ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດຈັບກຸມສະມາຊິກ ມາເຟຍ 100 ກ່ວາຄົນ


ລັດຖະມົນຕີກະຊວງຍຸຕິທໍາສະຫະລັດ ທ່ານ Eric Holder ຖະແຫລງຂ່າວທີ່ Brooklyn ລັດ New York ກ່ຽວກັບການຈັບກຸມສະມາຊິກແກ໊ງມາເຟຍ.
ລັດຖະມົນຕີກະຊວງຍຸຕິທໍາສະຫະລັດ ທ່ານ Eric Holder ຖະແຫລງຂ່າວທີ່ Brooklyn ລັດ New York ກ່ຽວກັບການຈັບກຸມສະມາຊິກແກ໊ງມາເຟຍ.

ອົງການສັນຕິບານກາງ FBI ຂອງສະຫະລັດໄດ້ຈັບກຸມ
ສະມາຊິກຂອງພວກເເກ໊ງມາເຟຍແລະສະມັກພັກພວກ
127 ຄົນຊຶ່ງເປັນການຈັບກຸມຄັ້ງໃຫຍ່ທີ່ສຸດ ທີ່ມີຂຶ້ນ
ໃນວັນດຽວກັນ ໃນປະວັດສາດຂອງອົງການດັ່ງກ່າວ.

ລັດຖະມົນຕີກະຊວງຍຸຕິທໍາສະຫະລັດ ທ່ານ Eric
Holderໄດ້ກ່າວຕໍ່ພວກນັກຂ່າວທີ່ Brooklyn ລັດ New
York ໃນມື້ວານນີ້ວ່າ ການຈັບກຸມໄດ້ມີຂຶ້ນໃນຕອນເຊົ້າ
ຂອງວັນພະຫັດວານນີ້ ແລະທ່ານຍັງກ່າວຕື່ມວ່າ ພວກ
ອັນທະພານເຫຼົ່ານີ້ໄດ້ຖືກຈັບ ທີ່ລັດ New York, New
Jersey ແລະ Rhode Island ທາງພາກຕາເວັນອອກ
ສຽງເໜືອຂອງສະຫະລັດ ໃນອາດຊະຍາກຳທີ່ຮວມທັງ
ການຄ້າຢາເສບຕິດ, ການຂູ່ເຂັນ ແລະການຂ້າຄົນນໍາ.

ທ່ານ Holder ກ່າວວ່າພວກເຈົ້າໜ້າທີ່ສັນຕິບານກາງໄດ້
ຈັບກຸມພວກອັນທະພານ ຈາກ 7 ກຸ່ມຈັດຕັ້ງອາຊະຍາກຳ
ຊາວອະເມຣິກັນເຊື້ອສາຍອີຕາລີ ໃນພາກຕາເວັນອອກ
ສຽງເໜືອຂອງສະຫະລັດ ແລະອີກຄົນນຶ່ງແມ່ນຖືກຈັບກຸມ ຢູ່ອີຕາລີ.

XS
SM
MD
LG