ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ ກັກຂັງ ຄົນອາເມຣິກັນ ທີ່ພະຍາຍາມ ລອຍນ້ຳ ຂ້າມໄປ ເກົາຫຼີເໜືອ


ທະຫານເກົາຫຼີໃຕ້ ຍາມເຂດແມ່ນ້ຳຫານ ໃກ້ໆຊາຍແດນ ເກົາຫຼີເໜືອ
ທະຫານເກົາຫຼີໃຕ້ ຍາມເຂດແມ່ນ້ຳຫານ ໃກ້ໆຊາຍແດນ ເກົາຫຼີເໜືອ

ກອງທັບເກົາຫຼີ​ໃຕ້ ກ່າວ​ວ່າ ຕົນ​ໄດ້​ກັກ​ຂັງ​ຊາວ​ອາ​ເມຣິກັນຄົນນຶ່ງ
ທີ່ປາກົດວ່າ​ພະຍາຍາມ​ລອຍຂ້າມ​ແມ່​ນ້ຳ​ ໄປຍັງເກົາຫຼີ​ເໜືອ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ເກົາຫຼີໃຕ້ ກ່າວ​ວ່າ ຊາຍ​ຄົນນີ້ ​ໄດ້​
ຖືກ​ຈັບ​ກຸມ ໃນ​ແລງ​ວັນ​ອັງຄານ​ວານ​ນີ້ ​ໂດຍພວກທະຫານມາຣີນ
ທີ່​ລາດຕະ​ເວນຢູ່ໃນ​ແມ່​ນ້ຳ​ຫານ ​ໃກ້ກັບເຂດ​ປອດ​ທະຫານ.

ອົງການ​ຂ່າວ Yonhap ກ່າວ​ວ່າ ຜູ້ຊາ​ຍທີ່ຢູ່​ໃນ​ໄວ 30 ປີຄົນນີ້ ​ໄດ້​ຖືກ​ພົບ​ເຫັນ​ວ່າ ນອນຢູ່​ໃນ​ແຄມ​ຊາຍ​ຫາດ ​ເບິ່ງ​ຄື​ວ່າ​ລາວ ​ໄດ້​ໝົດ​ແຮງ​ຍ້ອນການ​ລອຍ​ນ້ຳ.

ລາຍ​ງານ​ຍັງໄດ້ກ່າວ​ອີກ​ວ່າ ຊາຍ​ຜູ້​ນີ້ ໄດ້​ບອກ​ກັບ​ເຈົ້າ​ໜ້າ​ທີ່ວ່າ ລາວ​ຕ້ອງການ​ຢາກ​ຈະ​ພົບ​ຜູ້ນຳ​ຂອງ​ເກົາຫຼີ​ເໜືອ ທ່ານ Kim Jong Un.

​ເຈົ້າ​ໜ້າ​ທີ່​ສະຫະລັດ ຍັງ​ບໍ່​ໄດ້​ມີ​ຄວາມ​ເຫັນ​ໃດ​ໆ​ໃນ​ກໍລະນີ​ນີ້​ເທື່ອ ຊຶ່ງ​ເປັນເລື່ອງທີ່ບໍ່ຄ່ອຍໄດ້
ເຫັນກັນ ສຳຫຼັບ​ຊາວ​ອາ​ເມຣິກັນ ​ຂ້າມ​ເຂົ້າໄປໃນ​ເກົາຫຼີ​ເໜືອແບບ​ຜິດ​ກົດໝາຍ ຈາກ​ເກົາຫຼີ​ໃຕ້.

ພວກ​ທະຫານເກົາຫຼີ​ໃຕ້ ​ໃນ​ປີ​ກາຍ​ນີ້ ​ໄດ້​ຍິງສັງຫານ ຊາຍ​ຊາວເກົາຫຼີ​ໃຕ້ຜູ້​ນຶ່ງ​ທີ່ພະຍາຍາມ​ລອຍ​ຂ້າມອີກ​ແມ່​ນ້ຳ​ນຶ່ງ ໄປ​ຍັງເກົາຫຼີເໜືອ.

ໃນ​ຂະນະ​ນີ້ ເກົາຫຼີເໜືອ ​ໄດ້ກັກ​ຂັງ​ຊາວ​ອາ​ເມຣິກັນ ຢ່າງ​ນ້ອຍ ​3 ຄົນ.

XS
SM
MD
LG