ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສື່ມວນຊົນສະຫະລັດ ກ່າວວ່າ ອິສຣາແອລ ໄດ້ລັກເອົາແຜນການນິວເຄລຍ ອອກຈາກ ເຕຫະຣ່ານ


ນາຍຊ່າງເທັກນິກອີຣ່ານຄົນນຶ່ງ ກຳລັງຍ່າງຢູ່ບ່ອນ ປ່ຽນແຮ່
ທາດຢູເຣນຽມ ຢູ່ນອກເມືອງ ອິສຟາຮານ ພາກໃຕ້ນະຄອນ
ຫຼວງເຕຫະຣ່ານ.
ນາຍຊ່າງເທັກນິກອີຣ່ານຄົນນຶ່ງ ກຳລັງຍ່າງຢູ່ບ່ອນ ປ່ຽນແຮ່ ທາດຢູເຣນຽມ ຢູ່ນອກເມືອງ ອິສຟາຮານ ພາກໃຕ້ນະຄອນ ຫຼວງເຕຫະຣ່ານ.

ພວກ​ນັກ​ສືບ​ອິສຣາ​ແອ​ລ​ ໄດ້​ທັບ​ມ້າງສາງ​ເກັບ​ມ້ຽນສິ່ງ​ຂອງ​ອີຣ່ານເຂົ້າ​ໄປ​ແລ້ວລັກ​ເອົາ
​ເອກ​ກະສາ​ນຫຼາຍ​ສິບພັນ​ໜ້າ ​ແລະແຜ່ນສຽງຊີດີບັນທຶກ​ຄອມ​ພິວ​ເຕີ ເກືອບ 200 ​ແຜ່ນ
ກ່ຽວກັບ​ແຜນ​ການສ້າງ​ອາວຸດ​ນິວ​ເຄລຍ ອິງຕາມລາຍງານຂອງ​ສື່ສານ​ສະຫະລັດ​.

ໜັງສືພິມ​ນິວຢອກທາຍມ໌ ໄດ້ລາຍ​ງານຂ່າວ​ເລື້ອງນີ້​ເປັນເທື່ອທຳ​ອິດ​ໃນ​ສະບັບ​ວັນ​ອາທິດວານນີ້. ເຫດຜົນສ່ວນຶ່ງກໍແມ່ນວ່າ ນາຍົກລັດຖະມົນຕີ​ອິສຣາ​ແອ​ລ ທ່ານ​ເບັ​ນຈາ
​ມິນ ​ເນ​ຕັນ​ຢາ​ຮູ ​ໄດ້ໃຊ້ເອກ​ກະສາ​ນ​ເຫລົ່າ​ນີ້ ​ຊຸກຍູ້​ໃຫ້​ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ຖອນ​ສະຫະລັດອອກ​ຈາກຂໍ້​ຕົກລົງ​ນິວ​ເຄລຍປີ 2015 ກັບ​ອີຣ່ານ.

ນອກນັ້ນ ທ່ານ​ເນ​ຕັນ​ຢາ​ຮູ ຍັງ​ໄດ້​ໂຕ້ແຍ້ງວ່າ ອີຣ່ານຍັງ​ມີ​ຄວາມ​ຕັ້ງ​ໃຈ​ຢູ່ ທີ່​ຈະ​ສ້າງ​ລະ​
ເບີດ​ນິວ​ເຄລຍ​ໃນ​ອານາ​ຄົດ.

ໜັງສື​ພິມ​ທາຍມ໌ ກ່າວ​ວ່າ ພວກ​ນັກ​ຂ່າວ​ສະຫະລັດ​ສາມ​ຄົນ ​ໄດ້​ກວດ​ເບິ່ງ​ເອກ​ກະສາ​ນ
ທີ່ວ່ານັ້ນ ໃນອາທິດ​ແລ້ວ​ນີ້ ດ້ວຍ​ການເຊື້ອ​ເຊີ​ນຂອງ​ລັດຖະບານ​ອິສຣາ​ແອ​ລ. ໜັງສືພິ​ມ
ນັ້ນກ່າວ​ວ່າ ປາ​ກົດ​ວ່າ​ ອີຣ່ານມີ​ເຈ​ດຕະນາຢູ່ສະເໝີ ທີ່​ຈະ​ສ້າງ​ອາວຸດ​ນິວ​ເຄລຍ ​ເຖິງ​
ແມ່ນ​ຈະໄດ້ເນັ້ນ​ຢໍ້າ​ຢູ່​ເລື້ອຍມາ ​ວ່າ ​ໂຄງການ​ນິວ​ເຄລຍຂອງ​ຕົນ ແມ່ນສະເພາະແຕ່​ຈຸດ
ປະສົງ ໃນທາ​ງສັນຕິ​ພົນລະ​ເຮືອນກໍຕາມ.

​ແຕ່​ໜັງສື​ພິມ​ທາຍມ໌ກໍ​ໄດ້​ກ່າວ​ວ່າ ຕົນບໍ່​ສາມາດ​ຢືນຢັນເອກ​ກະສາ​ນເຫຼົ່ານັ້ນໄດ້​ຢ່າງ​
ເປັນ​ອິດສະຫຼະ ວ່າ​ແມ່ນ​ຂອງ​ແທ້ ​ໂດ​ຍກ່າວ​ວ່າ​ສ່ວນ​ໃຫຍ່​ ຂອງ​ເອກ​ກ​ະສານ​ມີອາຍຸ​
ຢ່າງ​ໜ້ອຍ 15 ປີແລ້ວ.

ໜັງ​ສື​ພິມ​ນັ້ນລາຍ​ງານ​ວ່າ ອິສຣາ​ແອ​ລ ​ໄດ້​ເລືອກ​ເອົາ​ໜັງສືພິມ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ
​ພວກ​ນັກ​ຂ່າວ​ເຫັນ ໝາຍຄວາມວ່າ ​ເອກ​ກະສາ​ນທີ່ອະນຸໂລມອີຣ່ານ ອາດ​ຖືກປະ​ປ່ອຍ.

ສ່ວນອີ່ຣ່ານແມ່ນໄດ້ເອີ້ນ​ເອກ​ກະສາ​ນນັ້ນວ່າ​ປອມແປງ. ບໍ່​ມີ​ຄຳ​ເຫັນໃດໆ​ຈາກ​ອິສຣາ
​ແອລ ຫຼື​ສະຫະລັດ.

ໜັງສືພິມ​ທາຍມ໌ລາຍງານວ່າ ສ່ວນ​ໃຫຍ່​ຂອງ​ຂໍ້ມູນທີ່​ລັກ​ອອກ​ມານັ້ນ ເນັ້ນ​ໜັກ​ໃສ່
ຄ​ວາ​ມພະຍາຍາມ​ຂອງ​ອີຣ່ານ​ໃນ​ການ​ຕິດ​ຕ້ັງ​ຫົວລະເບີ​ນິວ​ເຄລຍໃສ່ລູກ​ສອນ​
ໄຟຊາ​ຮັບ 3.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG