ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ຕ້ອງສົງໄສ ໃນການຍິງຄົນ ທີ່ສູນການຄ້າລັດ ວໍຊິງຕັນ ຖືກຈັບໄດ້ແລ້ວ


ປະຊາຊົນໄຕ້ທຽນ ໃນຂະນະທີ່ພວກເຂົາເຈົ້າເຂົ້າຮ່ວມ
ໃນພິທີສູດມົນພາວະນາ. 24 ກັນຍາ 2016.
ປະຊາຊົນໄຕ້ທຽນ ໃນຂະນະທີ່ພວກເຂົາເຈົ້າເຂົ້າຮ່ວມ ໃນພິທີສູດມົນພາວະນາ. 24 ກັນຍາ 2016.

ຜູ້ຕ້ອງສົງໄສອາຍຸ 20 ປີໄດ້ຖືກຈັບກຸມໃນການເຊື່ອມໂຍງກັບການອາລະວາດຍິງຄົນທີ່ ສູນການຄ້າໃນລັດ ວໍຊິງຕັນ ທີ່ຕັ້ງຢູ່ພາກຕາເວັນຕົກສຽງເໜືອຂອງ ສະຫະລັດ, ອີງຕາມ ການກ່າວຂອງບັນດາເຈົ້າໜ້າທີ່.

ທ້າວ Arcan Cetin ຈາກເມືອງ Oak Harbor ລັດ ວໍຊິງຕັນ, ໄດ້ຖືກຈັບກຸມໃນວັນເສົາ ວານນີ້, ໃນເວລາເກືອບ 24 ຊົ່ວໂມງ ຫຼັງຈາກ ການຕາມລ່າຫາໂຕລາວຄັ້ງໃຫຍ່ໄດ້ເລີ່ມ ຂຶ້ນ. ຜູ້ຍົກຍ້າຍຖິ່ນຖານຊາວ ເທີກີ ໄດ້ຖືກລະບຸຕົວຜິດໄປ ວ່າເປັນຜູ້ຊາຍທີ່ມີຕົ້ນກຳເນີດ ມາຈາກຊາວ ສເປນ ຫຼັງຈາກການຍິງກັນ. ສຳລັບແຮງບັນດານໃຈໃນການກໍ່ເຫດນັ້ນແມ່ນ ຍັງບໍ່ທັນຮູ້ເທື່ອ.

ບັນດາເຈົ້າໜ້າທີ່ກ່າວວ່າ ທ້າວ Cetin ໄດ້ຖືກຈັບກຸມໃນຖະໜົນ Oak Harbor ໂດຍຕຳ ຫຼວດເມືອງຜູ້ທີ່ໄດ້ຮັບກະແສຂ່າວວ່າທ້າວ Cetin ຢູ່ໃນບໍລິເວນນັ້ນ.

ຕຳຫຼວດເມືອງຜູ້ທີ່ໄດ້ຈັບກຸມທ້າວ Cetin ກ່າວວ່າ ຜູ້ຕ້ອງສົງໄສ “ມີລັກສະນະຄືຜີດິບ” ໃນເວລາທີ່ລາວຖືກຈັບ.

ພາບຂອງທ້າວ Arcan Cetin ອາຍຸ 20 ປີຖືກຖ່າຍໃນພະແນກອອກໃບອະນຸຍາດຂອງເມືອງ Oak Harbor. ລັດ ວໍຊິງຕັນ.
ພາບຂອງທ້າວ Arcan Cetin ອາຍຸ 20 ປີຖືກຖ່າຍໃນພະແນກອອກໃບອະນຸຍາດຂອງເມືອງ Oak Harbor. ລັດ ວໍຊິງຕັນ.

ທ້າວ Cetin ໄດ້ຍິງແມ່ຍິງ 4 ຄົນ ແລະ ຜູ້ຊາຍຄົນໜຶ່ງໃນຮ້ານຂາຍເຄື່ອງ Macy ທີ່ຕັ້ງຢູ່ ພາຍໃນສູນການຄ້າ Cascade ໃນເມືອງ Burlington, ປະມານ 100 ກິໂລແມັດທາງ ພາກເໜືອຂອງນະຄອນ Seattle. ແມ່ຍິງທັງ 4 ຄົນໄດ້ເສຍຊີວິດ ແລະ ຜູ້ຊາຍຄົນດັ່ງ ກ່າວກໍໄດ້ເສຍຊີວິດໃນເວລາຕໍ່ມາ ຫຼັງຈາກຖືກນຳສົ່ງໄປໂຮງໝໍ.

ຜູ້ເຫັນເຫດການອາລະວາດການຍິງໄປທົ່ວໃນວັນສຸກທີ່ຜ່ານມາ ໄດ້ກ່າວວ່າ ປະຊາຊົນໄດ້ ເລີ່ມແລ່ນໜີອອກຈາກສູນການຄ້າ ບໍ່ດົນຫຼັງຈາກລູກປືນໄດ້ຖືກຍິງອອກມາ. ໃນເວລາ ສອງສາມຊົ່ວໂມງຕໍ່ມາ, ບັນດາເຈົ້າໜ້າທີ່ກໍໄດ້ຫຸ້ມລ້ອມບໍລິເວນດັ່ງກ່າວ ແລະ ໄດ້ແຍກ ຍ້າຍຄົນອອກໄປຈາກສູນການຄ້າຢ່າງເປັນລະບົບ, ຫຼັງຈາກນັ້ນກໍໄດ້ເລີ່ມການຄົ້ນຫາມື ປືນ.

ສູນການຄ້າ Cascade ແມ່ນສູນການຄ້າທີ່ເປັນອາຄານປິດ, ລວມມີຮ້ານຊັບພະສິນຄ້າ, ຮ້ານອາຫານ ແລະ ໂຮງໜັງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG