ໃນອີກດ້ານນຶ່ງ ສະຫະລັດກ່າວວ່າ ຕົນຢາກເຫັນການໂອນອໍານາດໃນມາລາວີ ຫຼັງຈາກການເຖິງແກ່ມໍລະນະກໍາໄປຂອງປະທານາທິບໍດີຂອງມາລາວີນັ້ນ.
ບັນດາເຈົ້າໜ້ທີ່ມາລາວີ ກ່າວວ່າ ປະທານາທິບໍດີ Bingu wa Mutharika ເສຍຊີວິດໄປດ້ວຍໂຣກຫົວໃຈວາຍ.
ກະຊວງການຕ່າງປະເທດສະຫະລັດກ່າວໃນວັນສຸກວານນີ້ວ່າ ກຸງວໍຊິງຕັນຄາດວ່າ ມາລາວີຈະນັບຖືປະຕິບັດຕາມກົດໝາຍລັດຖະທໍາມະນູນຂອງຕົນ ຊຶ່ງໄດ້ບົ່ງໄວ້ຢ່າງຈະແຈ້ງກ່ຽວກັບການສືບທອດອໍານາດຕໍ່ໄປນັ້ນ. ຖະແຫຼງການຂອງກະຊວງການຕ່າງປະເທດ ກ່າວວ່າ ສະຫະລັດເຊື່ອຖືວ່າຮອງປະທານາທິບໍດີ ຊຶ່ງຈະເປັນບຸກຄົນທີ່ຈະສືບທອດອໍານາດຕໍ່ໄປນັ້ນ ຈະສາບານເຂົ້າດໍາລັງຕໍາແໜ່ງປະທານາທີບໍດີໃນໄວໆນີ້.
ຮອງປະທານາທິບໍດີ Joyce Banda ເຄີຍປະທະກັບທ່ານ Mutharika ມາກ່ອນ. ທ່ານ Mutharika ໄດ້ຂັບໄລ່ທ່ານນາງ Banda ອອກຈາກພັກໃນປີ 2010 ແລະທ່ານນາງໄດ້ຈັດຕັ້ງພັກການເມືອງຂອງທ່ານນາງເອງຂຶ້ນ ໃນຂະນະທີ່ຍັງເປັນຮອງປະທານາທິບໍດີຢູ່ນັ້ນ.
ຮອງປະທານາທິບໍດີ Joyce Banda ໄດ້ເຂົ້າຮັບຕໍາແໜ່ງເປັນປະທານາທິບໍດີ ຄົນຕໍ່ໄປຂອງ
ມາລາວີ ໃນວັນເສົາມື້ນີ້.