູດ​ພິ​ເສດ ສະ​ຫະ​ລັດ ສະ​ແດງ​ຄວາມ​ໝັ້ນ​ໃຈ ກ່ຽວ​ກັບ ການ​ປົດ​ອາ​ວຸດ ​ນິວ​ເຄ​ລຍ ເກົາຫຼີ​ເໜືອ


ລັດ​ຖະ​ມົນ​ຕີ ເກົາຫຼີ​ໃຕ້ ທ່ານ ຄັງ ຄີ​ຢຸງ-ວາ, ຂວາ, ລົມ​ກັບ​ທູດ​ພິ​ເສດ ສະ​ຫະ​ລັດ ຮັບ​ຜິດ​ຊອບ ກ່ຽວ​ກັບ ບັນ​ຫາ ເກົາຫຼີ​ເໜືອ ທ່ານ ສ​ເຕ​ເຟັນ ໄບ​ກັນ ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັນ ເພື່ອ​ປຶກ​ສາ​ຫາ​ລື ບັນ​ຫາ​ນິວ​ເຄ​ລຍ ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ. ນ​ະ
​​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 29 ຕຸ​ລາ, 2018.
ລັດ​ຖະ​ມົນ​ຕີ ເກົາຫຼີ​ໃຕ້ ທ່ານ ຄັງ ຄີ​ຢຸງ-ວາ, ຂວາ, ລົມ​ກັບ​ທູດ​ພິ​ເສດ ສະ​ຫະ​ລັດ ຮັບ​ຜິດ​ຊອບ ກ່ຽວ​ກັບ ບັນ​ຫາ ເກົາຫຼີ​ເໜືອ ທ່ານ ສ​ເຕ​ເຟັນ ໄບ​ກັນ ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັນ ເພື່ອ​ປຶກ​ສາ​ຫາ​ລື ບັນ​ຫາ​ນິວ​ເຄ​ລຍ ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ. ນ​ະ ​​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 29 ຕຸ​ລາ, 2018.

ທູດ​ພິ​ເສດ ສະ​ຫະ​ລັດ ທີ່​ຮັບ​ຜິດ​ຊອບ​ກ່ຽວ​ກັບ ບັນ​ຫາ ເກົາຫຼີ​ເໜືອ ໄດ້​ສະ​ແດງ​ຄວາມ
ໝັ້ນໃຈ ກ່ຽວກັບ ການປົດອາວຸດນິວເຄລຍຂອງປະເທດ ຄອມມູນິສ ນັ້ນໄດ້ຢ່າງເປັນ
ຜົນສຳເລັດ.

ທ່ານ ສ​ເຕ​ເຟັນ ໄບ​ກັນ ໄດ້​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເກົາຫຼີ​ໃຕ້ ທ່ານ
ນາງ ຄັງ ຄີຢຸງ-ວາ ໃນນະຄອນຫຼວງ ໂຊລ ໃນວັນຈັນມື້ນີ້ ເພື່ອປຶກສາຫາລື ກ່ຽວກັບ
ຄວາມກ້າວໜ້າ ໃນການເຈລະຈາລະຫວ່າງ ພຽງຢາງ ກັບ ວໍຊິງຕັນ.

ລຸນຫຼັງ​ກອງ​ປະ​ຊຸມ​ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ​ຈາກ ເກົາຫຼີ​ໃຕ້ ທ່ານ ອີ ໂດ-ຮູນ ນັ້ນ, ທ່ານ
ໄບກັນ ໄດ້ກ່າວວ່າ ວໍຊິງຕັນ ກັບ ເກົາຫຼີເໜືອ ມີເປົ້າໝາຍອັນດຽວກັນ ໃນການສິ້ນ
ສຸດຄວາມເປັນປໍລະປັກກັນ ຢູ່ແຫຼມເກົາຫຼີ ທີ່ແກ່ຍາວມາໄດ້ 7 ທົດສະວັດແລ້ວນັ້ນ.

ທ່ານ ໄບ​ກັນ ​ກ່າວ​ວ່າ “ພວກ​ເຮົາ​ມີ​ເປົ້າ​ໝາຍ​ອັນ​ດຽວ​ກັນ​ຢູ່ນີ້, ເຊິ່ງ​ແມ່ນ​ການ​ສິ້ນສຸ​ດ​
ສົງຄາມ ແລະ ຄວາມເປັນປໍລະປັກກັນທີ່ມີມາດົນເຖິງ 70 ປີ ຢູ່ແຫຼມ ເກົາຫຼີ ແລະ
ການຮຽກຮ້ອງຂັ້ນຕົ້ນ ສຳລັບພວກເຮົາ ຕໍ່ການສິ້ນສຸດດັ່ງກ່າວນັ້ນ ກໍແມ່ນ ບັນລຸການ
ປົດອາວຸດນິວເຄລຍທີ່ສາມາດຢືນຢັນໄດ້ ຢ່າງເຕັມທີ່ ແລະ ຄັ້ງສຸດທ້າຍຂອງ ເກົາຫຼີ
ເໜືອ. ສະນັ້ນ ຂ້າພະເຈົ້າຈຶ່ງມີຄວາມໝັ້ນໃຈແທ້ໆວ່າ ສິ່ງດັ່ງກ່າວນີ້ແມ່ນຢູ່ບໍ່ໄກ. ຂ້າ
ພະເຈົ້າຄິດວ່າປະທານາທິບໍດີຂອງສອງປະເທດພວກເຮົາ ແມ່ນໄດ້ເພັ່ງເລັງໃສ່ເປົ້າ
ໝາຍນີ້ເປັນພິເສດ.”

ທູດ​ພິ​ດ​ເສດ ເກົາຫຼີ​ໃຕ້ ສຳ​ລັບ​ບັນ​ຫາ​ສັນ​ຕິ​ພາບ ແລະ ຄວາມ​ປອດ​ໄພ​ໃນ​ແຫຼມ​ເກົາຫຼີ​
ທ່ານ ອີ ໂດ-ຮູນ ກ່າວວ່າ ຂັ້ນຕອນການປົດອາວຸດນິວເຄລຍໄດ້ມາຮອດຈຸດທີ່ສໍາຄັນ
ແລະ ແຕ່ລະຝ່າຍຕ້ອງພົບປະກັນ ໃຫ້ຫຼາຍເທົ່າທີ່ຈະເຮັດໄດ້.

ທ່ານ ອີ ໂດ-ຮູນ ເວົ້າ​ວ່າ “ຂັ້ນ​ຕອນ​ການ​ປົດ​ອາ​ວຸດ​ນິວ​ເຄ​ລຍ ​ແມ່ນ​ໄດ້​ມາ​ເຖິງ​ຈຸດ​ທີ່​ມີ
ຄວາມສຳຄັນຫຼາຍແລ້ວ ແລະ ພວກເຮົາຕ້ອງພົບປະກັນຫຼາຍເທົ່າທີ່ຈະເຮັດໄດ້ເພື່ອ
ຮັບປະກັນວ່າ ມັນຈະບໍ່ມີການຫ່າງເຫີນກັນ ລະຫວ່າງ ສອງພັນທະມິດຂອງພວກເຮົາ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG