ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ມາຣີນ ສຫລ ຖືກຕັດສິນ ໃຫ້ຕິດຄຸກ 12 ປີ ໃນຖານ ຂ້າຜູ້ຍິງ ຟິລິບປິນ


ສິບ​ຕີ Joseph Scott Pemberton (ທີສາມຈາກຊ້າຍ) ຜູ້ຕ້ອງສົງໄສ ໃນການຄາດຕະກຳ ນາງ Jennifer Laude ທີ່ເປັນຜູ້ຍິງປ່ຽນເພດ.
ສິບ​ຕີ Joseph Scott Pemberton (ທີສາມຈາກຊ້າຍ) ຜູ້ຕ້ອງສົງໄສ ໃນການຄາດຕະກຳ ນາງ Jennifer Laude ທີ່ເປັນຜູ້ຍິງປ່ຽນເພດ.

ສານແຫ່ງ​ໜຶ່ງ​ໃນ​ຟິລິບ​ປິນ ​ໄດ້​ຕັດສິນ​ລົງ​ໂທດ ທະຫານ​ນາວິ​ກະ
​ໂຍທິນ ສະຫະລັດ ​ໃນ​ຖານ​ຂ້າຜູ້ຍິງທີ່ປ່ຽນເພດຄົນ​ນຶ່ງ​ຂອງ​ຟິລິບ
​ປິນຢູ່​ໂຮງ​ແຮມ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງນະຄອນ​ມະ
ນີ​ລາ ​ໃນປີ​ກາຍ​ນີ້.

ສານ​ກ່າວ​ວ່າ ສິບ​ຕີ Joseph Scott Pemberton ​ມີ​ຄວາມ​ຜິດ​
ໃນ​ການ​ສັງຫານ ດ້ວຍ​ການບີບ​ຄໍ ນາງ Jennifer Laude ອາຍຸ
26 ປີ ​ແລະ​ໄດ້​ຕັດສິນ​ລົງ​ໂທດ ​ໃຫ້​ລາວຕິດ​ຄຸກ​ເຖິງ 12 ປີ.

ລາວ​ໄດ້ປະ​ເຊີນກັບ​ໂທດ​ຈຳ​ຄຸກ​ເຖິງ 40 ປີ ຖ້າ​ຫາກ​ຖືກພົບ​ເຫັນ
​ວ່າ ຜູ້ກ່ຽວ​ມີ​ຄວາມ​ຜິດ​ໃນການ​ສັງຫານ​ລະດັບທີ່ສູງ​ກວ່ານີ້.

ການ​ສັງຫານ ຢູ່​ໃນ​ເມືອງ Olongapo ​ໄດ້ເຮັດໃຫ້ເກິ​ດການ​ປະ​ທ້ວງ​ຕໍ່ຕ້ານຊາວ​ອາ​ເມ
ຣິກັນ ​ແລະຮຽກ​ຮ້ອງ​ໂດຍ​ຝ່າຍ​ຊ້າຍ ​ແລະ​ບັນດາ​ກຸ່ມ​ຫົວ​ຊາດ​ນິຍົມ ​ເພື່ອ​ໃຫ້​ຟິລິບ​ປິນ ສີ້​ນສຸດ​ຂໍ້​ຕົກລົງດ້ານ​ທະຫານ ກັບ​ສະຫະລັດ. ບັນດາ​ກຸ່ມ​ດັ່ງກ່າວ​ຄັດຄ້ານຕໍ່​ຂໍ້​ຕົກລົງໃນ
”​ປີ​ກາຍ​ນີ້ ທີ່​ຈະ​ອະ ນຸຍາດ​ໃຫ້ພວກ​ທະຫານຂອງສະຫະລັດ ທີ່​ປະ​ເຊີນ​ໜ້າ​ກັບ​ການ​ກ່າວ
​ຫາກະທຳ​ຜິດນັ້ນ ຖືກກັກ​ຂັງ​ໂດຍສະຫະລັດ ​ໃນ​ລະຫວ່າງ​ການ​ດຳ​ເນີນຄະ ດີ​ຂອງ​ເຂົາ​ເຈົ້າ.

Philippines US Killing
please wait

No media source currently available

0:00 0:01:14 0:00

XS
SM
MD
LG