ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ໂຈມຕີໂຮງກັ່ນນໍ້າມັນ ຢູເຄຣນ


ແຟ້ມພາບ - ທະ​ຫານ​ສະ​ຫະ​ລັດ​ຄົນ​ນຶ່ງ​ ຍ່າງ​ໃກ້​ກັບ​ລົດ​ຖັງ​ ເອແບຣມສ໌ ໃກ້ກັບ​ເມືອງ Vilnius ປະ​ເທດລີທົວເນຍ ວັນທີ 21 ຕຸລາ 2019
ແຟ້ມພາບ - ທະ​ຫານ​ສະ​ຫະ​ລັດ​ຄົນ​ນຶ່ງ​ ຍ່າງ​ໃກ້​ກັບ​ລົດ​ຖັງ​ ເອແບຣມສ໌ ໃກ້ກັບ​ເມືອງ Vilnius ປະ​ເທດລີທົວເນຍ ວັນທີ 21 ຕຸລາ 2019

ຄວາມພະຍາຍາມຂອງຢູເຄຣນທີ່ຈະບຸກເຈາະຜ່ານແນວປ້ອງກັນຂອງຣັດເຊຍໃນໄວໆນີ້ອາດຈະໄດ້ຮັບຜົນປະໂຫຍດຈາກກໍາລັງການຍິງທີ່ລໍຖ້າມາດົນນານຄື ລົດຖັງ ເອັມ 1 ເອແບຣມສ໌ (M1 Abrams) ທີ່ຜະລິດໂດຍສະຫະລັດ 31 ຄັນ ທີ່ໄດ້ສັນຍາໄວ້ຄັ້ງທໍາອິດ ໃນເດືອນມັງກອນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານລອຍ ອອສຕິນ (Lloyd Austin) ໄດ້​ປະ​ກາດ​ການ​ສົ່ງມອບລົດ​ຖັງ​ຂອງ​ສະ​ຫະ​ລັດ ທີ່ກຳລັງຈະເກີດຂຶ້ນ ໃນ​ວັນ​ອັງ​ຄານ ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຂອງ 50 ປະ​ເທດ​ໃນ​ກຸ່ມທີ່​ຕິດ​ຕໍ່​ພົວ​ພັນ​ດ້ານ​ປ້ອງ​ກັນ​ປະ​ເທດຢູ​ເຄ​ຣນ ນຳ​ໂດຍ​ສະ​ຫະ​ລັດ ໃນ​ເຢຍ​ຣະ​ມັນ ໃນວັນອັງຄານ, ໂດຍລະບຸວ່າແນວໂຮມ “ຍັງຄົງສືບຕໍ່ຍົກຍ້າຍທຸກຢ່າງຕໍ່ໄປ ເພື່ອໃຫ້ ຢູເຄຣນໄດ້ຮັບ ໃນສິ່ງທີ່ພວກເຂົາຕ້ອງການ ໃນປັດຈຸບັນ."

"ນັ້ນຈະເພີ່ມຄວາມສາມາດຂອງລົດຫຸ້ມເກາະທີ່ໜ້າຢ້ານກົວອີກອັນນຶ່ງ ເພື່ອເຂົ້າຮ່ວມກັບ [ລົດຖັງເລໂອປາດ (Leopard) ທີ່ຜະລິດໂດຍເຢຍຣະມັນ] ທີ່ຢູ່ໃນສະໜາມລົບ," ທ່ານກ່າວຕື່ມ.

ໂດຍການກ່າວ​ຄຳ​ເຫັນແຍກ​ກັນ, ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຄົນນຶ່ງ​ໄດ້​ບອກ​ນັກ​ຂ່າວ​ທີ່​ເດີນ​ທາງ​ໄປ​ກັບ​ລັດ​ຖະ​ມົນ​ຕີ​ວ່າ, ລົດ​ຖັງ​ຂອງສະຫະລັດ​ແມ່ນ​ຢູ່​ໃນ​ຢູໂຣບ​ແລ້ວ ແລະ​ຈະ​ເລີ່ມ​ຂ້າມ​ເຂົ້າ​ໄປ​ໃນ​ຢູ​ແຄຣນ ​ໃນອີກບໍ່ເທົ່າໃດ​ມື້​ທີ່ຈະ​ມາ​ເຖິງ.

ກອງກຳລັງຢູເຄຣນໄດ້ເລີ່ມຝຶກຊ້ອມໃສ່ລົດຖັງ ເອັມ 1 ເອແບຣມສ໌ ໃນເດືອນມິຖຸນາ ແລະເຈົ້າໜ້າທີ່ທະຫານສະຫະລັດ ກ່າວຕໍ່ວີໂອເອ ໃນຕົ້ນເດືອນນີ້ວ່າ ທະຫານຢູເຄຣນປະມານ 200 ຄົນ ຍັງສືບຕໍ່ຝຶກຊ້ອມຢູ່ໃນເຢຍຣະມັນ ເພື່ອຮັກສາຄວາມຊຳນານ ຈົນກວ່າລົດຖັງຈະພ້ອມສຳລັບການຈັດສົ່ງ.

ກ່ອນ​ໜ້າ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ວ່າ ລົດ​ຖັງ ເອັມ 1 ເອແບຣມສ໌ ຈະ​ຖືກ​ສົ່ງ​ໄປ ​ໃນ​ລະດູໜາວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG