ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ຫະ​ລັດ ລົງ​ໂທດ​ຮອບ​ໃໝ່​ຕໍ່​ມຽນ​ມາ ໃນ​ວັນ​ຄົບ​ຮອບ​ການ​ເຮັດ​ລັດ​ຖະ​ປະ​ຫານ


ແຜນ​ທີ່​ມຽນ​ມາ
ແຜນ​ທີ່​ມຽນ​ມາ

ສະ​ຫະ​ລັດ​ ໄດ້​ທຳ​ການ​ລົງ​ໂທດ​ເພີ້ມ​ຕື່ມ ​ຕໍ່​ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ​ມຽນ​ມາ 3 ປີ ຫຼັງ​ຈາກ​ໄດ້​ມີ​ການ​ກໍ່​ລັດ​ຖະ​ປະ​ຫານ​ໂດຍ​ພວກ​ທະ​ຫານ​ເມື່ອ​ວັນ​ທີ 1 ກຸມ​ພາ 2021 ແລະ​ໄດ້​ລະ​ບຸ​ໂຕ 4 ສ່ວນ​ບຸກ​ຄົນ​ແລະ 2 ອົງ​ການ ມີ​ສ່ວນ​ຮ່ວມ​ກ່ຽວ​ກັບ​ເລື້ອງ​ນີ້.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ວ່າ ການ​ເອົາ​ມາດ​ຕະ​ການ​ຄັ້ງ​ຫຼ້າ​ສຸດນີ້​ແມ່ນ​ແນ​ໃສ່​ແຫຼ່ງ​ລາຍ​ໄດ້ ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ ຕໍ່​ກິດ​ຈະ​ກຳຂອງ​ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ ​ຕໍ່ຕ້ານ​ພົນ​ລະ​ເຮືອນ ແລະ​ພວກ​ທີ່​ສະ​ໜອງວັດ​ຖຸ ແລະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ ​ຕໍ່​ການ​ຜະ​ລິດ​ອາ​ວຸດ​ຢູ່​ໃນ​ມຽນ​ມາ ທີ່​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງວ່າ​ພະ​ມ້າ.

ໃນ​ວັນ​ພຸດ​ວານນີ້ ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ​ໄດ້​ປະ​ກາດ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​ກຸ່ມ​ບໍ​ລິ​ສັດ​ ຊ​ເວ ບ​ແຢນ ພີ​ຢູ (Shwe Byain Phyu) ພ້ອມ​ທັງ​ເຈົ້າ​ຂອງ​ບໍ​ລິ​ສັດ ທ້າວ​ທຽນ ວິນ ຊໍ ແລະ​ເມຍ​ຂອງ​ລາວ ພ້ອມ​ກັບ​ລູກ​ທີ່​ໃຫຍ່​ແລ້ວ 2 ຄົນ. ນອກນັ້ນ ​ຍັງ​ໄດ້​ມີ​ການ​ປະ​ກາດ ການ​ລົງ​ໂທດຕໍ່​ບໍ​ລິ​ສັດ​ຂົນ​ສົ່ງຫ້າ​ດາວ ຂອງ​ມຽນ​ມາ.

ມີ​ລາຍ​ງານ​ວ່າ ​ບໍ​ລິ​ສັດ​ທັງ​ສອງນີ້ ແມ່ນ​ຍັງ​ຮັກ​ສາ​ຄວາມ​ສຳ​ພັນ ​ກັບ​ບໍ​ລິ​ສັດ​ຖື​ຫຸ້ນ​ເສດ​ຖະ​ກິດມະ​ຫາ​ຊົນມຽນ​ມາ ຫຼື MEHL ​ຊຶ່ງ​ຄວບ​ຄຸມ​ໂດຍ​ພວກ​ທະ​ຫານ ຫລື ທັດ​ມາ​ດໍ ທີ່​ປົກ​ຄອງ​ປະ​ເທດ​ໃນ​ເວ​ລານີ້. ພວກ​ທະ​ຫານ​ມຽນ​ມາ​ໄດ້​ເພິ່ງ​ພາ​ກິດ​ຈະ​ກຳ​ທາງ​ດ້ານ​ທຸ​ລະ​ກິດ​ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນທາງ​ດ້ານ​ການ​ເງິນ​ໃນ​ການ​ປະ​ຕິ​ບັດ​ງານ​ຂອງ​ຕົນ.

ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ກ່າວ​ວ່າ ບໍ​ລິ​ສັດ​ທັງ​ສອງ​ໄດ້​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ ​ໄດ້​ຮັບ​ເງິນ​ຕາ​ຕ່າງ​ປະ​ເທດ ​ແລະ​ການ​ນຳ​ເຂົ້າ​ນ້ຳ​ມັນ ​ແລະ​ວັດ​ຖຸ​ອື່ນໆ ໂດຍ​ຜ່ານ​ຄວາມ​ສຳ​ພັນ​ຂອງ​ພວກ​ເຂົາ ​ກັບ​ບໍ​ລິ​ສັດ MEHL.

ການ​ລົງ​ໂທດ​ໃນ​ມື້​ນີ້ ໄດ້​ສັ່ງ​ກັກ​ຊັບ​ສິນ​ໃດ​ກໍ​ຕາມ​ຂອງ​ສະ​ຫະ​ລັດ​ຢູ່​ໃນ​ເປົ້າ​ໝາຍ​ເຫຼົ່າ​ນັ້ນ ແລະ​ໂດຍ​ທົ່ວ​ໄປ​ແລ້ວ ​ແມ່ນ​ຫ້າມ​ບໍ່​ໃຫ້​ຊາວ​ອາ​ເມ​ຣິ​ກັນ​ຕິດ​ຕໍ່​ຄ້າ​ຂາຍ​ກັບ​ພວກ​ເຂົາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG