ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ກ່າວຫາ ຜູ້ຊາຍຄົນທີສາມ ໃນການວາງແຜນ ກໍ່ລັດຖະປະຫານ ຢູ່ ແກມເບຍ


ທ່ານ Yahya Jammeh ປະທານາທິບໍດີແກມເບຍ
ທ່ານ Yahya Jammeh ປະທານາທິບໍດີແກມເບຍ

ບັນດາ​ໄອ​ຍະ​ການ ສະຫະລັດ ​ໄດ້​ກ່າວ​ຫາ ປະຊາຊົນ​ອາ​ເມ
ຣິກັນຄົນທີ 3 ​ທີ່ມີ ສ່ວນ​ພົວ​ພັນກັບການ​ພະຍາຍາມ​ເຮັດລັດ
ຖະປະຫານ ຢູ່​ໃນ​ປະ​ເທດ​ແກມ​ເບຍ ເມື່ອເດືອນແລ້ວນີ້.

ກະຊວງ​ຍຸຕິ​ທຳ ກ່າວ​ວ່າ ​ໃນວັນ​ສຸກ​ວານ​ນີ້ວ່າ ທ້າວ Alagie
Barrow ​ອາຍຸ 41 ປີ ​ໄດ້​ຖືກ​ກ່າວ​ຫາ ຢູ່​ສານລັດຖະບານ​ກາງ
ທີ່​ລັດ Minnesota ​ໃນ​ຖານ​ສົມຮູ້​ຮວມຄິດເພື່ອຮຸກຮານປະ
ເທດ​ເພື່ອນ​ມິດ ຕະຫລອດທັງມີການລະເມີດກ່ຽວ​ກັບດ້ານ​ອາ
ວຸດນຳດ້ວຍ. ທ້າວ Barrow ​ເປັນ​ປະຊາຊົນໃນ​ລັດ Tenne-
ssee ຖື​ທັງສັນຊາດ​ອາ​ເມຣິກາ ​ແລ​ະແກມ​ເບຍ.

​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມານີ້ ປະຊາຊົນ​ອາ​ເມຣິກັນອີກ​ຄົນ​ນຶ່ງ​ໄດ້​ຮັບ​ສາລະພາບ​ຜິດ ​ໃນ​ຂໍ້​
ກ່າວ​ຫາ ພົວພັນ​ກັບ​ການ​ພະຍາຍາມ​ເຮັດ​ລັດຖະປະຫານ. ທ້າວ Papa Faal ອາຍຸ 46
ປີ ໄດ້​ຮັບ​ສາລະ​ພາບ​ຢູ່​ໃນ​ສານ​ວ່າ ລາວ​ໄດ້​ເຂົ້າຮ່ວມ ​ໃນການ ໂຈມຕີທຳ​ນຽບ ປະທານາ
ທິບໍດີ​ ທີ່​ນະຄອນ Banjul ເມືອງ​ຫຼວງຂອງປະ​ເທດແກມ​ເບຍ ເມື່ອ​ວັນ​ທີ 30 ​ເດືອນ​ທັນວາ
ປີກາຍ.

ຜູ້ກ່ຽວ​ໄດ້​ຖື​ກ່າວ​ຫາວ່າ ສົມຮູ້​ຮ່ວມຄິດ​ ສົ່ງ​ອາວຸດອ​ອກ​ໄປຍັງແກມ​ເບຍ ​ແລະ​ສົມຮູ້​ຮ່ວມ
ຄິດເພື່ອ​ໂ​ຄ່ນລົ້ມລັດຖະບານ​ຕ່າງປະ​ເທດ ທີ່ສະຫະລັດມີ​ສັນຕິພາບ ນຳນັ້ນ. ທ້າວ Faal
ກໍຖື​ສັນຊາດ​ອາ​ເມຣິກັນ ​ແລະ​ແກມ​ເບຍ​ ເຊັ່ນດຽວກັນ.

ທ້າວ Cherno Njie ກໍແມ່ນປະຊາຊົນ​ອາ​ເມຣິກັນອີກ​ຄົນ​ນຶ່ງ ​ຊຶ່ງເປັນ​ນັກທຸລະ ກິດ​ຢູ່ທີ່
​ລັດ Texas ​ໄດ້​ຖືກ​ຈັບ​ໃນ​ກ່ອນ​ໜ້າ​ນັ້ນ ​ແລະ​ກໍຖືກ​ຟ້ອງໂດຍ​ບັນດາ​ໄອ​ຍະ​ການ. ກະຊວງ
ຍຸຕິ​ທຳກ່າວ​ວ່າ ພວກວາ​ງ​ແຜນກໍ່ການລັດຖະປະຫານມີ​ຄວາມ​ຫວັງ​ທີ່​ຈະ​ແຕ່ງຕັ້ງໃຫ້
ທ້າວ Njie ​ຂຶ້ນເປັນ​ຜູ້ນຳ​ຊົ່ວ​ຄາ​ວ ຂອງ​ແກມ​ເບຍ.

Gambia Detainees
please wait
Embed

No media source currently available

0:00 0:05:29 0:00

XS
SM
MD
LG