ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງ​ທ່ານ ມາ​ຢໍ​ຄາ​ສ ຈະ​ເລີ່ມ​ຂຶ້ນ​ໃນ​ສອງ​ອາ​ທິດ


ລັດ​ຖະ​ມົນ​ຕີ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ທ່ານ ອາ​ເລ​ຮານ​ໂດ​ຣ ມາ​ຢໍ​ຄາ​ສ, ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ນະ​ຄອນ ລາ​ສ ເວ​ກັ​ສ, 7 ກຸມ​ພາ 2024.
ລັດ​ຖະ​ມົນ​ຕີ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ທ່ານ ອາ​ເລ​ຮານ​ໂດ​ຣ ມາ​ຢໍ​ຄາ​ສ, ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ນະ​ຄອນ ລາ​ສ ເວ​ກັ​ສ, 7 ກຸມ​ພາ 2024.

ລັດ​ຖະ​ມົນ​ຕີ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ສະ​ຫະ​ລັດ ທ່ານ ອາ​ເລ​ຮານ​ໂດ​ຣ ມາ​ຢໍ​ຄາ​ສ ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ​ການ​ດຳ​ເນີນ​ຄະ​ດີ​ຂອງ​ສະ​ພາ​ສູງພາຍ​ໃນ​ສອງ​ອາ​ທິດ ຫຼັງ​ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ສະ​ພາ​ຕ່ຳ​ ໄດ້​ຟ້ອງ​ຮ້ອງ​ທ່ານ​ດ້ວຍ​ຄະ​ແນນ​ສຽງ​ດຽວ, ໂດຍ​ຖິ້ມ​ໂທດ​ໃສ່​ທ່ານ​ສຳ​ລັບ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ຜິດ​ກົດ​ໝາຍຫຼາຍ​ສິບ​ພັນ​ຄົນ ຜູ້​ທີ່​ໄດ້​ຂ້າມ​ເຂົ້າ​ມາ​ໃນ ສະ​ຫະ​ລັດ ຈາກ​ປະ​ເທດ ເມັກ​ຊິ​ໂກ ໃນ​ປີ​ທີ່​ຜ່ານ​ມາ.

ການ​ດຳ​ເນີນ​ຄະ​ດີ​ແມ່ນ​ມີ​ກຳ​ນົດ​ຈະ​ເກີດ​ຂຶ້ນ​ໃນ​ວັນ​ທີ 26 ກຸມ​ພາ ເວ​ລາ​ທີ່​ບັນ​ດາ​ຜູ້​ຈັດ​ການ​ຟ້ອງ​ຮ້ອງ​ສະ​ພາ​ຕ່ຳ, ເຊິ່ງ​ແມ່ນ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ພັກ​ຣີ​ພັບ​ບ​ລີ​ກັນ ດຳ​ເນີນ​ໜ້າ​ທີ່​ເປັນ​ຜູ້​ຟ້ອງ​ຮ້ອງ ​ຕໍ່​ທ່ານ ມາ​ຢໍ​ຄາ​ສ ນັ້ນ, ໄດ້​ສົ່ງ​ຂໍ້​ກ່າວ​ຫາ​ຢ່າງ​ເປັນ​ທາງ​ການ​ໄປ​ທົ່ວ​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ເພື່ອ​ນຳ​ສະ​ເໜີ​ຄະ​ດີ​ຂອງ​ເຂົາ​ເຈົ້າ ​ຕໍ່​ສະ​ມາ​ຊິກ​ສະ​ພາ​ສູງ 100 ຄົນ, ຜູ້​ທີ່​ຈະ​ເຮັດ​ໜ້າ​ທີ່​ເປັນ​ຄະ​ນະ​ຕຸ​ລາ​ການ.

ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ​ຈະ​ໃຊ້​ເວ​ລາ​ດົນ​ປານ​ໃດ, ຫຼື​ວ່າ​ຈະ​ມີຫຼັກ​ຖານ​ໃດໆ​ຖືກ​ນຳ​ສະ​ເໜີບໍ່​ນັ້ນ, ແມ່ນ​ເປັນ​ຄຳ​ຖາມ​ທີ່​ເປີດ​ຢູ່.

ການ​ລົງ​ຄະ​ແນນ​ສຽງ​ຂອງ​ສະ​ພາ​ຕ່ຳ​ ໃນ​ຄືນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ແມ່ນ 214 ຕໍ່ 213 ເພື່ອ​ຟ້ອງ​ຮ້ອງ, ແຕ່​ພັກ​ເດ​ໂມ​ແຄ​ຣັດກຳ​ຄະ​ແນນ​ສຽງ 51 ຕໍ່ 49 ນຳ​ໜ້າ​ໃນ​ສະ​ພາ​ສູງ ແລະ ໄດ້​ປະ​ຕິ​ເສດ​ຢ່າງ​ເປີດ​ເຜີຍ ກ່ຽວ​ກັບ ຄວາມ​ພະ​ຍາ​ຍາມ​ຟ້ອງ​ຮ້ອງ​ທີ່ແນ​ເປົ້າ​ໃສ່​ເຈົ້າ​ໜ້າ​ທີ່​ຄົນ​ສຳ​ຄັນ ​ໃນ​ຄະ​ນະ​ລັດ​ຖະ​ມົນ​ຕີ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG