ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ໄວ້ອາໄລແກ່ບັນດານັກລົບ ທ່າມກາງ ຈຳນວນການເສຍຊີວິດຈາກ ໄວຣັສໂຄໂຣນາ ສູງຂຶ້ນເກືອບເຖິງ 100,000 ຄົນ


ສຸສານບັນດາທະຫານຜ່ານເສິກແຫ່ງຊາດ ທີ່ລັດຄາລິຟໍເນຍ
ສຸສານບັນດາທະຫານຜ່ານເສິກແຫ່ງຊາດ ທີ່ລັດຄາລິຟໍເນຍ

ວັນຈັນມື້ນີ້ແມ່ນວັນລະນຶກເຖິງທະຫານທີ່ເສຍຊີວິດໃນສົງຄາມ ຫຼື Memorial Day ໃນ
ສະຫະລັດ, ເປັນວັນທີ່ຖືກກຳນົດຂຶ້ນເພື່ອເປັນກຽດໃຫ້ແກ້ທະຫານຊາຍ ແລະ ຍິງຂອງ
ສະຫະລັດ ຫຼາຍຮ້ອຍພັນຄົນທີ່ໄດ້ເສຍສະຫຼະຊີວິດ ເພື່ອປະເທດ ຂອງເຂົາເຈົ້າ.

ທຸງຊາດທີ່ຖືກຫຼຸດລົງເຄິ່ງເສົາທົ່ວປະເທດໃນວັນຈັນມື້ນີ້ ເພື່ອເປັນກຽດໃຫ້ແກ່ທະຫານເຫຼົ່າ
ນັ້ນ, ແລະ ປະທານາທິບໍດີ ດໍໂນລ ທຣຳ ກໍໄດ້ສັ່ງໃຫ້ຫຼຸດທຸງລົງເຄິ່ງ ເສົາຈາກວັນສຸກທີ່ຜ່ານ
ມາຮອດວັນອາທິດວານນີ້ ສຳລັບປະຊາຊົນ ອາເມຣິກັນ ເກືອບ 1 ແສນຄົນຜູ້ທີ່ໄດ້ເສຍຊີວິດຍ້ອນໄວຣັສໂຄໂຣນາ.

ຕົວເລກສູງສຸດໃນ ສະຫະລັດ ແມ່ນສູງທີ່ສຸດໃນໂລກໃນປັດຈຸບັນນີ້, ລວມທັງ ທະຫານຜ່ານເສິກຫຼາຍກວ່າ 1,000 ຄົນ ຜູ້ທີ່ໄດ້ເສຍຊີວິດຍ້ອນ COVID-19, ອີງຕາມກະຊວງທະຫານຜ່ານເສິກ.
ວັນພັກດັ່ງກ່າວຍັງເປັນການເລີ່ມຕົ້ນຢ່າງບໍ່ເປັນທາງການ ຂອງລະດູພັກຜ່ອນຍາມຮ້ອນໃນ

ສະຫະລັດ, ແຕ່ດ້ວຍແນວທາງການຢູ່ຫ່າງກັນໃນສັງຄົມນັ້ນ, ການຫ້າມຕ່າງໆຕໍ່ນັກທ່ອງທ່ຽວບາງຄົນຈາກຕ່າງປະເທດ ແລະ ການສູນເສຍ ວຽກເຮັດງານທຳຫຼາຍກວ່າຕຳແໜ່ງ, ລະດູດັ່ງກ່າວແມ່ນຈະມີຄວາມແຕກຕ່າງ ຈາກປີທີ່ຜ່ານມາ.

ທ່ານ ທຣຳ ມີແຜນທີ່ຈະວາງພວງມາລາໃນສຸສານແຫ່ງຊາດ ອາລິງຕັນ ແລະ ຕໍ່ມາໃຊ້ເວລາສ່ວນນຶ່ງຂອງ Memorial Day ຢູ່ຄ້າຍທະຫານ ຝອດ ແມັກເຮັນ ຣີ ໃນນະຄອນ ບາລຕິມໍ,​ ລັດ ແມຣີແລນ,​ ເຊິ່ງເປັນບ່ອນຕໍ່ສູ້ສົງຄາມຄັ້ງປະ ຫວັດສາດໃນປີ 1812.

ເຈົ້າເມືອງ ບາລຕິມໍ ທ່ານ ແຈັກ ຢັງ ໄດ້ຮຽກຮ້ອງບໍ່ໃຫ້ທ່ານປະທານາທິບໍດີ ໄປເມືອງດັ່ງ
ກ່າວ, ໂດຍເວົ້າວ່າມັນຈະສົ່ງຂໍ້ຄວາມທີ່ຜິດ ເມື່ອທ່ານເຈົ້າເມືອງໄດ້ ຮຽກຮ້ອງປະຊາຊົນ
ບາລຕິມໍ ບໍ່ໃຫ້ເດີນທາງ. ທ່ານ ທຣຳ ໄດ້ປະຕິເສດທີ່ຈະ ໃສ່ໜ້າກາກໃນສາທາລະນະ,
ແລະ ທ່ານຢັງໄດ້ກ່າວວ່າ ການຢ້ຽມຢາມ ຂອງທ່ານ ທຣຳ ແມ່ນບໍ່ຈຳເປັນ.

ບັນດາຜູ້ຊ່ຽວຊານດ້ານສຸຂະພາບ ແລະ ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນໄດ້ຮຽກ ຮ້ອງປະ
ຊາຊົນທີ່ມຸ່ງໜ້າໄປຫາດຊາຍທະເລ, ກິນເຂົ້ານອກບ້ານວັນພັກ ແລະ ແຕ່ງອາຫານ ໃຫ້
ປະຕິບັດການຢູ່ຫ່າງກັນໃນສັງຄົມ.

ສະມາຊິກໜ່ວຍປະຕິບັດການພິເສດໄວຣັສໂຄໂຣນາຂອງ ທຳນຽບຂາວ ດຣ. ເດໂບຣາ
ເບີກສ໌ ໄດ້ກ່າວວ່າ ທ່ານນາງມີ “ຄວາມເປັນຫ່ວງຫຼາຍ” ຈາກຮູບ ແລະ ວິດີໂອ ທີ່ເພິ່ນໄດ້
ເຫັນໃນຕະຫຼອດທ້າຍອາທິດທີ່ຜ່ານມາ ທີ່ປະຊາຊົນ ເຕົ້າໂຮມກັນຢູ່ໃນສະລອຍນໍ້າ ແລະ
ສະຖານທີ່ພັກຜ່ອນຢ່ອນໃຈອື່ນໆໂດຍ ບໍ່ໃສ່ໜ້າກາກ.

ທ່ານນາງໄດ້ກ່າວຕໍ່ໂທລະພາບ Fox News ໃນວັນອາທິດວານນີ້ວ່າ “ພວກ ເຮົາຮູ້ວ່າ
ການຢູ່ນອກບ້ານແມ່ນຊ່ວຍໄດ້, ພວກເຮົາຮູ້ວ່າແສງຕາເວັນຈະຊ່ວຍ ໃນການຂ້າໄວຣັສ
ໄດ້, ແຕ່ນັ້ນບໍ່ໄດ້ປ່ຽນແປງເລື່ອງທີ່ວ່າ ປະຊາຊົນຕ້ອງມີ ຄວາມຮັບຜິດຊອບ ແລະຮັກສາ
ໄລຍະການຢູ່ຫ່າງກັນນັ້ນ.ຂ້າພະເຈົ້າຫວັງທີ່ຈະ ສົ່ງຂໍ້ຄວາມທີ່ຊັດເຈນນີ້ໃຫ້ປະຊາຊົນໃນ
ທົ່ວປະເທດວ່າ ມັນມີໄວຣັສຢູ່ຂ້າງນອກ ນັ້ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG