ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທະຫານມາຣີນ ສຫລ ຖືກສົ່ງໄປ ປະຕິບັດງານ ໃນພາກເໜືອ ຊີເຣຍ ເພື່ອຕໍ່ຕ້ານ ລັດອິສລາມ


ພາບທີ່ນຳອອກມາຈາກວີດີໂອ ສະໜອງໂດຍ ກຳລັງປະຊາທິປະໄຕ ຊີເຣຍ ຫຼື (SDF), ສະແດງໃຫ້ເຫັນ ພວກນັກລົບ ຈາກ SDF ເປີດສາກຍິງເຂົ້າໃສ່ ທີ່ໝັ້ນຂອງກຸ່ມລັດອິສລາມ ໃນເຂດຊົນນະບົດຂອງເມືອງ Raqqa ຢູ່ທາງພາກຕາເວັນອອກ ຂອງຊີເຣຍ, ວັນທີ 6 ມີນາ 2017.
ພາບທີ່ນຳອອກມາຈາກວີດີໂອ ສະໜອງໂດຍ ກຳລັງປະຊາທິປະໄຕ ຊີເຣຍ ຫຼື (SDF), ສະແດງໃຫ້ເຫັນ ພວກນັກລົບ ຈາກ SDF ເປີດສາກຍິງເຂົ້າໃສ່ ທີ່ໝັ້ນຂອງກຸ່ມລັດອິສລາມ ໃນເຂດຊົນນະບົດຂອງເມືອງ Raqqa ຢູ່ທາງພາກຕາເວັນອອກ ຂອງຊີເຣຍ, ວັນທີ 6 ມີນາ 2017.

ມີ​ການ​ສົ່ງ​ທະຫານ​ມາ​ຣີນ​ໄປ​ປະຕິບັດ​ງານ​ຢູ່​ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ ​ເພື່ອ​ຊ່ອຍ ​ໃນ
​ການ​ຍຶດ​ເອົາ​ເມືອງ Raqqa ຄືນ​ຈາກ​ກຸ່ມ​ລັດ​ອິສລາມ.

ໜັງສືພິມ Washington Post ຊຶ່ງ​ເປັນໜັງສືພິມ​ສະບັບ​ທຳ​ອິດ ທີ່ໄດ້ລາຍ​ງານ​ກ່ຽວກັບ
ການ​ສົ່ງ​ກຳລັງ​ທະຫານ​ດັ່ງກ່າວ ​ແຈ້ງວ່າ ປືນ​ໃຫຍ່​ທີ່​ສົ່ງ​ໄປ​ເຖິງ​ແມ່ນ​ມີ​ຄວາມ ສຳຄັນ
​ເປັນ​ພິ​ເສດ ​ໃນ​ການ​ເພີ້ມການ​ໃຊ້​ກຳລັງ​ທຳ​ມະ​ດາ​ຂອງ​ສະຫະລັດ​ຢູ່​ໃນ​ປະ ​ເທດ​ຊີ​ເຣຍ.
ບໍ່​ໄດ້​ມີການ​ປະກາດ​ຢ່າງ​ເປັນ​ທາງ​ການ​ໃດໆ ​ແຕ່​ພວກ​ເຈົ້າໜ້າ​ທີ່​ທະ ຫານ​ໄດ້​ໃຫ້ການ
​ຢືນຢັນ ​ກ່ຽວ​ກັບ​ການ​ສົ່ງ​ກຳລັງ​ດັ່ງກ່າວ ​ແກ່​ອົງການ​ຂ່າວ​ອື່ນໆ. ໜ່ວຍ​ປືນ​ໃຫຍ່​ ຂອງ​
ກອງທັບ​ບົກ​ສະຫະລັດ ​ແມ່ນ​ໄດ້​ເຂົ້າປະຕິບັດ​ງານ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ​ຢູ່​ໃນ​ເຂດ
​ດັ່ງກ່າວ.

