ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ລະນຶກເຖິງວັນພັກ ທ່ານມາຕິນ ລູເທີ ຄິງ ຈູເນຍ


ທ່ານມາຕິນ ລູເທີ ຄິງ ທີ 3 (Martin Luther King III) ພ້ອມດ້ວຍລູກສາວ, ທ່ານນາງ ໂຢແລນດາ ຣີນີ ຄິງ ແລະ ພັນລະຍາຂອງທ່ານ ທ່ານນາງ ແອນເດຣຍ ວໍເທີສ໌ ຄິງ, ຢືນຖ່າຍຮູບໃນພິທີວາງພວງມາລາປະຈຳປີ ຂອງທ່ານ ທ່ານມາຕິນ ລູເທີ ຄິງ ຈູເນຍ ໃນວໍຊິງຕັນ, ວັນທີ 15 ມັງກອນ 2024.
ທ່ານມາຕິນ ລູເທີ ຄິງ ທີ 3 (Martin Luther King III) ພ້ອມດ້ວຍລູກສາວ, ທ່ານນາງ ໂຢແລນດາ ຣີນີ ຄິງ ແລະ ພັນລະຍາຂອງທ່ານ ທ່ານນາງ ແອນເດຣຍ ວໍເທີສ໌ ຄິງ, ຢືນຖ່າຍຮູບໃນພິທີວາງພວງມາລາປະຈຳປີ ຂອງທ່ານ ທ່ານມາຕິນ ລູເທີ ຄິງ ຈູເນຍ ໃນວໍຊິງຕັນ, ວັນທີ 15 ມັງກອນ 2024.

ສະຫະລັດໄດ້ສະເຫຼີມສະຫຼອງວັນພັກ ​ທ່ານມາຕິນ ລູເທີ ຄິງ ຈູເນຍ (Martin Luther King Jr.) ໃນວັນຈັນວານນີ້ ດ້ວຍ​ການ​ສວນ​ສະ​ໜາມ​ພາ​ເຣດ, ພິທີສວດມົນ ແລະກິດຈະກຳອາສາສະໝັກ ເພື່ອເປັນການໃຫ້ກຽດແກ່ຜູ້ທີ່ເປັນສັນ ຍາລັກ ໃຫ້ແກ່ມື້​ລາງ​ຜູ້​ນຳສິດທິພົນລະເ​ມືອງທີ່ໄດ້ເສຍຊີວິດໄປແລ້ວ.

ປະທານາທິບໍດີ ໂຈ ໄບເດັນ ໄດ້ເປັນອາສາສະໝັກຢູ່ ຟີລາບັນແດນສ໌ (Philabundance), ເຊິ່ງເປັນທະນາຄານອາຫານທີ່ບໍ່ຫວັງຜົນກຳໄລໃນ ຟີລາເດລເຟຍ (Philadelphia), ບ່ອນທີ່ທ່ານໄດ້ເອົາໝາກແອັບເປິ້ນ ໃສ່ກ່ອງບໍລິ ຈາກ ແລະ ໄດ້ສົນທະນາແບບເປັນກັນເອງກັບຄົນງານໃນອົງການບັນເທົາຄວາມອຶດຫິວ.

ໃນລັດ ຄາໂຣໄລນາ ໃຕ້, ຮອງປະທານາທິບໍດີ ຄາມາລາ ແຮຣີສ (Kamala Harris) ໄດ້ຊຸກຍູ້ໃຫ້ປະຊາຊົນໃຊ້ສຽງຂອງພວກເຂົາເພື່ອສືບຕໍ່ຕໍ່ສູ້ເພື່ອຄວາມຍຸດຕິທໍາ ແລະຕໍ່ຕ້ານການໂຈມຕີເສລີພາບພື້ນຖານ.

"ລອງພິຈາລະນາເບິ່ງໃນລັດຕ່າງໆທົ່ວປະເທດຂອງພວກເຮົາ, ພວກຫົວຮຸນແຮງໂຈມຕີສິດເສລີພາບອັນສັກສິດ ໃນການລົງຄະແນນສຽງ," ທ່ານນາງ ແຮຣີສ ກ່າວ. "ພວກເຂົາຜ່ານກົດຫມາຍເພື່ອຫ້າມການປ່ອນບັດ, ຈໍາກັດການລົງຄະ ແນນສຽງລ່ວງໜ້າ ແລະຈໍາກັດການລົງຄະແນນສຽງຂອງປະຊາຊົນທີ່ບໍ່ສາມາດປ່ອນລັດຢູ່ສະຖານທີ່ເລືອກຕັ້ງ."

ທ່ານນາງໄດ້ຮ້ອງທ່ານ ຄິງວ່າ "ຜູ້ມີວິໄສທັດທີ່ເບິ່ງເຫັນສິ່ງທີ່ເປັນໄປໄດ້, ແລະຫຼຸດຜົ້ນຈາກສິ່ງທີ່ເປັນຢູ່," ແລະພັນລະນາວ່າ ທ່ານເປັນ "ຜູ້ຈັດຕັ້ງທີ່ຂັບເຄື່ອນຄວາມຄິດ, ຫົວໃຈ ແລະຈຸດຢືນຂອງປະຊາຊົນຊາວອາເມຣິກາ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG