ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າ​ທີ່ລັດ​ຖະ​ບານ ​ທ່ານ​ທ​ຣຳ ​​ຈະ​ໄປ​ອະ​ທິ​ບາຍ ໃຫ້ລັດ​ຖະ​ສະ​ພາຟັງ ກ່ຽວ​ກັບ ​ໄພ​ຂົ່ມ​ຂູ່​ ຂອງອີ​ຣ່ານ


 ທ່ານ ແພັດ​ທ​ຣິກ ຊາ​ນາ​ແຮນ, ຮັກ​ສາ​ການລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດສະ​ຫະ​ລັດ.
ທ່ານ ແພັດ​ທ​ຣິກ ຊາ​ນາ​ແຮນ, ຮັກ​ສາ​ການລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດສະ​ຫະ​ລັດ.

ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ ​ມີ​ກຳ​ນົດ​ທີ່​ຈະ​ໄປ​ອະ​ທິ​ບາຍໃຫ້​ສະ​ມາ​ຊິກລັດ​ຖະ​ສະ​ພາຟັງກ່ຽວ​ກັບ​ໄພ​ຂົ່ມ​ຂູ່​ທາງ​ທະ​ຫານ​ທີ່​ທຳ​ນຽບ​ຂາວ​ເວົ້າ​ວ່າ ອີ​ຣ່ານເປັນ​ຜູ້​ເຮັດ​ນັ້ນ ​ຢູ່​ຫ້ອງ​ປະ​ຊຸມ​ປິດ​ລັບ ໃນ​ວັນ​ອັງ​ຄານມື້ນີ້.

ນອນ​ໃນ​ຈຳ​ນວນ​ຜູ້​ທີ່​ຈະ​ໄປ​ຍັງ​ຫ້ອງ​ການ​ ຂອງ​ລັດ​ຖະ​ສະ​ພານັ້ນ​ມີ ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ແພັດ​ທ​ຣິກ ຊາ​ນາ​ແຮນ, ຮັກ​ສາ​ການລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ​ນ​າຍ​ພົນໂຈ​ເຊັ​ຟ ດັນ​ຝອດ, ປະ​ທານ​ເສ​ນາ​ທິ​ການ​ຮ່ວມ.

ພວກ​ທ່ານ​ມີ​ແຜນ​ທີ່​ຈະ​ໂອ້​ລົມ​ ກັບບັນ​ດາ​ສະ​ມາ​ຊິກລັດ​ຖະ​ສະ​ພາ​ພາຍ​ຫລັງ​ທີ່ມີ​ການ​ສ​ະ​ແດງ​ຄວາມ​ສົງ​ໄສ​ຂອງ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ອອກ​ມາ​ໄດ້​ຫລາຍ​ວັນ ວ່າ ອີ​ຣ່ານ​ ເປັນ​ຜູ້​ຮັບ​ຜິດ​ຊອບ ​ຕໍ່​ການ​ໂຈມ​ຕີ​ໃນ​ອາ​ທິດ​ແລ້ວນີ້ ຕໍ່​ສະ​ຖາ​ນີ​ສູບ​ນ້ຳ​ມັນ​ຂອງ​ຊາ​ອູ​ດີ​ສອງ​ແຫ່ງ ​ແລະ​ໄດ້​ທຳ​ລາຍ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ 4 ລຳ​ ກ່ອນ​ໜ້າ ນັ້ນ.

ທ່ານທ​ຣຳ​ກ່າວ​ໃນ​ວັນ​ຈັນ​ວານນີ້ວ່າ ອີ​ຣ່ານໄດ້ “ມີ​ຄວາມ​ເປັນ​ປໍ​ລະ​ປັກ​ແຮງຫຼາຍ” ແລະ ​ສະ​ຫະ​ລັດຈະ​ບໍ່​ມີ​ທາງ​ເລືອກ ນອກ​ຈາກທຳ​ການ​ຕອບ​ໂຕ້​ຄືນ ​ຕໍ່​ການ​ຮຸກ​ຮານຂອງ​ອີ​ຣ່ານ “ດ້​ວຍ​ກຳ​ລັງ​ອັນ​ຍິ່ງ​ໃຫຍ່”.

ກ່ອນ​ໜ້ານັ້ນ ໃນມື້​ດຽວ​ກັນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງອີ​ຣ່ານ, ທ່ານ ຈາ​ວາ ຊາ​ຣິ​ຟ (Java Zarif) ໄດ້​ຕອບ​ໂຕ້​ຄືນ​ຕໍ່​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ “ການ​ຍຸ​ຍົງ​ແບບເປັນ​ການ​ຂ້າ​ລ້າງ​ເຜົ່າ​ພັນ” ໂດຍເຕືອນ​ທ່ານ ທ​ຣຳ​ວ່າ “ອີ​ຣ່ານ​ຢືນ ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ​ມາ​ໄດ້ 1 ພັນ​ປີແລ້ວ ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້ເກັ່ງ​ກ້າ​ທັງ​ຫລາຍໄດ້​ຫັບ​ຫາຍ​ໄປ​ໝົດ,” ຊຶ່ງ​ລວມ​ມີ ເຈັງ​ກິ​ສ ຄານ (Genghis Kahn) ແລະ ອາ​ເລັກ​ສັນ​ເດີ ເດິ ເກ​ຣດ (Alexanader the Great). “ຈົ່ງ​ພະ​ຍາ​ຍາມ​ນັບ​ຖື​ມັນ. ມັນ​ເຮັດ​ໄດ້,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານຊາ​ຣິ​ຟ (Zarif).

