ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ກ່າວໃນວັນຈັນວານນີ້ວ່າ ວໍຊິງ
ຕັນໄດ້ “ຕັດສິນໃຈ” ແລ້ວ ທີ່ຈະສືບຕໍ່ດຳເນີນນະໂຍບາຍເພື່ອກົດດັນຢ່າງສຸດຂີດຕໍ່ເກົາ
ຫຼີເໜືອ ທີ່ແນໃສ່ເພື່ອໃຫ້ປະເທດດັ່ງກ່າວປົດອາວຸດນິວເຄລຍ.
ນາຍພົນ H.R. ແມັກມາສເຕີໄດ້ເດີນທາງໄປນະຄອນນິວຢອກເພື່ອລາຍງານຕໍ່ບັນດາ
ເອກອັກຄະລັດຖະທູດ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດທີ່ປະ ກອບດ້ວຍ
15 ປະເທດ ພ້ອມທັງຍີ່ປຸ່ນ ແລະເກົາຫຼີໃຕ້. ຫລັງຈາກນັ້ນທ່ານໄດ້ກ່າວຕໍ່ບັນດານັກ
ຂ່າວວ່າ ວິທີການຂອງລັດຖະບານພ້ອມດ້ວຍການລົງໂທດຢ່າງ ໜັກຂອງສາກົນ ພວມສ້າງຄວາມກ້າວໜ້າ.
ທ່ານແມັກມາສເຕີກ່າວວ່າ “ປະທານາທິບໍດີທຣໍາໄດ້ຂໍໃຫ້ຂ້າພະເຈົ້າເຊັ່ນດຽວກັນເພື່ອ
ຂອບໃຈຕໍ່ສະພາຄວາມໝັ້ນຄົງໃນການປຸ້ມລຸມສາມັກຄີ ແລະການຕັດສິນໃຈ ຊຶ່ງບັດ
ນີ້ ພວກເຮົາມາຮອດຈຸດ ບ່ອນທີ່ພວກເຮົາອາດສາມາດ ສືບຕໍ່ການແກ້ໄຂທາງການ
ທູດ ເພື່ອເຮັດໃຫ້ແຫຼມເກົາຫຼີເປັນເຂດປອດນິວເຄລຍຢ່າງສຳເລັດຜົນ. ເພາະສະນັ້ນ
ພວກເຮົາຈຶ່ງຕັດສິນໃຈ ທີ່ຈະດຳເນີນຕາມເສັ້ນທາງດັ່ງກ່າວ."
ທ່ານແມັກມາສເຕີກ່າວວ່າ ທ່ານໄດ້ລາຍງານຕໍ່ບັນດານັກການທູດກ່ຽວກັບຄວາມຕັ້ງ
ໃຈຂອງສະຫະລັດ ທີ່ຈະທຳການປຸກລະດົມເພື່ອກົດດັນຕໍ່ໄປ.
ທ່ານແມັກມາສເຕີກ່າວ່າ “ພວກເຮົາທັງໝົດຕ່າງກໍເຫັນພ້ອມວ່າ ພວກເຮົາມີຄວາມ
ຫວັງໄປໃນແງ່ດີ ກ່ຽວກັບໂອກາດນີ້ ແຕ່ພວກເຮົາໄດ້ພິຈາລະນາທີ່ຈະສືບຕໍ່ການປຸກ
ລະດົມເພື່ອກົດດັນຢ່າງເຕັມທີ່ ຈົນກວ່າວ່າພວກເຮົາເຫັນຄວາມເວົ້າທີ່ກົງກັນກັບ
ຄວາມຕັ້ງໃຈ ແລະຄວາມຄືບໜ້າທີ່ແທ້ຈິງໄປສູ່ການປົດອາວຸດ ນິວເຄລຍ.”
ສະຫະລັດ ກ່າວໃນຕອນເຊົ້າວັນຈັນວານນີ້ວ່າ ຕົນຍັງບໍ່ທັນໄດ້ຍິນ ຈາກເກົາຫຼີເໜືອ
ນັບແຕ່ປະທານາທິບໍດີດໍໂນລ ທຣໍາ ໄດ້ຕົກລົງທີ່ຈະພົບປະດ້ວຍຕົນເອງກັບຜູ້ນຳທີ່ໂດດດ່ຽວຂອງພຽງຢາງ ທ່ານກິມ ຈົງ ອຶນ. ທ່ານແມັກມາສເຕີບໍ່ໄດ້ ຕອບຄຳຖາມ
ພວກນັກຂ່າວ ກ່ຽວກັບເລື່ອງນີ້.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ ທີ່ຢ້ຽມຢາມໄນຈີເຣຍ
ກ່າວວ່າ ສະຫະລັດຄາດວ່າ “ຈະໄດ້ຍິນຢ່າງໃດຢ່າງນຶ່ງໂດຍກົງ” ຈາກເກົາຫຼີເໜືອ.
ທ່ານປາກົດວ່າ ບໍ່ມີຄວາມເປັນຫ່ວງແຕ່ຢ່າງໃດ ທີ່ບໍ່ມີການຕອບຮັບຢ່າງເປີດເຜີຍ
ຕໍ່ຄຳເຊື້ອເຊີນຂອງທ່ານກິມ ໃນການພົບປະ ແບບເຊິ່ງໜ້າຂອງຜູ້ນຳທັງສອງ.