ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ຢາກໄດ້ຂໍ້ມູນ ກ່ຽວກັບ ຜູ້ວາງລະເບີດ


ໜັງສືພິມຂອງສະຫະລັດ ສະບັບນຶ່ງ ລາຍງານວ່າ ປະທາ ນາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ພວມກະກຽມ ທີ່ຈະຮ້ອງຂໍ ໃຫ້ປາກິດສະຖານ ມອບຂໍ້ມູນ ຢ່າງຮີບດ່ວນ ກ່ຽວກັບການໂຈມຕີ ດ້ວຍລະເບີດລົດ ທີ່ບໍ່ປະສົບຜົນ ສຳເລັດ ຢູ່ນະຄອນນິວຢອກນັ້ນ ໃຫ້ແກ່ສະຫະລັດ.

ໃນວັນພະຫັດມື້ນີ້ ໜັງສືພິມວໍຊິງຕັນໂພສທ໌ ໄດ້ອ້າງຄຳ ເວົ້າ ຂອງເຈົ້າໜ້າທີ່ ທີ່ຂໍສະຫງວນຊື່ ຂອງທຳນຽບຂາວ ທ່ານນຶ່ງ ທີ່ກ່າວວ່າ ສະຫະລັດ ແລະປາກິດສະຖານ ຈຳ ເປັນຕ້ອງ ໄດ້ແລກປ່ຽນຂໍ້ມູນ ກ່ຽວກັບຄະດີນີ້.

ນອກນັ້ນແລ້ວ ຍັງມີການອ້າງຄຳເວົ້າຂອງເຈົ້າໜ້າທີ່ທ່ານນີ້ ທີ່ກ່າວວ່າ ລັດຖະບານທ່ານ ໂອບາມາ ຈະທຳການຮ້ອງຂໍ ຢ່າງເປັນລາຍລະອຽດ ກ່ຽວກັບ ການຮ່ວມມືດັ່ງກ່າວ ພາຍ ໃນທ້າຍອາທິດນີ້.

ເຈົ້າໜ້າທີ່ ປະຕິບັດກົດໝາຍ ຂອງສະຫະລັດ ກ່າວວ່າ ຜູ້ຕ້ອງສົງໄສ ໃນການໂຈມຕີ ດ້ວຍລະເບີດລົດນາຍ FAISAL SHAHZAD ບອກໃຫ້ ພວກເຂົາເຈົ້າຮູ້ວ່າລາວໄດ້ຮັບ ການຝຶກແອບ ໃນການເຮັດລະເບີດ ຢູ່ປາກິດສະຖານ ຊຶ່ງເປັນ ບ່ອນທີ່ລາວເກີດ.

ກຸ່ມທາລີບານ ໃນປາກິດສະຖານ ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການພະຍາຍາມ ໂຈມຕີ ເຂດບັນເທີງ ໃນບໍລິເວນ ຈະຕຸລັດ TIMES ໃນນະຄອນ ນິວຢອກ ແຕ່ໂຄສົກ ຂອງກອງທັບ ປາກິດສະຖານ ກ່າວໃນມື້ວັນພຸດ ວານນີ້ວ່າ ທາງກອງທັບປາກິດສະຖານ ບໍ່ເຊື່ອວ່າ ກຸ່ມທາລີບານ ໃນປາກິດສະຖານ ໄດ້ຊ່ອຍ ນາຍ SHAHZAD.

XS
SM
MD
LG