ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ ໂອບາມາ ມອບຫຼຽນໄຊ Medal of Honor


ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ໄດ້ມອບ ຫຼຽນກາຄວາມຊອບຫຼືຫຼຽນໄຊສູງສຸດທາງທະຫານ Medal of Honor ໃຫ້ແກ່ຄອບຄົວ ຂອງທະຫານອະເມຣິກັນຄົນ ນຶ່ງ ທີ່ເສຍຊີວິດ ໃນລະຫວ່າງການປະຕິບັດງານລັບ ໃນ ປາງສົງຄາມຫວຽດນາມຢູ່ລາວ.

ໃນພິທີ ທີ່ທຳນຽບຂາວມື້ວານນີ້ ທ່ານ​ໂອ​ບາ​ມາ ໄດ້ມອບ ຫຼຽນໄຊດັ່ງກ່າວ ໃຫ້ແກ່ພວກລູກຊາຍຂອງຫົວໜ້າຈ່າເອກ ທະຫານອາກາດ Richard L. Etchberger ທີ່ໄດ້ເສຍ ຊີວິດ ໃນລະຫວ່າງການປະຕິບັດງານ ເມື່ອເດືອນມີນາ ປີ 1968.

ຈ່າ​ເອກ Etchberger ຊຶ່ງເປັນນັກຊ່ຽວຊານ ທາງດ້ານເຣດ້າ ໄດ້ປະຕິບັດງານລັບ ຢູ່ບ່ອນ ຕັ້ງເຣດ້າ ເທິງພູຜາ​ທີ ໃນພາກເໜືອຂອງລາວ ເວລາທີ່ຕັ້ງເຣດ້າຂອງລາວ ຖືກໂຈມຕີ. ຈ່າ Etchberger ໄດ້ຊ່ອຍຕ້ານຢັນການບຸກໂຈມຕີຂອງຝ່າຍສັດຕູ ຈົນເທົ່າເຮືອບິນເຮຣີຄອບ ເຕີ້ກູ້ໄພມາເຖິງ. ລາວໄດ້ສ່ຽງຊີວິດ ຕໍ່ການຖືກຍິງ ​ໃນ​ຂະນະ​ທີ່ຂົນ ພວກໝູ່ເພື່ອນ ທີ່ໄດ້ ຮັບບາດເຈັບ ຂຶ້ນໃສ່ເຮືອບິນເຮຣີຄອບເຕີ້ ກ່ອນທີ່ລາວເອງ ຈະຂຶ້ນໄປ​ເປັນ​ຄົນ​ສຸດ​ທ້າຍ ຊຶ່ງ​ໃນ​ຕອນນັ້ນ​ເອງ ລາວ​ກໍ​ຖືກ​ຍິງ ​ແລະ​ເສຍ​ຊີວິດ​ ໃນ​ເວລາ​ຕໍ່​ມາ.

ປະທານາທິບໍດີໂອບາມາ ກ່າວຕໍ່ຄອບຄົວຂອງທ່ານ Etchberger ວ່າຫຼຽນໄຊນີ້ ແມ່ນສະ ທ້ອນໃຫ້ເຫັນ ເຖິງຄວາມຮູ້ບຸນຄຸນ ຂອງໝົດທັງປະເທດ.

ຍ້ອນການປະຕິບັດງານທີ່ທາງ​ການຖືວ່າເປັນຄວາມລັບ ທາງຄອບຄົວຈຶ່ງບໍ່ຮູ້ຈັກລາຍລະອຽດ ກ່ຽວກັບ ການເສຍຊີວິດຂອງລາວແລະທາງ​ການ​ ກໍບໍ່ສາມາດສະ​ແດງ​ການຮັບຮູ້ກ່ຽວກັບຜົນ ງານຂອງລາວ ຈົນເທົ່າການປະຕິບັດນີ້ ບໍ່ໄດ້ຖືກຈັດ ໃຫ້ເປັນຄວາມລັບອີກຕໍ່ໄປ ຢ່າງນ້ອຍ 20 ປີ ຫຼັງຈາກລາວເສຍຊີວິດ.

ຫຼຽນໄຊ Medal of Honor ​ແມ່ນມອບໃຫ້ແກ່ສະມາຊິກ ຂອງກອງທັບສະຫະລັດ ທີ່ມີຜົນ ງານ ທີ່​ສະ​ແດງ​ຄວາມ​ກ້າຫານ ຢ່າງໂດດເດັ່ນ ໃນການປະຕິບັດໜ້າທີ່ ໃນການຕໍ່ສູ້ກັບພວກ ສັດຕູຂອງສະຫະລັດ. ພວກທີ່ໄດ້ຮັບຫຼຽນໄຊນີ້ຕ້ອງ​ໄດ້ສະແດງອອກຊຶ່ງຄວາມກ້າຫານຢ່າງ ​ໃຫຍ່​ຫລວງ ຫຼືການເສຍສະລະສ່ວນໂຕ.

XS
SM
MD
LG