ຂະບວນລົດຫຸ້ມເກາະ ຂອງກອງກຳລັງສະຫະລັດ ກຳລັງແລ່ນເຂົ້າໄປໃກ້ຄຸ້ມນຶ່ງ ຂອງຊາວ Yalanli, ຢູ່ນອກເມືອງກ້ຳເໜືອຂອງເມືອງ Manbij ປະເທດຊີເຣຍ, ວັນທີ 5 ມີນາ 2017.
ຂະບວນລົດຫຸ້ມເກາະ ຂອງກອງກຳລັງສະຫະລັດ ກຳລັງແລ່ນເຂົ້າໄປໃກ້ຄຸ້ມນຶ່ງ ຂອງຊາວ Yalanli, ຢູ່ນອກເມືອງກ້ຳເໜືອຂອງເມືອງ Manbij ປະເທດຊີເຣຍ, ວັນທີ 5 ມີນາ 2017.

ນອກ​ນັ້ນ ຍັງ​ມີ​ການ​ສົ່ງ​ທະຫານ​ມາຣີນ​ໄປ​ຍັງ​ເມືອງ Manbij ຊຶ່ງ​ຕັ້ງຫ່າງ​ຈາກ ​ເມືອງ
Raqqa ​ໄປ​ທາງ​ຕາ​ເວັນ​ຕົກ​ສຽງ​ເໜືອ​ປະມານ 138 ກິ​ໂລ​ແມັດ ທີ່​ໄດ້ ຖືກ​ປະກາດ​
ໃຫ້​ເປັນ​ນະຄອນຫຼວງຂອງລັດ​ອິສລາມ. ​ເປັນ​ທີ່​ເຊື່ອ​ກັນ​ວ່າ ມີພວກ ນັກ​ລົບ​ຂອງ​ກຸ່ມ
​ລັດ​ອິສລາມ​ຫຼາຍ​ເຖິງ 4,000 ຄົນ ຢູ່​ໃນ​ເມືອງ​ດັ່ງກ່າວ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດກ່າວ​ເຖິງ​ການ​ປະຕິບັດ​ງານ​ທີ່​ເມືອງ Manbij
ວ່າ “​ເພື່ອ​ໃຫ້ການ​ຄ້ຳປະກັນ​ແລະ​ສະກັດ​ກັ້ນ” ບໍ່​ໃຫ້​ພັກ​ຝ່າຍ​ຕ່າງໆ​ຢູ່​ໃນ​ທ້ອງ​ຖິ່ນ
​ໂຈມ​ຕີ​ກັນ.

ແຜນທີ່ເຂດເມືອງ al-Matab ຂອງຊີເຣຍ
ແຜນທີ່ເຂດເມືອງ al-Matab ຂອງຊີເຣຍ

ມາ​ຈົນ​ຮອດ​ເວລາ​ນີ້ ສະຫະລັດ​ແມ່ນ​ໄດ້​ຈຳກັດ​ການ​ສົ່ງ​ກຳລັງ​ພາກພື້ນດິນ​ຂອງ​ຕົນ​
ເຂົ້າ​ໄປ​ປະ​ຕິ​ບັດ​ງານ​ໃນ​ຊີ​ເຣຍ ​ໂດຍ​ມີ​ກຳລັງ​ພິ​ເສດປະມານ 500 ຄົນ​ເພື່ອ ສະໜັບ
ສະໜຸນ​ກຳລັງ​ປະຊາທິປະ​ໄຕ​ໃນ​ຊີ​ເຣຍ ທີ່​ສະຫະລັດ ​ໃຫ້ການ​ໜຸນ​ຫລັງ ຊຶ່ງ​ເປັນພັນ
ທະ​ມິດ​ທີ່​ປະກອບ​ດ້ວຍ​ພວກ​ນັກ​ລົບ​ຊາວ​ອາ​ຣັບ ​ແລະ​ ຊາວ​ເຄີ​ດ ທີ່​ທຳ ການ​ສູ້​ລົບ
​ກັບ​ກຸ່ມ​ລັດ​ອິສລາມ. ​ເຈົ້າໜ້າ​ທີ່ກອງທັບກ່າວ​ວ່າ ກຳລັງ​ທະຫານ​ໃນ​ຈຳນວນ​ເພີ້ມຂຶ້ນ
ພວມ​ຖືກສົ່ງ​ໄປ​ຍັງ​ເມືອງ Manbij ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພັກ​ຝ່າຍ ທີ່​ເປັນ​ປໍ​ລະ​ປັກ ສູ້​ລົບ​
ກັນ​ເອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG