ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານໂອບາມາ ມອບຫຼຽນ Presidential Medal of Freedom ໃຫ້ 13 ຄົນ (ວີດີໂອ)


ພິທີມອບ ຫຼຽນ​ໄຊ​ອິດສະຫຼະພາບ​ຂອງປະທານາທິບໍດີ ​ທີ່ທໍານຽບຂາວ ໃນ​ວັນ​ອັງຄານ​ວານ​ນີ້, ທີ 29 ພືດສະພາ 2012.
ພິທີມອບ ຫຼຽນ​ໄຊ​ອິດສະຫຼະພາບ​ຂອງປະທານາທິບໍດີ ​ທີ່ທໍານຽບຂາວ ໃນ​ວັນ​ອັງຄານ​ວານ​ນີ້, ທີ 29 ພືດສະພາ 2012.

ທ່ານ ບາຣັກ ​ໂອ​ບາ​ມາ ປະທານາ​ທິບໍດີ​ສະຫະລັດໄດ້​ມອບຫຼຽນກາ​ຄວາມຊອບ​ພົນລະ​ເຮືອນຊັ້ນ​ສູງສຸດ​ຂອງ​ປະ​ເທດ ​ໃຫ້​ແກ່​ນັກ​ດົນຕີ​ທີ່​ມີ​ຊື່​ສຽງໂດ່​ງ​ດັງ ນັກ​ອະວະກາດຜູ້​ບຸກ​ເບີກ ​ແລະ​ລັດຖະມົນຕີ​ຕ່າງປະ​ເທດ​ສະຕຣີຄົນ​ທໍາ​ອິດຂອງ​ສະຫະລັດ.

ບັນດາ​ບຸກຄົນ​ທີ່​ກ່າວ​ມາ​ນີ້ ​ແມ່ນ​ຢູ່​ໃນ​ກຸ່ມ 13 ຄົນຂອງ​ຜູ້​ໄດ້​ຮັບຫຼຽນ​ໄຊ​ອິດສະຫຼະພາບ​ປະທານາທິບໍດີ ​ໃນ​ວັນ​ອັງຄານ​ວານ​ນີ້.

​ໃນ​ພິທີ​ທີ່ຈັດ​ຂຶ້ນຢູ່​ທໍານຽບຂາວນັ້ນ ທ່ານ​ໂອ​ບາ​ມາເວົ້າວ່າ ບັນດາ​ຜູ້​ທີ່ໄດ້ ຮັບ​ລາງວັນ​ນີ້ ມີ​ຜົນ​ດີ​ທີ່​ໜ້າ​ເຫຼືອ​ເຊື່​ອຕໍ່ຫຼາຍໆ​ຄົນ. ທ່ານໂອ​ບາ​ມາ​ກ່າວ​ຕໍ່​ໄປວ່າ ການ​ປະຕິບັດ​ງານ​ຂອງ​ພວກ​ເຂົ​າ​ເຈົ້າ​ແມ່ນ​ໄດ້​ດົນ​ຈິດ​ດົນ​ໃຈ​ປະຊາ ຊົນ ​ເພີ່ມ​ພູນ​ຊີວິດ​ຄວາມ​ເປັນ​ຢູ່​ຂອງ​ພວກ​ຄົນ ​ແລະ​ໄດ້​ປ່ຽນ​ແປງ​ຊີວິດ​ຂອງ ພວກ​ເຂົາ​ເຈົ້າ​ໃຫ້​ດີ​ຂຶ້ນ.

ບັນດາ​ຜູ້​ໄດ້​ຮັບ​ລາງວັນ​ດັ່ງກ່າວ ມີ​ໂຮມ​ທັງ ນັກ​ດົນຕີ Bob Dylan ຜູ້​ທີ່ ທ່ານ​ໂອ​ບາ​ມາ​ເອີ້ນ​ວ່າ​ເປັນ​ນັກ​ດົນຕີ​ທີ່​ຍິ່ງ​ໃຫຍ່​ຄົນ​ນຶ່ງ​ໃນ​ປະວັດ​ສາດ​ດົນຕີ ອາ​ເມຣິກັນ, ຜູ້​ຕໍ່​ມາ​ໄດ້​ແກ່ ທ່ານ John Glenn ນັກ​ບິນອະວະກາດ​ຄົນ​ທໍາ​ອິດ​ທີ່​ບິນ​ໂຄຈອນ​ອ້ອມ​ໂລກ ​ແລະ​ຜູ້​ທີ່​ທ່ານ​ໂອ​ບາ​ມາ​ເວົ້າ​ວ່າ ​ເປັນ​ວີລະ​ບຸລຸດ​ຢູ່​ໃນ​ທຸກໆ​ຄວາມ​ຮູ້ສຶກ​ຂອງ​ໂລກ ​ແລະອະດີດ​ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Madeleine Albright ຊຶ່ງ​ທ່ານ​ໂອບາ​ມາ ​ໄດ້​ກ່າວ​ເຖິງບົດບາດ​ການ​ທູດ​ທີ່​ສຳ​ເລັດ​ຜົນແລະ​ອຸ​ດົມ​ການ​ປະຊາທິປະ​ໄຕຂອງ ​ທ່ານ​ນາງ ທີ່ໄດ້​ສ້າງ​ຄວາມກ້າວໜ້າ​ໃຫ້​ແກ່​ສັນຕິພາບຢູ່​ໃນ​ທົ່ວ​ໂລກ.

ຜູ້​ທີ່​ໄດ້​ຮັບ​ຫຼຽນ​ໄຊ 3 ຄົນ​ແມ່ນເສຍ​ຊີວິດ​ແລ້ວ.

ຜູ້​ມີ​ກຽດ​ອີກ​ທ່ານນຶ່ງ ຄື ທ່ານ Shimon Peres ປະທານາທິບໍດີ​ອີສຣາ ​ແອ​ລ ຈະ​ໄດ້​ຮັບຫຼຽນຂອງ​ທ່ານ​ເວລາ​ທ່ານ​ຮ່ວມ​ຮັບ​ປະທານ​ອາຫານ​ຄໍ່າ​ກັບ ປະທານາທິບໍ​ດີ​ໂອ​ບາ​ມາ​ທີ່​ທໍ​ານຽບຂາວເດືອນ​ໜ້າ​ນີ້.

XS
SM
MD
LG