ເຈົ້າໜ້າທີ່ສະຫະລັດ ຍັງສືບຕໍ່ ສອບປາກຄຳ ຄົນອະເມຣິກັນ ເຊື້ອສາຍປາກິດສະຖານຄົນນຶ່ງ ທີ່ຖືກກ່າວຫາວ່າ ເປັນຜູ້ກໍ່ການ ຮ້າຍ ແລະພະຍາຍາມໃຊ້ອາ ວຸດທີ່ມີອະນຸພາບຮ້າຍແຮງ ໃນການທຳລາຍ ທີ່ບໍ່ປະສົບຄວາມສຳເລັດ ຢູ່ທີ່ບໍລິເວນ ຈະຕຸລັດ TIMES ຫລື TIMES SQUARE ຂອງນະຄອນນິວຢອກ.
ເຈົ້າໜ້າທີ່ກ່າວວ່າ ນາຍ FAISAL SHAHZAD ອາຍຸ 30 ປີ ໄດ້ໃຫ້ການຮ່ວມມື ແກ່ເຈົ້າໜ້າທີ່ສັນຕິບານກາງ FBI ເປັນຢ່າງດີ ແລະໄດ້ໃຫ້ຂໍ້ມູນ ທີ່ເປັນປະໂຫຍດ. ເຈົ້າໜ້າທີ່ເວົ້າວ່າ ຜູ້ກ່ຽວຂໍສະລະສິດ Miranda ຕາມກົດໝາຍ ທີ່ອະນຸຍາດໃຫ້ລາວ ບໍ່ເວົ້າຫຍັງເທື່ອ ກໍໄດ້ນັ້ນ.
ນາຍ SHAHZAD ໄດ້ຖືກຟ້ອງ ໃນວັນອັງຄານວານນີ້ ໃນຂໍ້ຫາ 5 ກະທົງ ຫລັງຈາກ ໄດ້ຖືກຈັບ ຂະນະພວມພະຍາຍາມ ຈະເດີນທາງ ໂດຍຖ້ຽວບິນ ຈາກນະຄອນນິວຢອກ ໄປຍັງດູໄບ ໃນຕອນແລງຂອງມື້ວັນຈັນຜ່ານມາ. ເຈົ້າໜ້າທີ່ເວົ້າວ່າ ຜູ້ກ່ຽວຍອມຮັບວ່າ ຕົນໄດ້ຮັບ ການຝຶກອົບຮົມ ກ່ຽວກັບການເຮັດລະເບີດ ໃນພາກຕາເວັນຕົກສຽງເໜືອ ຂອງປາກິດສະຖານ.
ນອກນັ້ນ ເຈົ້າໜ້າທີ່ສືບສວນ ຍັງກຳລັງກວດກາເບິ່ງ ກ່ຽວກັບວ່າ ນາຍ SHAHZAD ສາມາດຂຶ້ນໄປເທິງຖ້ຽວບິນ ໄດ້ແນວໃດ ທັງໆທີ່ຊື່ຂອງລາວ ໄດ້ມີຢູ່ໃນບັນຊີຫ້າມບິນ ຫລາຍໆຊົ່ວໂມງ ກ່ອນທີ່ລາວຖືກຈັບ.
ເຈົ້າໜ້າທີ່ປະຕິບັດກົດໝາຍ ຂອງສະຫະລັດ ກ່າວວ່າ ຜູ້ຕ້ອງສົງໄສ ກ່າວອ້າງວ່າ ໄດ້ດຳເນີນການຕາມລຳພັງ ແຕ່ເຈົ້າໜ້າທີ່ ເວົ້າວ່າ ພວກຕົນກຳລັງ ສືບສວນເບິ່ງ ກ່ຽວກັບຄວາມເປັນໄປໄດ້ ທີ່ອາດມີຄົນອື່ນພົວພັນນຳ.
ລັດຖະມົນຕີຍຸຕິທຳ ຂອງສະຫະລັດ ທ່ານ ERIC HOLDER ເອີ້ນການພະຍາຍາມ ທຳການໂຈມຕີໃນຄັ້ງນີ້ວ່າ ເປັນແຜນການກໍ່ການຮ້າຍ ທີ່ແນໃສ່ທຳການຄາດຕະກຳ ປະຊາຊົນຊາວອະເມຣິກັນ.