ສະ​ພາມາ​ຊິກ​ສະ​ພາ​ສູງສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ, ທ່ານ ລິນ​ຊີ ແກ​ຣມ (Linsey Graham) ​ກ່າວ​ໃນ​ວັນຈັນ​ວານນີ້ວ່າ ພາຍ​ຫລັງ​ທີ່​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຈາກ ທ່ານ ຈອນ ໂບລ​ຕັນ, ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ແລ້ວ, “ເປັນ​ທີ່​ຈະ​ແຈ້ງວ່າ ໃນ​ຫລາຍໆ​ອາ​ທິດ​ຜ່ານ​ມານີ້ ອີ​ຣ່ານ​ໄດ້​ໂຈມ​ຕີ​ທໍ່​ນ້ຳ​ມັນ ແລະ​ກຳ​ປັ່ນ​ຂອງ​ປະ​ເທດ​ອື່ນໆ ແລະ​ໄດ້​ສ້າງກະ​ແສ​ໄພ​ນາບ​ຂູ່ຕໍ່​ຜົນ​ປະ​ໂຫຍດ​ຂອງ​ສະ​ຫະ​ລັດ ຢູ່​ໃນ​ອີ​ຣັກ.”

ທ່ານ ແກຣມຂຽນລົງ​ໃນ​ທວີດ​ເຕີ​ວ່າ “ຄວາມ​ຜິດ​ແມ່ນນອນ​ຢູ່​ນຳ​ຝ່າຍ​ພວກ​ອີ​ຣ່ານ ບໍ່​ແມ່ນ​ຢູ່​ນຳ​ສະ​ຫະ​ລັດ ຫລືຢູ່​ນຳ​ປະ​ເທດ​ໃດໝົດ. ຖ້າຫາກ​ການ​ນາບຂູ່​ຂອງ​ອີ​ຣ່ານ​ຕໍ່​ພະ​ນັກ​ງານ​ອາ​ເມ​ຣິ​ກັນ ແລະ​ຜົນ​ປະ​ໂຫຍດຂອງ​ປະ​ເທດນັ້ນ ໄດ້​ຮັບ​ການກະ​ຕຸ້ນ, ພວກ​ເຮົາ​ຕ້ອງ​ໄດ້​ທຳ​ການ​ການ​ຕອບ​ໂຕ້​ທາງ​ທະ​ຫານ​ຢ່າງ​ຖ້ວມ​ລົ້ນ​ຕໍ່​ມັນ. ຈົ່ງ​ຢືນ​ຢູ່​ຫັ້ນ ຢ່າ​ຖອຍ ທ່ານປະ​ທາ​ນາ​ທິ​ບໍ​ດີ.”

ໃນ​ວັນ​ຈັນ​ວານນີ້ຢູ່​ໃນ​ຫ້ອງ​ການ​ຂອງ​ສະ​ພາ​ສູງ, ທ່ານ ທີມ ເຄນ, ສະ​ມາ​ຊິກ​ສະ​ພາ​ສູງຈາກ​ພັກ​ເດ​ໂມ​ແຄ​ຣັດ ກ່າວ​ວ່າ “ມັນ​ຈະ​ເປັນ​ການ​ບ້າ​ຄັ່ງ​ສຳ​ລັບ​ສະ​ຫະ​ລັດ ທີ່​ຈະ​ໄປ​ກ່ຽວ​ຂ້ອງ​ໃນ​ການ​ເຮັດ​ສົງ​ຄາມ​ອີກ​ອັນ​ນຶ່ງ​ ຢູ່​ໃນ​ເຂດ​ຕາ​ເວັນ​ອອກ​ກາງ ໃນ​ເວ​ລານີ້. ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ຈະ​ເປັນ​ເລື້ອງ​ຫາຍ​ະ​ນະທີ່​ຈະ​ໄປ​ເຮັດ​ສົງ​ຄາມ​ກັບ​ອີ​ຣ່ານ ແລະ, ຕາມ​ມຸມມອງ​ຂອງ​ຂ້າ​ພະ​ເຈົ້າຄິດ​ວ່າ ​ມັນ​ບໍ່ຖືກ​ຕ້ອງຕາມ​ກົດ​ໝາຍ ທີ່​ຈະ​ເຮັດ​ສົງ​ຄາມ​ກັບ​ອີ​ຣ່ານ ໂດຍ​ເຮັດຕາມ​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ​ທີ່ວ່າ​ຈະ​ເຮັດ​ເຊັ່ນ​ນັ້ນ…. ມັນ​ແມ່ນ​ລັດ​ຖະ​ສະ​ພາຈະເປັນ​ຜູ້ທີ່​ປະ​ກາດ​ສົງ​ຄາມ, ບໍ່​ແມ່ນປະ​ທາ​ນາ​ທິ​ບໍ​ດີ. ມັນ​ບໍ່​ແມ່ນປະ​ທາ​ນາ​ທິ​ບໍ​ດີທີ່ຈະ​ເປັນ​ຜູ້​ປະ​ກາດ ແລະ​ເລີ້ມ​ປະ​ຕິ​ບັດ​ມັນ​ໂລດ. ມັນ​ບໍ່​ແມ່ນປະ​ທາ​ນາ​ທິ​ບໍ​ດີ, ໂດຍ​ການ​ໃຊ້​ການ​ເກາະ​ຜິດ​ຫລາຍໆ​ອັນ, ຈະ​ເປັນ​ຜູ້ນຳ​ພາ​ພວກ​ເຮົາແບບ​ຜິດ​ພາດ​ໄປ​ສູ່​ເສັ້ນ​ທາງແຫ່ງ​ສົງ​ຄາມ​ທີ່ບໍ່​ສາ​ມາດ​ຫລີກ​ລ້ຽງໄດ້​.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG