ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ແປຮູບຊີ້ນສັດຍັກໃຫຍ່ ຂອງສະຫະລັດ Tyson Foods ເປີດຕົວຜະລິດຕະພັນ ອີງໃສ່ພືດຜັກ ໃນເຂດເອເຊຍປາຊີຟິກ


ລົດຄັນນຶ່ງແລ່ນຜ່ານປ້າຍຕັ້ງຢູ່ດ້ານໜ້າຂອງບໍລິສັດ Tyson Foods Inc. ຊຶ່ງເປັນສຳນັກງານໃຫຍ່ຂອງ Tyson ໃນເມືອງ ສະປຣິງແດວ ລັດອາຣແຄນຊໍ, ວັນທີ 29 ມັງກອນ 2006.
ລົດຄັນນຶ່ງແລ່ນຜ່ານປ້າຍຕັ້ງຢູ່ດ້ານໜ້າຂອງບໍລິສັດ Tyson Foods Inc. ຊຶ່ງເປັນສຳນັກງານໃຫຍ່ຂອງ Tyson ໃນເມືອງ ສະປຣິງແດວ ລັດອາຣແຄນຊໍ, ວັນທີ 29 ມັງກອນ 2006.

ໂຮງງານແປຮູບຊີ້ນສັດຂອງບໍລິສັດສະຫະລັດ Tyson Foods Inc. ຈະເປີດຕົວອາຫານທີ່ຜະລິດຈາກພືດຜັກຢູ່ບາງຕະຫຼາດໃນເຂດເອເຊຍປາຊີຟິກ ທີ່ຕົນໄດ້ເລືອກໄວ້ ໂດຍເລີ້ມຕັ້ງແຕ່ເດືອນນີ້ເປັນຕົ້ນໄປ ເຊິ່ງເບິ່ງຄືວ່າ ຈະໄດ້ຮັບຜົນຕອບແທນສູງ ຈາກຄວາມຮຽກຮ້ອງຕ້ອງການຫຼາຍຂຶ້ນນັບມື້ ສຳລັບອາຫານທີ່ທົດແທນຊີ້ນສັດ ຢູ່ໃນພາກພື້ນທີ່ພວກຄູ່ແຂ່ງຂອງຕົນ ໄດ້ຕັ້ງເປົ້າໝາຍທີ່ຈະເຂົ້າໄປຄອບຄອງຕະຫຼາດນັ້ນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ບັນດາບໍລິສັດຂອງສະຫະລັດເຊັ່ນ Impossible Foods Inc., Nestle SA ແລະ Beyond Meat Inc. ໄດ້ເລີ້ມເຂົ້າໄປໃນຕະຫຼາດຂອງເອເຊຍແລ້ວ ດ້ວຍຜະລິດຕະພັນທີ່ເຮັດຈາກພືດຜັກທີ່ຄ້າຍຄືກັບຊີ້ນ ໂດຍຄາດກັນວ່າ ຄວາມຮຽກຮ້ອງຕ້ອງການ ສຳລັບທາດໂປຣຕີນຈາກອາຫານດັ່ງກ່າວ ຂອງພວກຜູ້ບໍລິ ໂພກທີ່ມີຈິດສຳນຶກກ່ຽວກັບສຸຂະພາບ ສະຫວັດດີພາບຂອງສັດ ແລະສະພາບແວດລ້ອມ ຈະເພີ້ມສູງຂຶ້ນເລື້ອຍໆ.

ການຊື້ຂາຍຜະລິດຕະພັນພືດຜັກທີ່ທົດແທນຊີ້ນ ໃນເຂດເອເຊຍປາຊີຟິກ ສ້າງລາຍໄດ້ມູນຄ່າເຖິງ 16 ພັນ 3 ຮ້ອຍລ້ານໂດລາ ໃນປີ 2020 ແລະຄາດກັນວ່າ ຈະເກີນກວ່າ 20 ພັນລ້ານໂດລາ ພາຍໃນປີ 2025 ອີງຕາມຂໍ້ມູນ ທີ່ສະໜອງໂດຍບໍລິສັດ Euromonitor ທີ່ມອບໃຫ້ແກ່ບໍລິສັດ Tyson Foods.

ທ່ານແທນ ສັນ ປະທານຂອງບໍລິສັດ Tyson Foods ສາຂາເອເຊຍປາຊີຟິກ ໄດ້ກ່າວໃນຖະແຫລງການວ່າ “ຕະຫຼາດຂອງເອເຊຍ ຕາມທຳມະຊາດແລ້ວແມ່ນເໝາະສົມສຳລັບໝວດຜະລິດຕະພັນທີ່ອີງໃສ່ພືດຜັກທີ່ນິຍົມກິນທົ່ວໄປ ຄືກັບເຕົ້າຮູ້ທີ່ໄດ້ຝັງແໜ້ນໃນວັດທະນະທຳມາແລ້ວນັ້ນ.”

ບໍລິສັດ Tyson Foods ເປັນຜູ້ຜະລິດຊີ້ນສັດລາຍໃຫຍ່ທີ່ສຸດຂອງສະຫະລັດ ດ້ວຍການສົ່ງຂາຍ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ໃນເບື້ອງຕົ້ນ ຕົນຈະເປີດໂຕຜະລິດຕະພັນທີ່ອີງໃສ່ພືດຜັກ ເຊັ່ນ ເປັນປະເພດ ກ້ອນ, ຕ່ອນ, ແລະຄຳ ຢູ່ໃນມາເລເຊຍ ພາຍໃຕ້ຍີ່ຫໍ້ First Pride ຂອງຕົນ ໂດຍມີຈຸດປະສົງ ທີ່ຈະຂະ ຫຍາຍເຂົ້າໄປໃນຕະຫຼາດອື່ນໆນຳດ້ວຍ.

ສ່ວນບໍລິສັດ Jimmy Dean ຜູ້ຜະລິດໃສ້ອົ່ວ ໄດ້ເປີດຕົວຜະລິດຕະພັນ ທີ່ອີງໃສ່ພືດຜັກຂອງຕົນ ໃນທ້າຍປີກາຍນີ້ ຈາກຍີ່ຫໍ້ Raised & Rooted ຂອງຕົນຢູ່ໃນຢູໂຣບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG