ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາຍ​ຜູ້​ນຶ່ງ ຖືກ​ສານ ສ​ຫລ ຕັດ​ສິນໃຫ້ຈຳ​ຄຸກ 20 ​ປີ ຖານ​ມີ​ສ່​ວນ​ຮ່ວມ ໃນ​​ການ​ວາງແຜນ ກໍ່​ການ​ຮ້າຍ


ທຸງ​ປະ​ຈຳ​ກຸ່ມ​ລັດ​ອິ​ສ​ລາມ ໄດ້​ຖືກ​ແຂວນຢູ່​ສາຍ​ໄຟ​ຟ້າ ເທິງ​ຖະ​ໜົນ​ສາຍ​ນຶ່ງ ໃນ​ສູນ​ອົບ​ພະ​ຍົບ Ain al-Hilweh ຂອງ​ຊາວປາ​ແລັ​ສ​ໄຕ​ນ໌ ຢູ່​ໃກ້​ກັບ​ເມືອງ​ທ່າ​ເຮືອ ຊີ​ດອນ ​ທາງ​ພາກ​ໃຕ້​ຂອງ​ເລ​ບາ​ນອນ, ວັນ​ທີ 19 ມັງ​ກອນ 2016.
ທຸງ​ປະ​ຈຳ​ກຸ່ມ​ລັດ​ອິ​ສ​ລາມ ໄດ້​ຖືກ​ແຂວນຢູ່​ສາຍ​ໄຟ​ຟ້າ ເທິງ​ຖະ​ໜົນ​ສາຍ​ນຶ່ງ ໃນ​ສູນ​ອົບ​ພະ​ຍົບ Ain al-Hilweh ຂອງ​ຊາວປາ​ແລັ​ສ​ໄຕ​ນ໌ ຢູ່​ໃກ້​ກັບ​ເມືອງ​ທ່າ​ເຮືອ ຊີ​ດອນ ​ທາງ​ພາກ​ໃຕ້​ຂອງ​ເລ​ບາ​ນອນ, ວັນ​ທີ 19 ມັງ​ກອນ 2016.

ສານ​ລັດ​ຖະ​ບານ​ກາງ​ສະ​ຫະ​ລັດ ໄດ້​ຕັດ​ສິນ​ລົງ​ໂທດ ຊາຍ​ຄົນ​ນຶ່ງ ຈາກ​ລັດ​ມິ​ສ​ຊູ​ຣີ ທາງ​ພາກ​ຕາ​ເວັ​ນ​ຕົກ​ຕອນ​ກາງ ຂອງ​ສະ​ຫະ​ລັດ ໃຫ້​ຈຳ​ຄຸກ​ເກືອບ 20 ປີ ໃນ​ຖານ​ຮ່ວມ​ມື​ໃນ​ສິ່ງ​ທີ່​ຜູ້​ກ່ຽວ​ຄຶດ​ວ່າ ເປັນ​ການ​ກະ​ກຽມ​ເພື່ອ​ການ​ໂຈມ​ຕີກໍ່​ການ​ຮ້າຍ​ກັບ​ບັນ​ດາ​ສະ​ມາ​ຊິກ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ ຫຼື ISIS.

ທ້າວ ​ໂຣ​ເບີດ ລໍ​ເຣນ​ໂຊ ແຮ​ສ​ເຕີ ໄດ້​ຍອມ​ຮັບ​ວ່າ​ຜິດ ໃນ​ເດືອນ​ກັນ​ຍາ ຕໍ່​ຂໍ້​ກ່າວ​ຫາ​ຂອງ​ການ​ພະ​ຍາ​ຍາມ​ທີ່​ຈະ​ສະ​ໜອງວັດ​ຖຸ​ເພື່ອ​ສະ​ໜັບ​ສະ​ໜູນແກ່​ກຸ່ມ​ກໍ່​ການ​ການ​ຮ້າຍ​ດັ່ງ​ກ່າວ.

ກະ​ຊວງ​ຍຸ​ຕິ​ທຳ​ສະຫະ​ລັດ ໄດ້​ກ່າວ​ວ່າ ທ້າວແຮ​ສ​ເຕີ ໄດ້​ປຶກ​ສາ​ຫາ​ລື​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ໂຈມ​ຕີ ທີ່​ກ່ຽວ​ຂ້ອງ​ກັບ​ພວກ​ລະ​ເບີດ ແລະ​ປືນ ກັບສາຍ​ລັບທີ່​ເຈົ້າ​ໜ້າ​ທີ່​ຂອງ​ອົງ​ການສັນ​ຕິ​ບານ​ກາງ FBI ​ຜູ້​ທີ່ສະ​ແດງ​ຕົນ​ເປັນ​ສະ​ມາ​ຊິກ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ.

ບັນ​ດາ​ໄອ​ຍະ​ການ ໄດ້​ກ່າວ​ວ່າ ທ້າວ​ແຮ​ສ​ເຕີ ເຖິງ​ກັບ​ວ່າ ໄດ້​ໄປຊື້ສິ່ງ​ຂອງ​ຕ່າງໆ ທີ່ບອກ​ໃຫ້ໄປ​ຊື້​ ເພື່ອນຳ​ມາໃຊ້​ໃນ​ການ​ເຮັດ​ລະ​ເບີດ.

ທາງ​ການ​ສະ​ຫະ​ລັດ ໄດ້​ເລີ້ມ​ທຳ​ການ​ສືບ​ສ​ວນ​ສອບ​ສວນ ທ້າວ​ແຮ​ສ​ເຕີ້ ຫຼັງ​ຈາກ​ທີ່​ໄດ້​ຮັບ​ການ​ແຈ້ງ​ ຈາກ​ແຫຼ່ງ​ທີ່​ຕ້ອງ​ໄດ້​ປິດ​ລັບຫຼາຍຄົນ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທາງ​ສື່​ສັງ​ຄົມຂອງ​ຜູ້​ກ່ຽວ ແລະ​ການ​ນຳ​ເອົາ​ຂໍ້​ມູນ​ຕ່າງໆ​ລົງ​ນຳ​ດ້ວຍ ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ເຈດ​ຕະ​ຕາ​ປອງ​ຮ້າຍ ຕໍ່​ສະ​ຫະ​ລັດ ແລະ​ລວມ​ທັງ ຮູບ​ພາບ​ຕ່າງໆ​ຂອງພວກ​ອາ​ວຸດ ​ແລະ​ທຸງ​ປະ​ຈຳກຸ່ມ​ລັດ​ອິ​ສ​ລາມ ອີງ​ຕາ​ມການ​ກ່າວ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG