ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານມາ​ຣີນສະຫະລັດ 3 ຄົນ ເສຍຊີວິດ ແລະ 5 ຄົນ ໄດ້ຮັບບາດເຈັບ ຍ້ອນເຮືອບິນ Osprey ປະສົບອຸບັດຕິເຫດ ໃນອອສເຕຣເລຍ


ແຟ້ມຮູບ-ລູກເຮືອ ຂອງກອງທັບເຮືອອອສເຕຣເລຍ ບອກທາງ ການບິນອອກ ແລະລົງຈອດ ໃຫ້ກອງບິນ MV-22 Osprey ຂອງທະຫານມາຣີນສະຫະລັດ ຢູ່ຊັ້ນດາດຟ້າຂອງ HMAS Adelaide ນອກຊາຍຝັ່ງຂອງອອສເຕຣເລຍ, ວັນທີ 7 ສິງຫາ 2023. (SGT Andrew Sleeman/Royal Australian Navy via AP)
ແຟ້ມຮູບ-ລູກເຮືອ ຂອງກອງທັບເຮືອອອສເຕຣເລຍ ບອກທາງ ການບິນອອກ ແລະລົງຈອດ ໃຫ້ກອງບິນ MV-22 Osprey ຂອງທະຫານມາຣີນສະຫະລັດ ຢູ່ຊັ້ນດາດຟ້າຂອງ HMAS Adelaide ນອກຊາຍຝັ່ງຂອງອອສເຕຣເລຍ, ວັນທີ 7 ສິງຫາ 2023. (SGT Andrew Sleeman/Royal Australian Navy via AP)

ທະ​ຫານ​ມາ​ຣີນ​ຂອງສະຫະລັດ ເປີດເຜີຍວ່າ ມີຢ່າງໜ້ອຍສາມຄົນ ເສຍຊີວິດ ແລະຫ້າຄົນໄດ້ຮັບບາດເຈັບ​ສາຫັດ ເມື່ອເຮືອບິນອອສເປຣ (Osprey) ປະສົບອຸບັດຕິເຫດ ຢູ່ບໍລິເວນເກາະທາງພາກເໜືອຂອງອອສເຕຣເລຍ ໃນລະຫວ່າງການຊ້ອມລົບທາງທະຫານ, ອີງຕາມລາຍງານຂອງອົງການຂ່າວ AP.

ຖະແຫຼງການກ່າວວ່າ ສາມຄົນໄດ້ຮັບການຢືນຢັນວ່າເສຍຊີວິດເທິງເກາະເມລວີລ (Melville) ໃນວັນອາທິດວານນີ້ ແລະອີກຫ້າຄົນໃນຈໍານວນ 23 ຄົນຢູ່ເທິງເຮືອບິນ ມີອາການບາດເຈັບສາຫັດ ໄດ້ຖືກນໍາສົ່ງໄປຫາເມືອງດາວິນ (Darwin) ທີ່ຕັ້ງຢູ່ເທິງແຜ່ນ​ດິນ​ໃຫຍ່ ເປັນໄລຍະທາງ 50 ໄມລ໌ ເພື່ອປິ່ນປົວຮັກສາ.

​ຂະ​ນະ​ດຽວ​ກັນ ເຮືອບິນ ກໍໄດ້ຖືກສົ່ງອອກຈາກເມືອງດາວິນ ເພື່ອກອບກູ້ເອົາຜູ້ລອດຊີວິດໃນບໍລິເວນທີ່ຢູ່ຫ່າງໄກ ແຕ່ຍັງບໍ່ມີລາຍລະອຽດໃດໆໃນບໍ່ຊົ່ວໂມງຫຼັງຈາກເປີດເຜີຍຂໍ້ມູນ ກ່ຽວກັບຊະຕາກໍາຂອງທະຫານ​ມາ​ຣີນສະຫະລັດທັງ 15 ຄົນ ທີ່ໂດຍສານຢູ່ເທິງເຮືອບິນດັ່ງກ່າວ. ເຈົ້າໜ້າທີ່ຕໍາຫຼວດກ່າວວ່າ ບໍ່ມີຜູ້ໃດຢູ່ເທິງເຮືອບິນບໍ່ໄດ້ຮັບບາດເຈັບ.

ອຸບັດຕິເຫດດັ່ງກ່າວ ເກີດຂຶ້ນໃນລະຫວ່າງການຊ້ອມລົບ Predators Run, ເຊິ່ງລວມມີທະຫານ 2,500 ຄົນ ຈາກສະຫະລັດ, ອອສເຕຣເລຍ, ອິນໂດເນເຊຍ, ຟີລິບປິນ ແລະຕີມໍຕາເວັນອອກ ເຂົ້າ​ຮ່ວມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG