ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊາຍ ອາເມຣິກັນ ທີ່ສົງໄສ ສູ້ລົບ ໃຫ້ພວກຫົວຮຸນແຮງ ເສຍຊີວິດ ໃນ ຊີເຣຍ (ສະໄລດ໌/ວີດີໂອ)


ທ້າວ Douglas McAuthur McCain ອາຍຸ 33 ປີ ຈາກເມືອງ New Hope ລັດ Minnesota.
ທ້າວ Douglas McAuthur McCain ອາຍຸ 33 ປີ ຈາກເມືອງ New Hope ລັດ Minnesota.

ໂຄສົກ​ຍິງ​ຂອງທຳ​ນຽບຂາວ​ ​ໄດ້​ຢືນຢັນ​ກ່ຽວກັບການເສຍ​ຊີ
ວິດ​ຂອງຜູ້​ຊາຍ​ຊາວ​ອາ​ເມຣິກັນ​ຄົນ​ນຶ່ງ ທີ່​ເຊື່ອ​ວ່າ ​ທຳການສູ້
ລົບ ຄຽງບ່າ​ຄຽງ​ໄຫລ່​ ກັບ​ພວກ​ຫົວ​ຮຸນ​ແຮງ​ໃນຊິີເຣຍ.

​ໂຄສົກ​ຍິງ ຂອງສະພາ​ຄວາມໝັ້ນຄົງ​ແຫ່ງ​ຊາດ ທ່ານ​ນາງ
Catlin Hayden ກ່າວ​ຢູ່​ໃນ​ຖະແຫຼ​ງການສະບັບນຶ່ງໃນ​ວັນ​
ອັງຄານ​ວານ​ນີ້​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ແມ່ນຮູ້ເລື່ອງແລ້ວກ່ຽວ
ກັບການ​ມີໜ້າ ຂອງທ້າວ Douglas McCain ຢູ່​ໃນ ຊີ​ເຣຍ.

ພວກເຈົ້າໜ້າທີ່ສະຫະລັດ ເຊື່ອວ່າ ມີຊາວອາເມຣິກັນຫຼາຍ
ສິບຄົນ ພວມທຳການສູ້ລົບຮ່ວມກັບພວກຫົວຮຸນແຮງໃນຊີ
ເຣຍແລະອີຣັກ.

ທ່ານ​ນາງ Hayden ກ່າວ​ວ່າ ລັດຖະບານກຳລັງສືບຕໍ່ ​ດຳ​ເນີນ​ຄວາມ​ພະຍາ ຍາມ​ທີ່ຈະ
“ລົບ​ກວນ ​ແລະ​ຊັກ​ຊວນບໍ່​ໃຫ້​ສ່ວນ​ບຸກຄົນ ເດີນທາງ​ໄປ​ນອກ​ປະ​ເທດ ​ເພື່ອເຂົ້າຮ່ວມ
ໃນການເຮັດສົງຄາມສາສະໜາແບບຮຸນແຮງຫຼື Jihad​.

SYRIA VO
please wait
Embed

No media source currently available

0:00 0:01:17 0:00

ລູງ ຜູ້​ນຶ່ງຂອງລາວ ໄດ້​ກ່າວ​ຕໍ່ໂທລະພາບ CNN ວ່າ ທ້າວ McCain ອາຍຸ 33 ປີ ໄດ້
ປ່ຽນ ຈາກການຖືສາສາໜາຄຣິສ ໄປເປັນສາສະໜາອິສລາມ ເມື່ອຫຼາຍໆປີຜ່ານມາ
ແລ້ວ. ໃນຂະນະດຽວກັນ ນັກຂ່າວອາເມຣິກັນຄົນນຶ່ງ ທີ່ໄດ້ຖືກກັກໂຕໄວ້ໂດຍພວກຫົວ
ຮຸນແຮງ ຢູ່ໃນຊີເຣຍ ເປັນເວລາເກືອບສອງປີແລ້ວນັ້ນ ໄດ້ເດີນທາງກັບບ້ານ.

ຄອບຄົວຂອງທ່ານ Peter Curtis ກ່າວວ່າ ທ່ານໄດ້ເດີນທາງກັບມາເຖິງ ສະຫະລັດ ໃນຕອນແລງຂອງວັນອັງຄານວານນີ້.

ທ່ານ Curtis ໄດ້ອອກຖະແຫລງຂ່າວສະບັບນຶ່ງ ໂດຍກ່າວຂອບໃຈ ຕໍ່ບັນດາເຈົ້າໜ້າ
ທີ່ສະຫະລັດ ທີ່ໄດ້ປະຕິບັດງານ ເພື່ອຊ່ວຍໃຫ້ທ່ານໄດ້ກັບຄືນບ້ານ ພ້ອມດ້ວຍ Qatar
ທີ່ໄດ້ເຈລະຈາ ເພື່ອໃຫ້ມີການປ່ອຍໂຕທ່ານ.

XS
SM
MD
LG